ສະຫລອງວັນແພດລາວ ເປັນການປຸກຈິດສໍານຶກໃຫ້ພະນັກ ງານແພດໝໍ-ພະຍາບານ ພະນັກງານສາທາລະນະສຸກລາວ

18/06/2021 11:31
Email Print 3936
KPL ຂປລ. ການສະເຫລີມສະຫລອງ ວັນແພດລາວ 18 ມິຖຸນາ ເປັນການປຸກຈິດສໍານຶກ ໃຫ້ແກ່ພະ ນັກງານ ແພດໝໍ-ພະຍາບານ ພະນັກງານ ສາທາລະນະສຸກລາວ ຮູ້ສືບທອດຮໍ່າຮຽນເອົາ ແບບຢ່າງອັນດີງາມຂອງແພດໝໍ ແລະ ພະນັກງານ ສາທາລະນະສຸກຮຸ້ນກ່ອນ, ອອກແຮງ ຝຶກຝົນຫລໍ່ຫລອມ ສ້າງຕົນເອງໃຫ້ພຽບພ້ອມ ໄປດ້ວຍຄຸນສົມບັດສິນທໍາປະຕິວັັດ

ຂປລ. ການສະເຫລີມສະຫລອງ ວັນແພດລາວ 18 ມິຖຸນາ ເປັນການປຸກຈິດສໍານຶກ ໃຫ້ແກ່ພະ ນັກງານ ແພດໝໍ-ພະຍາບານ ພະນັກງານ ສາທາລະນະສຸກລາວ ຮູ້ສືບທອດຮໍ່າຮຽນເອົາ ແບບຢ່າງອັນດີງາມຂອງແພດໝໍ ແລະ ພະນັກງານ ສາທາລະນະສຸກຮຸ້ນກ່ອນ, ອອກແຮງ ຝຶກຝົນຫລໍ່ຫລອມ ສ້າງຕົນເອງໃຫ້ພຽບພ້ອມ ໄປດ້ວຍຄຸນສົມບັດສິນທໍາປະຕິວັັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານ ງານດ້ານວິຊາສະ ເພາະ ເພື່ອກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນ ຢ່າງສົມກຽດສັກສີ ເປັນນັກຮົບເສື້ອຂາວປະ ຕິວັດຂອງພັກ.

ເນື່ອງໃນໂອກາດວັນແພດລາວ 18 ມິຖຸນາ 2021, ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະ ມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ເຖິງ ປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງວັນແພດລາວ ສໍາລັບຂະແໜງ ການສາທາລະນະນະສຸກ ແລະ ສໍາລັບພະນັງານ ແພດໝໍ ວ່າ: ວັນແພດລາວ ແມ່ນວັນໜຶ່ງທີ່ ເປັນປະຫວັດສາດອັນລໍ້າຄ່າ ຂອງຂະແໜງການ ສາທາລະນະສຸກ, ເປັນວັນສ້າງຂະ ບວນການກິດຈະກໍາຕ່າງໆ ເພື່ອລະນຶກເຖິງຜົນງານ ແລະ ຍ້ອງຍໍສັນລະເສີນຄຸນງາມຄວາມດີ ຂອງແພດລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄືສະໄໝປົກປັກຮັກສາ ແລະ ສ້າງສາປະເທດຊາດ. ວັນແພດລາວ ໄດ້ກໍາເນີດຂຶ້ນຜ່ານ ຂະບວນວິວັດແຫ່ງ ການເຕີບໃຫຍ່ຂອງການແພດລາວ ໃນແຕ່ລະສະໄໝ ແຕ່ດຶກດໍາບັນ ແລະ ຕິດພັນ ກັບການຕໍ່ສູ້ກູ້ຊາດ ແຕ່ລະໄລຍະດັ່ງນີ້: ໃນປີ 1963 ສະໜາມຮົບຕໍ່ສູ້ກູ້ຊາດ ຕ້ານພວກລ່າ ເມືອງຂຶ້ນແບບໃໝ່ ໄດ້ເປີດກວ້າງອອກທົ່ວປະເທດ, ເຂດປົດປ່ອຍກໍ່ນັບ ມື້ນັບຂະຫຍາຍຕົວ ແພດໝໍພວກເຮົາໄລຍະນັ້ນ ແມ່ນນອນຢູ່ໃນການ ຈັດຕັ້ງຂອງເສນາຮັກ ແລະ ໄດ້ເຮັດໜ້າທີ່ຂອງຕົນ ໃນການຮັກສາ ແລະ ປິ່ນປົວພະຍາດ ແລະ ບາດແຜ່ສົງຄາມ ໃຫ້ແກ່ພະນັກງານນັກຮົບ ແລະ ປະຊາຊົນຢ່າງ ບໍ່ຮູ້ອິດຮູ້ເມື່ອຍ. ຕໍ່ມາສູນກາງພັກ ໄດ້ມີນະໂຍບາຍ ສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງວັນທີ 18 ມິຖຸນາ 1965 ສູນກາງພັກ ແລະ ແນວລາວຮັກຊາດ ຈຶ່ງໄດ້ຕົກລົງແຍກຂະແໜງ ການສາທາລະນະສຸກ ອອກເປັນສອງການຈັດຕັ້ງ ຄື: ເສນາຮັກເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກສູນກາງ ເພື່ອຮັບໃຊ້ພົນລະເຮືອນ.

