ຍອດການໃຊ້ໄຟຟ້າ ໃນ ສປຈີນ ເພີ່ມຂຶ້ນ 7,2%

27/06/2024 18:08
Email Print 186
KPL ສຳນັກ ບໍລິຫານ ພະລັງງານ ແຫ່ງຊາດ ຈີນ ໄດ້ລາຍງານ ການໃຊ້ ໄຟຟ້າ ຂອງ ປະເທດ ຂະຫຍາຍຕົວ ຢ່າງເຂັ້ມແຂງ ໃນເດືອນ ພືດສະພາ ທີ່ຜ່ານມາ .

ຂປລ. ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກ​ ບໍລິຫານ ພະລັງງານ ​ແຫ່ງ​ຊາດ ຈີນ ໄດ້ລາຍ​ງານ ​ການ​ໃຊ້​ ໄຟຟ້າ ຂອງ ​ປະ​ເ​ທດ ຂະຫຍາຍຕົວ ຢ່າງ​ເຂັ້ມ​ແຂງ ​ໃນ​ເດືອນ ພືດ​ສະພາ ທີ່​ຜ່ານ​ມາ . ໃນຂະນະທີ່ ປະລິມານ ການ​ໃຊ້ ​ໄຟຟ້າ ​ຂອງ ຈີນ ​ໄລຍະ​ເດືອນ ພືດ​ສະພາ ລວມມີ 7,75 ​ແສນ​ລ້ານ​ກິ​ໂລ​ວັດ ຕໍ່​ຊົ່ວ​ໂມງ, ​ເພີ່ມ​ຂຶ້ນ 7,2% ​ເມື່ອ​ທຽບໃສ່ປີ​ຕໍ່​ປີ. ໂດຍ​ ການ​ໃຊ້ ​ໄຟຟ້າ​ ຂອງ ອຸດສາຫະກໍຳຕົ້ນຕໍ, ອຸດສາຫະກຳສຳຮອງ  ​ແລະ ອຸດສາຫະກຳ ຊັ້ນສູງ  ​ເພີ່ມ​ຂຶ້ນ 10,3%, 6,8% ​ແລະ 9,9% ຕາມລໍາດັບ. ​ສ່ວນ ການ​ໃຊ້​ໄຟຟ້າ ຂອງ​ ຄົວ​ເຮືອນ ປະເພດທີ່​ຢູ່ອາ​ໄສ ລວມມີ 9,24 ໝື່ນ​ລ້ານ​ ກິ​ໂລ​ວັດ ຕໍ່​ຊົ່ວ​ໂມງ,​​ ເພີ່ມ​ຂຶ້ນ 5,5% ​ເມື່ອ​ທຽບ ປີ​ຕໍ່​ປີ. /.

 

KPL

ຂ່າວອື່ນໆ


Top