ເລີ່ມນຳໃຊ້ ສຳນັກງານສູນກາງ ສະຫະພັນ ກຳມະບານລາວ ຫລັງໃໝ່

02/02/2015 10:06
Email Print 1230
KPL ຂປລ. ສູນກາງສະຫະພັນ ກຳມະບານລາວ ໄດ້ເປີດນຳໃຊ້ ສຳນັກງານຫລັງໃໝ່ ໃນວັນທີ 30 ມັງກອນ 2015 ນີ້ ພາຍຫລັງ ທີ່ໄດ້ເລີ່ມກໍ່ສ້າງ ມາແຕ່ວັນທີ 15 ກໍລະກົດ 2013 ໂດຍການໃຫ້ກຽດ ເຂົ້າຮ່ວມ ຂອງທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ,

ຂປລ. ສູນກາງສະຫະພັນ ກຳມະບານລາວ ໄດ້ເປີດນຳໃຊ້ ສຳນັກງານຫລັງໃໝ່ ໃນວັນທີ 30 ມັງກອນ 2015 ນີ້ ພາຍຫລັງ ທີ່ໄດ້ເລີ່ມກໍ່ສ້າງ ມາແຕ່ວັນທີ 15 ກໍລະກົດ 2013  ໂດຍການໃຫ້ກຽດ ເຂົ້າຮ່ວມ ຂອງທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຄຳຫລ້າ ລໍລອນສີ ປະທານສູນກາງ ສະຫະພັນ ກຳມະບານລາວ, ທ່ານ ນາງ ສົມໃຈ ສີບຸນເຮືອງ ປະທານບໍລິສັດ ລາວຣາຢານາບູຕິກ ຈຳກັດ, ມີບັນດາ ລັດຖະມົນຕີຊ່ວຍວ່າການ, ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ຫົວໜ້າຫ້ອງການ ສູນກາງສະຫະພັນ ກຳມະບານລາວ ໄດ້ແຈ້ງໃຫ້ຮູ້ວ່າ: ສຳນັກງານສູນກາງ ສະຫະພັນກຳມະບານລາວ ຫລັງໃໝ່ ຕັ້ງຢູ່ບ້ານນາແຄ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ໃນເນື້ອທີ່ 11.230 ຕາແມັດເປັນອາຄານ ຖາວອນ 4 ຊັ້ນ, ກ້ວາງ 29 ແມັດ, ຍາວ 43 ແມັດ,  ມີຫ້ອງເຮັດວຽກ,  ແລະ ເຟີນີເຈີ ແລະ ອຸປະກອນ ຮັບໃຊ້ຫ້ອງການຈຳນວນໜຶ່ງ, ມີຂັ້ນໄດໄຟຟ້າ ມີສະຖານທີ່ຈອດລົດ, ມີຫ້ອງອາຫານ ແລະ ກຳແພງອ້ອມຮອບ, ມູນຄ່າການກໍ່ສ້າງທັງໝົດ 10 ລ້ານໂດລາສະຫະລັດ, ໂດຍແມ່ນ ບໍລີສັດ ຣາມາຢານາບູຕິກ ຈຳກັດ ເປັນຜູ້ກໍ່ສ້າງ ແລະ ລົງທືນ.

ທ່ານ ນາງ ອາລີ ວົງໜໍ່ບຸນທຳ ຍັງໃຫ້ຮູ້ຕື່ມອີກວ່າ:  ສຳນັກງານຫລັງດັ່ງກ່າວແມ່ນ ໄດ້ຈາກການຫັນຊັບສິນເປັນ ທຶນ ໂດຍການແລກປ່ຽນກັບສຳນັກງານ ສູນກາງສະຫະ ພັນກຳມະບານລາວ ຫລັງເກົ່າ ເຊິ່ງ ມີເນື້ອທີ່ 5.074 ,81 ຕາ ແມັດ, ອາຄານ 2 ຊັ້ນໜຶ່ງຫລັງ, ສະໂມສອນ ແລະ ເຮືອນ ເກົ່າຈຳນວນໜຶ່ງ ຕັ້ງຢູ່ບ້ານຫັດສະດີ, ເມືອງຈັນທະບູລີ./.
KPL

ຂ່າວອື່ນໆ

    • ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກວັດທະນະທຳ-ສັງຄົມ

      ສະຫລຸບຕີລາຄາວຽກພັດທະນາ ຊົນນະບົດ-ແກ້ໄຂຄວາມທຸກຍາກ

      2/19/2025 9:30:50 PM

      ຂປລ. ກອງປະຊຸມ ສະຫລຸບວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນ ໃນລະຫວ່າງວັນທີ 17-18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ກະສິກຳ ແລະ ປ່າໄມ້ແຂວງໃນທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານວັດທະນະທຳ-ສັງຄົມ

      ເພີ່ມຄວາມຮັບຮູ້ ການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານງົບປະມານ

      2/19/2025 9:26:33 PM

      ຂປລ. ຊຸດສຳມະນາກ່ຽວກັບການກຳນົດ ແລະ ການຄຸ້ມຄອງຄວາມສ່ຽງດ້ານການເງິນ ຈັດຂຶ້ນ ໃນວັນທີ 18 ກຸມພາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວິເລດ ກິນນາວົງ ຫົວໜ້າກົມການເງິນຕ່າງປະເທດ, ທ່ານ ນາງ ກາວີຕາ ລີເອັງກາ ນັກເສດຖະ ສາດອາວຸໂສ ທະນາຄານພັດທະນາອາຊີ, ມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ກົມກ່ຽວຂ້ອງ ຈາກກະຊວງການເງິນ ເຂົ້າຮ່ວມ.

    • ທາບທາມ ຄຳເຫັນກ່ຽວກັບຫລັກສູດ ການຄຸ້ມຄອງການເງິນແຫ່ງລັດວັດທະນະທຳ-ສັງຄົມ

      ທາບທາມ ຄຳເຫັນກ່ຽວກັບຫລັກສູດ ການຄຸ້ມຄອງການເງິນແຫ່ງລັດ

      2/19/2025 9:06:57 PM

      ຂປລ. ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ຈັດກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ຮ່າງເອກະສານ ກ່ຽວ​ກັບການຈັດຕັ້ງປະຕິບັດ ວຽກງານຂອບຄວາມສາມາດ(CF), ການປະເມີນຄວາມຕ້ອງການ ຂອງການຝຶກອົບຮົມ (TNA) ແລະ ຫລັກສູດການຄຸ້ມຄອງການເງິນແຫ່ງລັດ (PFM Curriculum) ໃນວັນທີ 18 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຄົ້ນຄ້ວານະໂຍບາຍສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳວັດທະນະທຳ-ສັງຄົມ

      ຄົ້ນຄ້ວານະໂຍບາຍສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳ

      2/19/2025 9:02:05 PM

      ຂປລ. ລັດຖະບານ ແລະ ສະພາແຫ່ງຊາດ ຈັດສໍາມະນາວິທະຍາສາດ ການຄົ້ນຄ້ວານະໂຍບາຍ ສົ່ງເສີມພັດທະນາ ແລະ ການລົງທຶນ ໃນນິຄົມອຸດສາຫະກຳ ໃນວັນທີ 18 ກຸມພາ 2025 ​ໂດຍ​ການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ສົມມາດ ພົນເສນາ ຮອງປະທານ ສະພາແຫ່ງຊາດ, ມີທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາ ຫະກຳ ແລະ ການຄ້າ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເມືອງນາຊາຍທອງ ສຳເລັດງານຕະຫລາດນັດ ຂາຍສິນຄ້າ ຫັດຖະກຳ-ອຸດສາຫະກຳວັດທະນະທຳ-ສັງຄົມ

      ເມືອງນາຊາຍທອງ ສຳເລັດງານຕະຫລາດນັດ ຂາຍສິນຄ້າ ຫັດຖະກຳ-ອຸດສາຫະກຳ

      2/18/2025 3:09:26 PM

      ຂປລ. ງານຕະຫລາດນັດວາງສະແດງ-ຂາຍສິນຄ້າ ຫັດຖະກຳ ແລະ ອຸດສາຫະກຳ ຄັ້ງທີ 28 ປະຈໍາປີ 2025 ຂອງເມືອງນາຊາຍທອງ ນະຄອນຫລວງວຽງຈັນ (ນວ) ໄດ້ເປີດຂຶ້ນໃນລະຫວ່າງວັນທີ 13-17 ກຸມພາ 2025 ຜ່ານມາ ຢູ່ບ້ານແຈ້ງສະຫວ່າງ ໂດຍໄດ້ຈັດໃຫ້ມີຫລາຍສີສັນ ແລະ ມີຄວາມຄຶກຄື້ນຕະຫລອດງານ ເຊິ່ງເປັນບຸນມະໂຫລານ ຂອງມວນຊົນພາຍໃນເມືອງນາຊາຍທອງ ແລະ ຂອງມະຫາຊົນໃນທົ່ວສັງຄົມ ທຸກພາກສ່ວນ


Top