ຫາລືສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5

21/09/2026 09:15
KPL ກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສຳລັບອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ຂັ້ນສູນກາງ ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ຄຳເຝືອ ສິຣິວົງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ຈັດຂຶ້ນເພື່ອປຶກສາຫາລືການກຳນົດວິໄສທັດ ແລະ ເປົ້າໝາຍໄລຍະຍາວ ຂອງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສຳລັບອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ໃຫ້ກາຍເປັນກອບຍຸດທະສາດລະດັບສູງ ທີ່ມີຄວາມສອດຄ່ອງກັບນະໂຍບາຍໄລຍະໃໝ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ ກໍຄື ທ້ອງຖິ່ນ ໂດຍຜ່ານຂະບວນການປຶກສາຫາລື ແບບມີສ່ວນຮ່ວມກັບຫຼາຍພາກສ່ວນ ແລະ ຫຼາຍລະດັບ ຈາກສູນກາງຈົນຮອດທ້ອງຖິ່ນ.

ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານຫຍໍ້ ຜົນສຳເລັດ, ບົດຮຽນທີ່ຖອດຖອນໄດ້ ແລະ ສິ່ງທ້າທາຍ ຈາກການດຳເນີນແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 4; ສ້າງຄວາມເຂົ້າໃຈຕໍ່ແຜນຍຸດທະສາດ ແລະ ຂະບວນການພັດທະນາ ໃນໄລຍະ 5 ແລະ ຮ່ວມກັນທົບທວນ, ປັບປຸງ ແລະ ຢັ້ງຢືນຍຸດທະສາດການສົ່ງເສີມ ແລະ ຄາດໝາຍທີ່ຈະໄດ້ຮັບ ຂອງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5. ພ້ອມນີ້, ຍັງໄດ້ແບ່ງກຸ່ມປຶກສາຫາລື 3 ຫົວຂໍ້ສຳຄັນ ຄື: ການຄຸ້ມຄອງບໍລິຫານ (ການປະສານງານ, ການຄຸ້ມຄອງບຸກຄະລາກອນ, ຊັບສິນ, ການເງິນ); ການຄຸ້ມຄອງປົກປັກຮັກສາ (ສຶກສາສຳຫຼວດຊີວະນາໆພັນ, ປະຕິບັດກົດໝາຍ, ເຜີຍແຜ່ປູກຈິດສຳນຶກ) ແລະ ການພັດທະນາຊີວິດການເປັນຢູ່, ການທ່ອງທ່ຽວ ແລະ ປ່າໄມ້.

ອຸທິຍານແຫ່ງຊາດ ນາກາຍ-ນ້ຳເທີນ ແມ່ນ 1 ໃນ 9 ອຸທິຍານແຫ່ງຊາດ ທີ່ລັດຖະບານ ໄດ້ປະກາດສ້າງຕັ້ງຂຶ້ນ ຕາມດຳລັດ ສະບັບເລກທີ 36/ນຍ, ລົງວັນທີ 15 ກຸມພາ 2019, ມີເນື້ອທີ່ທັງໝົດ 427.770 ເຮັກຕາ ກວມເອົາ 2 ແຂວງ 4 ເມືອງ ຄື: ເມືອງຍົມມະລາດ, ເມືອງບົວລະພາ, ເມືອງນາກາຍ ແຂວງຄຳມ່ວນ ແລະ ເມືອງຄຳເກີດ ແຂວງບໍລິຄຳໄຊ, ເປັນເຂດທີ່ມີຄວາມອຸດົມສົມບູນທາງດ້ານຊີວະນາໆພັນ, ຮ່ອງຮອຍປູສະນີຍະສະຖານທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ທີ່ໂດດເດັ່ນ ມີຄຸນຄ່າດ້ານການອະນຸລັກ ໃນລະດັບພາກພື້ນ ກໍຄື ສາກົນ.

KPL

ຂ່າວອື່ນໆ

    • ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາວັດທະນະທຳ-ສັງຄົມ

      ລະດົມຄຳເຫັນສ້າງຄວາມເປັນເອກະພາບການນຳໃຊ້ບາງມາດຕາຂອງປະມວນກົດໝາຍອາຍາ

      9/21/2026 9:46:10 AM

      ວັນທີ 18 ກັນຍາ 2026 ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການນຳໃຊ້ບາງບົດບັນຍັດຂອງປະມວນກົດໝາຍອາຍາ ໂດຍສຸມໃສ່ຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ແລະ “ງັດແງະ” ຕາມມາດຕາ 231 ວັກ 2 ຊຶ່ງໃນພາກປະຕິບັດຕົວຈິງ ຍັງມີການເຂົ້າໃຈ ແລະ ນຳໃຊ້ບໍ່ທັນເປັນເອກະພາບກັນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍ ທ່ານສາດສະດາຈານກົດໝາຍອາວຸໂສ, ຜູ້ແທນຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.

    • ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດວັດທະນະທຳ-ສັງຄົມ

      ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ປິດລົງດ້ວຍຜົນສຳເລັດ

      9/21/2026 9:41:12 AM

      ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ພາຍໃຕ້ຫົວຂໍ້ “ຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດສົນທິສັນຍາ ເພື່ອສ້າງໃຫ້ໂລກນີ້ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານ” ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ປິດລົງດ້ວຍຜົນສຳເລັດ ໂດຍມີຄະນະຜູ້ແທນ ຈາກ 91 ປະເທດ, ໃນນັ້ນ 74 ປະເທດພາຄີ ແລະ 17 ປະເທດສັງເກດການ ແລະ ອົງການຈັດຕັ້ງສາກົນຕ່າງໆ ທັງໝົດ 27 ອົງການ ເຂົ້າຮ່ວມ.

    • ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCMວັດທະນະທຳ-ສັງຄົມ

      ກຳລັງ ປກຊ-ປກສ ເຂັ້ມງວດວຽກປ້ອງກັນຮັບໃຊ້ກອງປະຊຸມ 3RC-CCM

      9/21/2026 9:34:31 AM

      ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ

    • ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີວັດທະນະທຳ-ສັງຄົມ

      ລາວ-ຫວຽດນາມ ຮ່ວມມືຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ພາສີ

      9/17/2026 12:52:23 PM

      ກົມພາສີ ກະຊວງການເງິນ ສປປ ລາວ ແລະ ກົມພາສີ ກະຊວງການເງິນ ສສ ຫວຽດນາມ ຈັດຝຶກອົບຮົມໃນຫົວຂໍ້ “ການກຳນົດມູນຄ່າແຈ້ງພາສີ, ການຈັດລະຫັດສິນຄ້າ ແລະ ການກຳນົດແຫຼ່ງກຳເນີດສິນຄ້າ” ໃນວັນທີ 15 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ພຸດທະນິກອນ ເຄນນະວົງ ຮອງຫົວໜ້າກົມພາສີ ກະຊວງການເງິນ ສປປ ລາວ, ມີວິທະຍາກອນຈາກກົມພາສີ ຫວຽດນາມ ນຳໂດຍ ທ່ານ ນາງ ໄມ ທິ ເວີນ ແອງ ຮອງຫົວໜ້າພະແນກຄຸ້ມຄອງພາສີ ແລະ ອາກອນ, ມີສຳມະນາກອນຈາກກົມພາສີ ແລະ ພາສີປະຈຳແຂວງ, ບັນດາດ່ານ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວວັດທະນະທຳ-ສັງຄົມ

      ນາຍົກລັດຖະມົນຕີ ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ

      9/17/2026 8:24:37 AM

      ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບຄະນະບໍລິຫານສະມາຄົມສຽງແຄນລາວ ນຳໂດຍ ທ່ານ ຈະເລີນ ເຍຍປາວເຮີ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ປະທານກິດຕິມະສັກສະມາຄົມສຽງແຄນລາວ ເພື່ອລາຍງານການເຄື່ອນໄຫວຂອງສະມາຄົມສຽງແຄນລາວ ແລະ ເພື່ອຮັບການຊີ້ນຳຈາກການນຳພັກ-ລັດ.


Top