KPL
ວັນທີ 18 ກັນຍາ 2026 ຜ່ານມາ, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມລະດົມຄຳເຫັນທາງດ້ານນິຕິສາດ ກ່ຽວກັບຄວາມໝາຍ ແລະ ການນຳໃຊ້ບາງບົດບັນຍັດຂອງປະມວນກົດໝາຍອາຍາ ໂດຍສຸມໃສ່ຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ແລະ “ງັດແງະ” ຕາມມາດຕາ 231 ວັກ 2 ຊຶ່ງໃນພາກປະຕິບັດຕົວຈິງ ຍັງມີການເຂົ້າໃຈ ແລະ ນຳໃຊ້ບໍ່ທັນເປັນເອກະພາບກັນ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ພ້ອມດ້ວຍ ທ່ານສາດສະດາຈານກົດໝາຍອາວຸໂສ, ຜູ້ແທນຈາກອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການສືບສວນ-ສອບສວນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.
ທ່ານ ຄຳເພັດ ສົມວໍລະຈິດ ເນັ້ນເຖິງຄວາມສຳຄັນຂອງການນຳເອົາບັນຫາຈາກພາກປະຕິບັດ, ພຶດຕິກຳຕົວຈິງ ມາຄົ້ນຄວ້າດ້ວຍຫຼັກນິຕິສາດ ເພື່ອຊອກຫາແນວທາງທີ່ຈະແຈ້ງ, ມີເຫດຜົນ ແລະ ສາມາດນຳໃຊ້ໄດ້ຢ່າງກົມກຽວ ໂດຍສະເພາະສຳລັບກົດໝາຍອາຍາ, ການເຂົ້າໃຈຖ້ອຍຄຳໃຫ້ຈະແຈ້ງ ມີຄວາມສຳຄັນໂດຍກົງ ຕໍ່ການກຳນົດອົງປະກອບ ແລະ ເຄື່ອງໝາຍຂອງການກະທຳຜິດ, ຂອບເຂດຄວາມຮັບຜິດຊອບທາງອາຍາ ແລະ ການຮັບປະກັນຄວາມຍຸຕິທຳຕາມກົດໝາຍ. ເນື້ອໃນຂອງກອງປະຊຸມຄັ້ງນີ້ ໄດ້ມີການນຳສະເໜີຜົນການຄົ້ນຄວ້າສອງປະເດັນ ຄື: ການຄົ້ນຄວ້າກ່ຽວກັບຄວາມໝາຍ ແລະ ຂອບເຂດການນຳໃຊ້ ຂອງຄຳວ່າ “ຜົວ ຫຼື ເມຍ” ຕາມມາດຕາ 247 ໂດຍຊັ່ງຊາລະຫວ່າງສະພາບຄອບຄົວຕົວຈິງ ກັບຄວາມແນ່ນອນຂອງກົດໝາຍ; ການຄົ້ນຄວ້າຄວາມໝາຍ ແລະ ຂອບເຂດການນຳໃຊ້ ຂອງຄຳວ່າ “ງັດແງະ” ຕາມມາດຕາ 231 ວັກ 2 ເພື່ອຈຳແນກການລັກຊັບທົ່ວໄປ ກັບການລັກຊັບທີ່ມີລັກສະນະໜັກຂຶ້ນ.
ພາຍຫຼັງການນຳສະເໜີ, ບັນດາຜູ້ແທນໄດ້ຮ່ວມກັນແລກປ່ຽນຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ໂດຍພິຈາລະນາ ທັງໃນຫຼັກການຂອງກົດໝາຍ, ພຶດຕິກຳໃນການນຳໃຊ້ ແລະ ຜົນຂອງການປະຕິບັດກົດໝາຍ. ການລະດົມຄຳເຫັນ ບໍ່ໄດ້ມີຈຸດປະສົງ ໃນການຊອກຫາພຽງແຕ່ຄວາມເຫັນດີເຫັນພ້ອມກັນ, ແຕ່ຍັງພ້ອມກັນຊອກຫາເຫດຜົນທາງດ້ານນິຕິສາດທີ່ໜັກແໜ້ນ ເພື່ອສ້າງພື້ນຖານໃຫ້ການນຳໃຊ້ກົດໝາຍມີມາດຕະຖານດຽວກັນ.
ຜົນຂອງກອງປະຊຸມ ຈະໄດ້ຮັບການສັງລວມ, ປັບປຸງ ແລະ ປະກອບເຂົ້າໃນບົດຄົ້ນຄວ້າ ເພື່ອເປັນຂໍ້ມູນ ແລະ ພື້ນຖານ ໃນການກຳນົດແນວທາງນຳໃຊ້, ປັບປຸງນິຕິກຳ ຫຼື ສະເໜີອົງການ ທີ່ມີສິດອຳນາດພິຈາລະນາຕີຄວາມໝາຍຕາມລະບຽບການ ແລະ ກົດໝາຍ.
ກອງປະຊຸມຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນເວທີແລກປ່ຽນທາງດ້ານນິຕິສາດ, ແຕ່ຍັງເປັນການເຊື່ອມໂຍງ ລະຫວ່າງການຄົ້ນຄວ້າ-ການນຳໃຊ້-ການພັດທະນາກົດໝາຍ, ອັນຈະປະກອບສ່ວນຍົກສູງຄຸນນະພາບການດຳເນີນຄະດີ, ສ້າງຄວາມກົມກຽວ ແລະ ເປັນເອກະພາບ ໃນການນຳໃຊ້ກົດໝາຍ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຖືກຕ້ອງ ຕາມກົດໝາຍ ແລະ ເສີມສ້າງຄວາມເຊື່ອໝັ້ນຂອງສັງຄົມຕໍ່ຂະບວນການຍຸຕິທຳ ຢູ່ປະເທດເຮົາ.
KPL