ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວຂະຫຍາຍຕົວໃນລະດັບ 4,8%

06/10/2026 09:48
KPL ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທ່ີຍັງສືບຕ່ໍເຄ່ັງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນ ກາງພັກ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນນະຄອນຫລວງ ວຽງຈັນ, ແຂວງ ແລະ ການບໍລິຫານດ້ວຍຄວາມຕັ້ງໜ້າຂອງ ລັດຖະບານເຮັດໃຫ້ເສດຖະກິດ- ສັງຄົມຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງຢູ່ໃນລະດັບ 4,8% ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 4,6%.

     ຂປລ. ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທຶື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ  X ໃນວັນທີ 5 ຕຸລາ 2026 ນ້ີວ່າ: ໃນໄລຍະ 9 ເດືອນ ປີ 2026 ນີ້ ເສດຖະກິດຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4,8% ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 4,6%, ຍ້ອນຂະແໜງອຸດສາຫະກຳປຸງແຕ່ງ, ການລົງທຶນຂອງພາກເອກະຊົນມີການຂະຫຍາຍຕົວ, ຂະແໜງພະລັງງານໄຟຟ້າກໍສືບຂະຫຍາຍຕົວດີເນື່ອງຈາກເລີ່ມມີການຜະລິດຈາກພະລັງງານລົມ; ການບໍລິການຂາຍຍົກ-ຂາຍຍ່ອຍ, ບໍລິການພາກລັດ ແລະ ການບໍລິການດ້ານທີ່ພັກອາໄສ ແລະ ອາຫານຕິດພັນກັບການທ່ອງທ່ຽວກໍຂະຫຍາຍຕົວ ຊຶ່ງສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 7% ທຽບໃສ່ໄລຍະດຽວຂອງປີຜ່ານມາ. ຢ່າງໃດກໍຕາມ, ຂະແໜງກະສິກຳຍັງມີຄວາມສ່ຽງທີ່ຈະບ່ໍບັນລຸຄາດໝາຍຍ້ອນຄວາມຜັນຜວນຂອງລາຄານໍ້າມັນເຊື້ອໄຟ ເຮັດໃຫ້ຕົ້ນທຶນການຜະລິດ ແລະ ການຂົນສ່ົງເພ່ີມສູງຂ້ຶນ, ບາງກິດຈະການຊະລໍການຜະລິດ, ບວກກັບການລະບາດພະຍາດອະຫິວາໝູອາຟຣິກາ ແລະ ໄພພິບັດທຳມະຊາດ ທ່ີສົ່ງຜົນກະທົບຕໍ່ຂະແໜງການດ່ັງກ່າວ. ຜ່ານການຄາດຄະເນເບື້ອງຕົ້ນທ່າອ່ຽງ GDP ໝົດປີ 2026 ຈະຂະຫຍາຍຕົວໃນລະດັບ 5,1% (ມະຕິສະພາ: 5,5%).

    ທ່ານ ສະເຫລີມໄຊ ກົມມະສິດ ຍັງໃຫ້ຮູ້ອີກວ່າ: ລັດຖະບານໄດ້ຊຸກຍູ້ ແລະ ສ່ົງເສີມການຜະລິດ ເພ່ືອທົດແທນການນຳເຂົ້າ ແລະ ຜະລິດເປັນສິນຄ້າສົ່ງອອກ ຊຶ່ງເຮັດການຜະລິດກະສິກຳ ແລະ ອຸດສາຫະກຳປຸງແຕ່ງຂະຫຍາຍຕົວອັນພົ້ນເດັ່ນແມ່ນການຜະລິດພືດສະບຽງອາຫານປະຕິບັດໄດ້ 2,33 ລ້ານໂຕນ, ເທົ່າກັບ 90% ຂອງແຜນການ, ການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ປະຕິບັດໄດ້ 1.389 ລ້ານໂດລາສະຫະລັດ ເທົ່າກັບ 73,17% ຂອງແຜນການ, ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳປະຕິບັດໄດ້ 17.585,89 ຕ້ືກີບ, ເທົ່າກັບ 75,21% ຂອງແຜນການ, ການຜະລິດກະແສໄຟຟ້າປະຕິບັດໄດ້ 46.779,30 ລ້ານກິໂລວັດ ເທົ່າກັບ 79,6% ຂອງແຜນການ. ເຖິງຢ່າງໃດກໍຕາມ, ເຫັນວ່າໃນຂະແໜງກະສິກຳການຜະລິດເຂ້ົາເປືອກຄາດຄະເນຈະປະຕິບັດໄດ້ພຽງ 3,75 ລ້ານໂຕນ ເທ່ົາກັບ 95,2% ຂອງແຜນການປີ (ມະຕິສະພາ 3,94 ລ້ານໂຕນ), ສາເຫດຍ້ອນໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດນໍ້າຖ້ວມ ແລະ ສັດຕູພືດລະບາດ. ສຳລັບດ້ານການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດສາມາດປະຕິບັດໄດ້ 38.240,19 ຕ້ືກີບ, ເທົ່າກັບ 89,70% ຂອງແຜນການທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 5,71% ແລະ ຄາດຄະເນໝົດປີຈະປະຕິບັດໄດ້ 48.773,08 ຕ້ືກີບ ເທ່ົາກັບ 114,41% ຂອງແຜນການ (ມະຕິສະພາ: 42.630,08 ຕື້ກີບ). ພ້ອມນ້ີ, ລັດຖະບານຍັງໄດ້ສຸມໃສ່ສ້ອມແປງ ແລະ ກໍ່ສ້າງເສັ້ນທາງບົກ, ທາງລົດໄຟ, ທາງອາກາດ ແລະ ທາງນໍ້າໃຫ້ມີຄວາມສະດວກຫລາຍຂຶ້ນ ໂດຍສະເພາະເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ, ພ້ອມທັງໄດ້ເຊັນສັນຍາສໍາປະທານການອອກແບບກ່ໍສ້າງເສ້ັນທາງ ລົດໄຟແຕ່ທ່າແຂກ ແຂວງຄໍາມ່ວນ ຫາຊາຍແດນລາວ-ຫວຽດນາມ; ສືບຕໍ່ພັດທະນາທ່າບົກທ່າແຂກ ແຂວງຄໍາມ່ວນ; ສືບຕໍ່ປັບປຸງພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກວຽກງານຄົມມະນາຄົມທາງອາກາດໃຫ້ມີຄຸນນະພາບ ແລະ ຮັບປະກັນຄວາມປອດໄພ ໂດຍສະເພາະແມ່ນການປັບປຸງ ແລະ ຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ຫລວງພະບາງ ແລະ ສຸມໃສ່ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າຂອງຢູ່ຈຸດຕ່າງໆ.

ຂ່າວ: ທະນູທອງ; ພາບ: ອ່າຍຄຳ

KPL

ຂ່າວອື່ນໆ


Top