KPL
ກົມການເມືອງ ສູນກາງພັກ ກອມມູນິດຈີນ ໄດ້ຈັດກອງປະຊຸມເພື່ອຄົ້ນຄວ້າ ບັນຫາສຳຄັນ ກ່ຽວກັບ ການຊຸກຍູ້ ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ ດ້ວຍຄວາມພະຍາຍາມ ຢ່າງບໍ່ລົດລະ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ ເປັນປະທານ ກອງປະຊຸມດັ່ງກ່າວ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 21 ກັນຍານີ້, ກົມການເມືອງ ສູນກາງພັກ ກອມມູນິດຈີນ ໄດ້ຈັດກອງປະຊຸມເພື່ອຄົ້ນຄວ້າ ບັນຫາສຳຄັນ ກ່ຽວກັບ ການຊຸກຍູ້ ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ ດ້ວຍຄວາມພະຍາຍາມ ຢ່າງບໍ່ລົດລະ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ ເປັນປະທານ ກອງປະຊຸມດັ່ງກ່າວ.ໃນກອງປະຊຸມໄດ້ຕົກລົງວ່າ: ກອງປະຊຸມ ຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກ ກອມມູນິດຈີນ ສະໄໝທີ 20 ຈະຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ ໃນລະຫວ່າງ ວັນທີ 26-29 ຕຸລາໜ້ານີ້. ກົມການເມືອງສູນກາງພັກກອມມູນິດຈີນ ໄດ້ຮັບຟັງບົດລາຍງານ ກ່ຽວກັບການເກັບກຳ ຄວາມຄິດເຫັນ ໃນຂອບເຂດທີ່ແນ່ນອນ ທັງໃນ ແລະ ນອກຕໍ່ຮ່າງ “ມະຕິຂອງຄະນະກຳມະການ ສູນກາງພັກ ກອມມູນິດຈີນ ກ່ຽວກັບບັນຫາສຳຄັນ ໃນດ້ານການຊຸກຍູ້ການຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ”, ແລະ ໄດ້ຕົກລົງວ່າ ຈະປັບປຸງຮ່າງມະຕິດັ່ງກ່າວ ຕາມຄວາມຄິດເຫັນ ທີ່ໄດ້ປຶກສາຫາລື ໃນກອງປະຊຸມຄັ້ງນີ້, ກ່ອນຈະນຳສະເໜີ ໃຫ້ກອງປະຊຸມ ຄົບຄະນະຄັ້ງທີ 5 ຂອງຄະນະກຳມະການ ສູນກາງພັກ ກອມມູນິດຈີນ ສະໄໝທີ 20 ພິຈາລະນາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL