KPL
ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ
ໃນວັນທີ 14-18 ກັນຍາ 2026 ຢູ່ນະຄອນຫຼວງວຽງຈັນ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ຮັກສາໄດ້ຄວາມສະຫງົບ, ປອດໄພ ເຈົ້າໜ້າທີ່ວິຊາສະເພາະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ໄດ້ນຳກຳລັງ ເປັນຕົ້ນ ກຳລັງສັນຕິບານ, ກຳລັງຕຳຫຼວດ, ກຳລັງປ້ອງກັນທີ່ຕັ້ງ, ປ້ອງກັນເຄື່ອນທີ່ ແລະ ກຳລັງປ້ອງກັນສູນກາງ ພ້ອມດ້ວຍພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ລົງຈຸດປະຈຳການ ໂດຍສະເພາະຢູ່ດ້ານໃນ ແລະ ນອກຫໍປະຊຸມແຫ່ງຊາດ ເພື່ອຮັບປະກັນການຮັກສາຄວາມສະຫງົບໄດ້ໂດຍພື້ນຖານ ແລະ ສ້າງສິ່ງອຳນວຍຄວາມສະດວກ ເຮັດໃຫ້ການດຳເນີນກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຕາມເປົ້າໝາຍ.
ທ່ານ ພັນເອກ ສີລະຄອນ ສຸລິວົງສາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ຫົວໜ້າຈຸຄະນະຮັບຜິດຊອບປ້ອງກັນ ປະຈຳຈຸດຫໍປະຊຸມແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 15 ກັນຍາ 2026 ນີ້ວ່າ: ໃນໂອກາດທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ນີ້ ເຈົ້າໜ້າທີ່ທຸກເຫຼົ່າຮົບ ໄດ້ມີການຮ່າງແຜນ, ກະກຽມກຳລັງ ແລະ ຈັດວາງກຳລັງຢ່າງລະອຽດຮອບດ້ານ ບົນພື້ນຖານການປະສານສົມທົບທີ່ກົມກຽວກັບຫຼາຍພາກສ່ວນ ເປັນຕົ້ນ ກຳລັງສັນຕິບານ, ກຳລັງຕຳຫຼວດ, ກຳລັງປ້ອງກັນທີ່ຕັ້ງ, ປ້ອງກັນເຄື່ອນທີ່ ແລະ ກຳລັງປ້ອງກັນສູນກາງ ໄດ້ເຂົ້າປະຈຳການຕາມຈຸດຕ່າງໆ ມາແຕ່ວັນທີ 8 ກັນຍາ 2026 ເປັນຕົ້ນມາ ແລະ ໄດ້ສຸມໃສ່ປະຕິບັດໜ້າທີ່ຕາມການແບ່ງຄວາມຮັບຜິດຊອບຢ່າງເຂັ້ມງວດ, ພ້ອມທັງມີການລາຍງານສະພາບການຮອບດ້ານ ແລະ ກວດກາອຸປະກອນເຄື່ອງໃຊ້ ຕະຫຼອດ 24 ຊົ່ວໂມງ ເພື່ອບໍ່ໃຫ້ມີຊ່ອງວ່າງໃດໆ ເກີດຂຶ້ນ.
ທ່ານ ພັນເອກ ສີລະຄອນ ສຸລິວົງສາ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ປະຊາຊົນໃນນະຄອນຫຼວງວຽງຈັນ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ ໃນການປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮ່ວມກັນຕ້ອນຮັບ ແລະ ເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ກອງປະຊຸມສຳຄັນ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ດຳເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ປອດໄພ ແລະ ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.
KPL