KPL
ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືແບບເປີດກວ້າງ ລະ ຫວ່າງ ໂຄງການພະລັງງານແສງ ຕາເວັນ 100 ເມກາວັດ ແລະ ຊຸມ ຊົນທ້ອງຖິ່ນ ກ່ຽວກັບການພັດທະ ນາໂຄງການພະລັງງານແສງຕາ ເວັນ ແລະ ກົນໄກສິນເຊື່ອກາກບອນ ໄດ້ຈັດຂ້ຶນທ່ີພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການເປັນ ປະທານຮ່ວມຂອງ ທ່ານ ສຸກສາ ຄອນ ບົວທອງ ຮອງຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ບໍລິຄຳໄຊ, ທ່ານ ເພັງຊົງ ຕົງນາມະ ວົງ ຜູ້ອຳນວຍການ ໂຄງການພະລັງ ງານແສງຕາເວັນ ພ້ອມດ້ວຍອຳ ນາດການປົກຄອງບ້ານນໍ້າງຽບ, ບ້ານກ້ວຍອຸດົມ, ພະແນກການທ່ ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.
ໂຄງການພະລັງງານແສງຕາ ເວັນ ຕັ້ງຢູ່ເຂດບ້ານນໍ້າງຽບ ແລະ ບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍມີກໍາລັງ ການຕິດຕັ້ງ 130 MWdc (100MWac) ເທິງເນື້ອທີ່ຕິດຕັ້ງແຜງໂຊ ລ່າເຊວ 140,23 ເຮັກຕາ. ຄາດວ່າ ຈະສາມາດຜະລິດພະລັງງານໄຟຟ້າ ສະເລ່ຍໄດ້ເຖິງ 197 ຈີກາວັດ ໂມງຕໍ່ປີ ໂດຍໃຊ້ແຜງໂຊລ່າເຊວ ປະເພດ Mono-crystalline ແກ້ວ ສອງດ້ານ ທີ່ມີປະສິດທິພາບສູງ ທັງໝົດ 211.007 ແຜງ ພັດທະນາ ໂຄງການໂດຍ ບໍລິສັດ ເອພີດີແອວ ໂຊລ່າພາວເວີ້ ຈໍາກັດຜູ້ດຽວ (APDL SOLAR POWER Sole Co., Ltd) ຮ່ວມກັບ ບໍລິສັດ ໂຄເຊີ ໄຄລເມທ ອິນເດຍ ໄພຣເວດ ຈໍາກັດ (Kosher Climate India Private Limited).
ໃນກອງປະຊຸມ, ວິທະຍາກອນ ຈາກໂຄງການ ໄດ້ນໍາສະເໜີຄວາມ ຮູ້ກ່ຽວກັບສິນເຊື່ອກາກບອນ (Carbon Credit) ພ້ອມທັງ ເຊ່ືອມໂຍງກັບເປົ້າໝາຍການພັດ ທະນາແບບຍືນຍົງ (SDGs) ຂອງອົງການສະຫະປະຊາຊາດ ຊຶ່ງ ປະກອບມີ: SDG 7 (ພະລັງງານ ສະອາດທີ່ເຂົ້າເຖິງໄດ້): ສົ່ງເສີມ ການໃຊ້ພະລັງງານແສງຕາເວັນ ເພື່ອເພີ່ມອັດຕາສ່ວນພະລັງງານທົດ ແທນ, SDG 8 (ການເຕີບໂຕທາງ ເສດຖະກິດ ແລະ ສັງຄົມ): ສ້າງ ໂອກາດການຈ້າງງານ ແລະ ວຽກ ທີ່ມີຄຸນຄ່າໃຫ້ແກ່ຊຸມຊົນທ້ອງຖິ່ນ, SDG 13 (ການຮັບມືກັບການປ່ຽນ ແປງດິນຟ້າອາກາດ): ຜະລິດພະ ລັງງານສະອາດ ເພື່ອຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວ. ໂຄງການດັ່ງກ່າວ, ຍັງໄດ້ຮັບການ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ໂດຍມີການຮ່ວມມືກັບຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນວ່າ ໂຄງການຈະຊ່ວຍເພີ່ມຄວາມໝັ້ນ ຄົງດ້ານພະລັງງານໃຫ້ແກ່ ສປປ ລາວ, ກະຕຸ້ນເສດຖະກິດທ້ອງຖ່ິນ, ຍົກລະດັບພື້ນຖານໂຄງລ່າງ ແລະ ດຶງດູດການລົງທຶນດ້ານສິ່ງແວດ ລ້ອມໃນລະດັບສາກົນ. ພ້ອມນີ້, ຜ້ ເຂ້ົາຮ່ວມປະຊຸມຍັງໄດ້ຍົກຫລາຍ ບັນຫາປຶກສາຫາລືແລກປ່ຽນຄໍາ ຄິດ-ຄໍາເຫັນ ລະຫວ່າງຜູ້ພັດທະນາ ໂຄງການ ແລະ ຊຸມຊົນ ເພ່ືອສ້າງ ຄວາມຮັບຮູ້ເຂົ້າໃຈເປົ້າໝາຍໃຫ້ ທຸກພາກສ່ວນມີສ່ວນຮ່ວມ ໃນການ ພັດທະນາໂຄງການໃຫ້ເຕີບໂຕຢ່າງ ໝັ້ນຄົງ ແລະ ເປັນມິດກັບສິ່ງແວດ ລ້ອມຢ່າງຍືນຍົງ.
KPL