ທ່ານ ປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ກ່າວໃນຕອນທ້າຍ ກອງປະຊຸມ ສາທາລະນະສຸກ ທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ 1965, ໂດຍກ່າວວ່າ: ຈະສະເໜີ ຄະນະເລຂາທິ ການສູນກາງພັກ ແລະ ສະພາລັດຖະມົນຕີ ເລືອກເອົາມື້ໃດມື້ໜຶ່ງ ທີ່ມີຄວາມ ໝາຍປະຫວັດສາດ ເປັນວັນແພດລາວ”. ຈາກແນວຄິດຊີ້ນໍາ ຂອງປະທານ ໄກສອນ ພົມວິຫານ ແລະ ເຫດຜົນທີ່ໄດ້ກ່າວມາຂ້າງເທິງນັ້ນ, ກະຊວງ ສາທາລະນະສຸກ ໄດ້ນໍາສະເໜີລັດຖະບານ ແລະ ສະພາແຫ່ງຊາດ ຊຸດທີ VII ແລະ ໄດ້ຮັບການເຫັນດີໃຫ້ບັນຈຸເຂົ້າ ໃນກົດໝາຍປິ່ນປົວ ສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດ 10 ມາດຕາ 76 ໄດ້ກໍານົດເອົາວັນທີ 18 ມິຖຸນາ ເປັນວັນແພດລາວ.

ພ້ອມນີ້, ທ່ານ ດຣ. ບຸນແຝງ ພູມມະໄລສິດ ຍັງໃຫ້ຮູ້ຕື່ມວ່າ: ໃນປີນີ້ ພວກເຮົາມີແຜນແຈ້ງ ໃຫ້ແຕ່ລະພາກສ່ວນ ນັບແຕ່ສູນກາງຮອດແຂວງ ແລະ ນະຄອນນະຄອນຫລວງ ໃຫ້ມີການເຄື່ອນໄຫວ ວຽກດັ່ງນີ້: ໃຫ້ຈັດຕັ້ງການໂຮມຊຸມນຸມເຜີຍແຜ່; ສະເຫລີມສະຫລອງ ວັນແພດລາວ ໃຫ້ເປັນຂະບວນການຟົດ ຟື້ນ ແລະ ຈັດສໍາພາດຄວາມຮູ້ສຶກ ຂອງແພດຜູ້ອາວຸໂສ, ພະນັກງານຫລັກແຫລ່ງ, ຊ່ຽວຊານ, ບຸກຄົນ, ວຽກດີຄົນເດັ່ນ ແລະ ພະນັກງານບໍານານ ຕໍ່ວັນແພດລາວ ຜ່ານບັນດາສື່ມວນຊົນ; ໃຫ້ຈັດກິດຈະກໍາຕ່າງໆທີ່ເໝາະສົມ ເຊັ່ນ: ກວດສຸຂະພາບໃຫ້ຜູ້ສູງອາຍຸ ໂດຍບໍ່ເສຍຄ່າ, ສ້າງຂະບວນການ ທໍາລາຍແຫລ່ງເພາະພັນຍຸງລາຍ ແລະ ອະນາໄມສາມສະອາດ, ກອງປະຊຸມວິຊາການ ແລະ ອື່ນໆ; ໃຫ້ຕິດຄໍາຂວັນ, ປ້າຍໂຄສະນາຢູ່ສໍານັກງານ ແລະ ສະຖານທີ່ບໍລິການ ສາທາລະນະສຸກ ນັບແຕ່ວັນທີ 15 ມິຖຸນາ 2021 ເປັນ ຕົ້ນໄປ. ສໍາລັບເນື້ອໃນ ຄໍາຂວັນ ແລະ ປ້າຍໂຄສະນາ ຄື: ຊົມເຊີຍວັນແພດລາວ ວັນທີ 18 ມິຖຸນາ ຢ່າງສຸດໃຈ, ສູ້ຊົນປະຕິບັດຈັນຍາບັນ ຈັນຍາທໍາ ຂອງແພດ ໃຫ້ປະກົດຜົນເປັນຈິງ; ໃຫ້ສົມທົບອໍານາດການປົກ ຄອງແຕ່ລະຂັ້ນ ໃນການປະສານງານ ແລະ ຈັດຕັ້ງປະຕິບັດ ສະເຫລີມສະຫລອງ ວັນແພດລາວ ໃຫ້ມີເນື້ອໃນ ແລະ ຄວາມໝາຍ, ມີການນໍາໃຊ້ງົບປະມານ ແບບປະຢັດມັດທະຍັດ; ປະຕິບັດມາດຕະການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19, ຄໍາສັ່ງ ແລະ ແຈ້ງການຂອງນາຍົກລັດຖະ ມົນຕີ ແລະ ຂອງຄະນະ ສະເພາະກິດ ຢ່າງເຂັ້ມງວດ.

ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

    • ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກສາທາລະນະສຸກ

      ເຜີຍແຜ່ ກົດໝາຍ 3 ສະບັບ ໃນຂົງເຂດສາທາລະນະສຸກ

      10/15/2024 2:49:38 PM

      ຂປລ. ກະຊວງ​ສາທາລະນະ​ສຸກ ຈັດເຜີຍແຜ່ກົດໝາຍ ໃນຂົງເຂດສາທາລະນະສຸກ ຈໍານວນ 3 ສະບັບ. ​ໃນ​ນັ້ນ, ​ເປັນ​ກົດໝາຍສະບັບໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍສາທາລະນະສຸກ ແລະ ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ສະບັບປັບປຸງ 1 ສະບັບ ຄື ກົດໝາຍ ວ່າດ້ວຍການປິ່ນປົວ ​ໃນ​ວັນ​ທີ 15 ຕຸລາ 2024 ທັງ​ນີ້, ກໍ​ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບສາທາລະນະສຸກ ຂອງ ສປປ ລາວ, ຍົກສູງສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວ.

    • ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ ສາທາລະນະສຸກ

      ສາທາລະນະສຸກເມືຶຶອງທຸລະຄົມສຸມໃສ່ 4 ແຜນວຽກສຳຄັນ

      8/26/2024 11:46:41 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງການສາ ທາລະນະສຸກ ເມືອງທຸລະຄົມແຂວງ ວຽງຈັນ ຈະສຸມໃສ່ 4 ແຜນວຽກ ສໍາຄັນ ສໍາລັບ 6 ເດືອນທ້າຍປີ 2024 ເປັນຕົ້ນ ຍົກສູງຄຸນນະພາບ ທາງດ້ານວຽກງານການເມືອງ- ແນວຄິດ, ຄຸນສົມບັດຈັນຍາທຳແພດ ປະຊາຊົນ, ວຽກງານວິຊາການທາງ ດ້ານການແພດ ແລະ ເພີ່ມທະວີການ ຄຸ້ມຄອງພະນັກງານ ສາທາລະນະ ສຸກທຸກຂັ້ນ

    • ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍສາທາລະນະສຸກ

      ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຄວບຄຸມພະຍາດໄຂ້ຍຸງລາຍ

      8/14/2024 7:41:56 PM

      ຂປລ. ວັນທີ 13 ສິງຫາ 2024 ນີ້, ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມປຶກສາຫາລື ແລະ ຖອດຖອນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ກັນ ແລະ ຄວບຄຸມໄຂ້ຍຸງລາຍ ປີ 2024 ແລະ ທິດທາງຕໍ່ໜ້າ ໂດຍມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ທ່ານ ຮອງເຈົ້າຄອງນະຄອນຫລວງວຽງຈັນ

    • ອົງການຈັດຕັ້ງແມ່ຍິງ ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ມີການຫັນປ່ຽນທີ່ຕັ້ງໜ້າສາທາລະນະສຸກ

      ອົງການຈັດຕັ້ງແມ່ຍິງ ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ມີການຫັນປ່ຽນທີ່ຕັ້ງໜ້າ

      7/16/2024 4:52:24 PM

      ຂປລ. ອົງການຈັດຕັ້ງ ຮາກຖານສະຫະພັນແມ່ຍິງ ຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ແມ່ນຢູ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງສະຫະພັນແມ່ຍິງ ເມືອງໄຊເສດຖາ ແລະ ການຊີ້ນໍາ-ນໍາພາຢ່າງໃກ້ ຊິດຂອງໜ່ວຍພັກຂອງຫ້ອງການ ສາລະນະສຸກເມືອງ.

    • ເມືອງໄຊເສດຖາ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເກືອບ 200 ຄົນ, ເສຍຊີວິດ 2 ຄົນສາທາລະນະສຸກ

      ເມືອງໄຊເສດຖາ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເກືອບ 200 ຄົນ, ເສຍຊີວິດ 2 ຄົນ

      7/16/2024 11:48:56 AM

      ຂປລ. ປັດຈຸບັນ, ທົ່ວນະຄອນຫລວງວຽງຈັນ (ນວ) ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 1.000 ກວ່າຄົນ. ໃນນັ້ນ, ເມືອງໄຊເສດຖາ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເກືອບ 200 ຄົນ, ມີຜູ້ເສຍຊີວິດ 2 ຄົນ. ຈັດອັນດັບເປັນອັນ 4 ໃນ 9 ຕົວເມືອງ ນະຄອນຫລວງວຽງຈັນ ທີ່ມີການລະບາດຂອງພະຍາດໄຂ້ຍຸງລາຍ.


Top