ສສຍລ ດຳເນີນກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V

03/06/2026 11:16
Email Print 1535
KPL ກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກສູນກາງ ສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ V ຈັດຂຶ້ນໃນທ້າຍອາທິດຜ່ານມາ.

      ຂປລ.  ໂດຍການເປັນປະທານຂອງ ສະຫາຍ ນາງ ອາລີ ວົງໜ່ໍບຸນທໍາ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີຄະນະພັກ, ຄະນະນຳ, ສະມາຊິກພັກພາຍໃນສູນກາງສະ ຫະພັນແມ່ຍິງລາວເຂົ້າຮ່ວມ.ກອງປະຊຸມໄດ້ສະຫລຸບຜົນການນໍາພາ-ຊີ້ນໍາໃນໄລຍະຜ່ານມາ, ຄົ້ນຄວ້າ ແລະ ຮັບຮອງຮ່າງລາຍງານການເມືອງພ້ອມແຜນພັດທະນາ 5 ປີ (2026-2030) ເພື່ອສືບຕ່ໍນໍາພາວຽກງານຂອງ ສສຍລ ຊຶ່ງສະໄໝຜ່ານມາ ສສຍລ ໄດ້ນໍາພາປະຕິບັດ 10 ແຜນງານ, 65 ໂຄງການ ແລະ 3 ແຜນດໍາເນີນງານແຫ່ງຊາດ ດ້ານຄວາມສະເໝີພາບຍິງ-ຊາຍ, ແມ່ ແລະ ເດັກ, ພ້ອມທັງສົ່ງເສີມການພັດທະນາແມ່ຍິງ ແລະ ການສ້າງພະນັກງານເພດຍິງໃຫ້ເຂັ້ມແຂງ.

     ພ້ອມນີ້, ກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕເລືອກຕ້ັງຄະນະບໍລິຫານງານພັກສະໄໝທີ V ຈໍານວນ 11 ສະຫາຍ ຈາກຜູ້ສະໝັກ 14 ສະຫາຍ. ຜົນການເລືອກຕັ້ງ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສະໄໝທີ V, ສະຫາຍ ນາງ ທຳມາ ເພັດວິໄຊ ເປັນຮອງເລຂາ ແລະ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານກວດກາພັກ.

     ໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍຕ່ໍຜົນສໍາເລັດຂອງ ສສຍລ ແລະ ເນັ້ນໃຫ້ສືບຕໍ່ເສີມສ້າງວຽກງານການເມືອງ-ແນວຄິດ, ພັດທະນາພະນັກງານແມ່ຍິງ, ຂັບເຄື່ອນຂໍ້ແຂ່ງຂັນ “3 ດີ”, ສ້າງໂອກາດອາຊີບ ແລະ ລາຍໄດ້ໃຫ້ແມ່ຍິງໂດຍສະເພາະໃນເຂດຫ່າງໄກ, ພ້ອມທັງຍົກສູງປະສິດທິພາບອົງການ ແລະ ຂະຫຍາຍການຮ່ວມມືສາກົນ ໃຫ້ມີຜົນສໍາເລັດຫລາຍຂຶ້ນ.

   ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ

                                                                                
KPL

ຂ່າວອື່ນໆ

    • ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືການເມືອງ

      ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

      6/11/2026 11:41:50 AM

      ໂດຍຕອບສະໜອງຕາມການເຊ້ືອເຊີນຂອງສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂ້ັນສູງ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ໃນລະຫວ່າງ ວັນທີ 7-9 ມິຖຸນາ 2026.

    • ເລຂທິການໃຫຍ່ ພົບປະກັບປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນການເມືອງ

      ເລຂທິການໃຫຍ່ ພົບປະກັບປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

      6/11/2026 11:29:20 AM

      ໃນວັນທີ 5 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ຈ້າວ ເລີ້ຈີ້ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທ່ົວປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດຢ້ຽມຢາມລັດຖະກິດຢູ່ ສປ ຈີນ ໃນລະຫວ່າງວັນທີ 2-6 ມິຖຸນາ 2026.

    • ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ

      6/11/2026 11:18:15 AM

      ໃນວັນທີ 9 ມິຖຸນາ 2026 ທີ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານ ປະເທດ ແຫ່ງ ສສ ຫວຽດນາມ.

    • ນາຍົກລັດຖະມົນຕີ ຕ້ອນຮັບທູດ ສ ເກົ່າຫລີ ເຂົ້າຢຽມຂໍ່ານັບການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບທູດ ສ ເກົ່າຫລີ ເຂົ້າຢຽມຂໍ່ານັບ

      6/3/2026 11:04:59 AM

      ເມື່ອບໍ່ດົນມານີ້, ທີ່ສໍາ ນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຈອງ ຢອງ ຊູ (JUNG Yung Soo) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫລີ ປະຈໍາ ສປປ ລາວ.

    • ປະທານປະເທດ ຕ້ອນຮັບການນຳແຂວງເຈີ້ຈ່ຽງ ເຂົ້າຢ້ຽມຂໍ່ານັບການເມືອງ

      ປະທານປະເທດ ຕ້ອນຮັບການນຳແຂວງເຈີ້ຈ່ຽງ ເຂົ້າຢ້ຽມຂໍ່ານັບ

      6/3/2026 10:55:37 AM

      ໃນວັນທີ 2 ມິຖຸນາ 2026 ນີ້, ທີ່ນະຄອນຫາງໂຈ, ແຂວງເຈີ້ຈ່ຽງ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫວັງ ຮ້າວ ກໍາມະການສູນກາງພັກ, ເລຂາພັກແຂວງເຈີ້ຈ່ຽງ, ປະທານຄະນະປະຈໍາສະພາ ຜູ້ແທນປະຊາຊົນແຂວງເຈີ້ຈ່ຽງ ພ້ອມດ້ວຍຄະນະ.


Top