KPL
ງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 23 ໄດ້ຈັດຂຶ້ນຢູ່ ນະຄອນ ໜານນິງເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຂອງ ສປ ຈີນ, ວັນທີ 20 ກັນຍານີ້ ແມ່ນມື້ທຳອິດ ຂອງວັນເປີດ ໃຫ້ມວນຊົນເຂົ້າຊົມ ພາຍໃນງານ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ງານວາງສະແດງ ສິນຄ້າຈີນ-ອາຊຽນ ຄັ້ງທີ 23 ໄດ້ຈັດຂຶ້ນຢູ່ ນະຄອນ ໜານນິງເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ຂອງ ສປ ຈີນ, ວັນທີ 20 ກັນຍານີ້ ແມ່ນມື້ທຳອິດ ຂອງວັນເປີດ ໃຫ້ມວນຊົນເຂົ້າຊົມພາຍໃນງານ. ງານປີນີ້ແມ່ນເປັນຄັ້ງທຳອິດ ທີ່ໄດ້ຕັ້ງເຂດວາງສະແດງ “ຮ້ານຂາຍຂະໜາດໃຫຍ່ ດ້ານປັນຍາປະດິດ” ແລະ “ພື້ນທີ່ອະນາຄົດ”, ເຊິ່ງເຕັມໄປດ້ວຍເຕັກໂນໂລຊີທີ່ທັນສະໄໝເຮັດໃຫ້ 2 ເຂດວາງສະແດງດັ່ງກ່າວ ໄດ້ຮັບຄວາມສົນໃຈ ຢ່າງຫລວງຫລາຍ. ເຂດວາງສະແດງ “ຮ້ານຂາຍຂະໜາດໃຫຍ່ ດ້ານປັນຍາປະດິດ” ທີ່ສ້າງຕັ້ງຂຶ້ນໃໝ່ໃນປີນີ້ ໄດ້ເຕົ້າໂຮມຜະລິດຕະພັນ AI ສຳລັບ ຜູ້ບໍລິໂພກ 500 ກວ່າຊະນິດ, ເຊິ່ງລວມເຖິງ ຜະລິດຕະພັນ 8 ປະເພດໃຫຍ່ ເຊັ່ນ: ອຸປະກອນສວມໃສ່, ອຸປະກອນ ສຳລັບ ການດຳລົງຊີວິດ ອັດສະລິຍະ, ສຸຂະພາບໃນຄອບຄົວ, ການສຶກສາ ວິທະຍາສາດ ແບບອັດສະລິຍະ ແລະ ອື່ນໆ. ຜູ້ຊົມສາມາດທົດລອງ ແວ່ນຕາ AI, ອຸປະກອນກິລາ ແບບອັດສະລິຍະ ແລະ ຜະລິດຕະພັນອື່ນໆຢູ່ກັບທີ່. ສຳລັບ ເຂດວາງສະແດງ “ພື້ນທີ່ອະນາຄົດ” ທີ່ສ້າງຕັ້ງຂຶ້ນໃໝ່ຄືກັນນີ້, ໄດ້ເລັງໃສ່ ເຕັກໂນໂລຊີ ແລະ ຜະລິດຕະພັນ ທັນສະໄໝ ທີ່ສຸດໃນຂົງເຂດ ການບິນອະວະກາດ, ສະທ້ອນໃຫ້ເຫັນເຖິງ ແຜນວາດຂອງຕ່ອງໂສ້ ອຸດສາຫະກຳຄົບວົງຈອນທີ່ລວມທັງ “ການຄົ້ນຄວ້າ ຜະລິດຈະຫລວດ-ປະກອບເຄືອຂ່າຍ ດາວທຽມ-ການນຳໃຊ້ ຂໍ້ມູນອະວະກາດ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL