ນາຍົກລັດຖະມົນຕີ ຕ້ອນຮັບທູດ ສ ເກົ່າຫລີ ເຂົ້າຢຽມຂໍ່ານັບ

03/06/2026 11:04
Email Print 1210
KPL ເມື່ອບໍ່ດົນມານີ້, ທີ່ສໍາ ນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຈອງ ຢອງ ຊູ (JUNG Yung Soo) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ເກົາຫລີ ປະຈໍາ ສປປ ລາວ.

ຂປລ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງວ່າ ຕະຫລອດໄລຍະທີ່ທ່ານທູດໄດ້ມາ ປະຕິບັດໜ້າທີ່ຢູ່ ສປປ ລາວ ແມ່ນ ໄດ້ປະກອບສ່ວນເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທ່ີມີມູນເຊ້ືອອັນດີງາມຂອງ ສອງປະເທດ ກໍຄື ປະຊາຊົນລາວ-ເກົາຫລີ ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍ່ິງຂ້ຶນ ໂດຍເຊ່ືອ ໝັ້ນວ່າທ່ານທູດຈະສືບຕໍ່ລະດົມນັກລົງທຶນຈາກ ສ ເກົາຫລີ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ຫລາຍຂຶ້ນ ໂດຍສະເພາະການພັດທະນາໃນຂົງເຂດວຽກງານພະລັງງານ, ກະສິກຳສະອາດ, ການທ່ອງທ່ຽວ, ແຮ່ທາດຕ່າງໆທີ່ຕິດພັນກັບການປຸງແຕ່ງ. ນອກນັ້ນ, ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ລວມທັງນະໂຍບາຍສົ່ງເສີມການລົງທຶນ, ການພັດທະນາພື້ນຖານໂຄງລ່າງເຮັດໃຫ້ ສປປ ລາວ ສາ ມາດເຊື່ອມໂຍງ-ເຊື່ອມຈອດພາກພ້ືນ ແລະ ສາກົນ ໄດ້ຄ່ອງຕົວຫລາຍຂຶ້ນໃນແຕ່ລະໄລຍະ. ອັນສຳຄັນໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ໂດຍສະເພາະນັບແຕ່ການຢ້ຽມຢາມ ສ ເກົາຫລີ ຢ່າງ ເປັນທາງການຂອງທ່ານປະທານປະເທດແຫ່ງ ສປປ ລາວ ໃນທ້າຍເດືອນທັນວາ 2025 ຜ່ານມາ ສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ເຮັດໃຫ້ການຮ່ວມມືໃນດ້ານຕ່າງໆຖືກຍົກສູງຂຶ້ນສູ່ລະດັບໃໝ່.

      ໃນໂອກາດດຽວກັນ, ທ່ານ ຈອງ ຢອງ ຊູ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານນາຍົກລັດຖະມົນຕີໃນຄັ້ງນ້ີ ໂດຍສະເພາະ, ແມ່ນໄດ້ໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃນດ້ານຕ່າງໆຕະຫລອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເຮັດໃຫ້ມີຜົນສຳເລັດຢ່າງຕໍ່ເນື່ອງເປັນກ້າວໆມາ, ພ້ອມກັນນັ້ນ ກໍໄດ້ສະເໜີແຜນການຮ່ວມມືກັນໃນຕໍ່ໜ້າເປັນຕົ້ນຂົງເຂດວຽກງານແຮງງານ ເພື່ອເຮັດໃຫ້ແຮງງານລາວມີວຽກເຮັດງານທຳ, ມີລາຍຮັບ ແລະ ຍົກລະດັບສີມືໃຫ້ດີຂຶ້ນ, ລວມທັງຂະແໜງແຮ່ທາດ, ເຕັກໂນໂລຊີ, ການພັດທະນາພ້ືນຖານໂຄງລ່າງພື້ນຖານ, ການຕອບໂຕ້ ແລະ ຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ. ນອກນັ້ນ, ຍັງໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ໃນວຽກງານການລົງທຶນ, ການຄຸ້ມຄອງ-ບໍລິຫານວຽກງານທ່ີສຳຄັນ ແລະ ອື່ນໆ.

ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.

KPL

ຂ່າວອື່ນໆ

    • ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືການເມືອງ

      ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

      6/11/2026 11:41:50 AM

      ໂດຍຕອບສະໜອງຕາມການເຊ້ືອເຊີນຂອງສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂ້ັນສູງ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ໃນລະຫວ່າງ ວັນທີ 7-9 ມິຖຸນາ 2026.

    • ເລຂທິການໃຫຍ່ ພົບປະກັບປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນການເມືອງ

      ເລຂທິການໃຫຍ່ ພົບປະກັບປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

      6/11/2026 11:29:20 AM

      ໃນວັນທີ 5 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບສະຫາຍ ຈ້າວ ເລີ້ຈີ້ ກໍາມະການປະຈໍາກົມການເມືອງສູນກາງພັກກອມມູນິດຈີນ, ປະທານສະພາຜູ້ແທນປະຊາຊົນທ່ົວປະເທດ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະໃນໂອກາດຢ້ຽມຢາມລັດຖະກິດຢູ່ ສປ ຈີນ ໃນລະຫວ່າງວັນທີ 2-6 ມິຖຸນາ 2026.

    • ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມການເມືອງ

      ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ

      6/11/2026 11:18:15 AM

      ໃນວັນທີ 9 ມິຖຸນາ 2026 ທີ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານ ປະເທດ ແຫ່ງ ສສ ຫວຽດນາມ.

    • ສສຍລ ດຳເນີນກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ການເມືອງ

      ສສຍລ ດຳເນີນກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V

      6/3/2026 11:16:39 AM

      ກອງປະຊຸມໃຫຍ່ສະມາຊິກພັກຂອງອົງຄະນະພັກສູນກາງ ສະຫະພັນແມ່ຍິງລາວ (ສສຍລ) ຄັ້ງທີ V ຈັດຂຶ້ນໃນທ້າຍອາທິດຜ່ານມາ.

    • ປະທານປະເທດ ຕ້ອນຮັບການນຳແຂວງເຈີ້ຈ່ຽງ ເຂົ້າຢ້ຽມຂໍ່ານັບການເມືອງ

      ປະທານປະເທດ ຕ້ອນຮັບການນຳແຂວງເຈີ້ຈ່ຽງ ເຂົ້າຢ້ຽມຂໍ່ານັບ

      6/3/2026 10:55:37 AM

      ໃນວັນທີ 2 ມິຖຸນາ 2026 ນີ້, ທີ່ນະຄອນຫາງໂຈ, ແຂວງເຈີ້ຈ່ຽງ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຫວັງ ຮ້າວ ກໍາມະການສູນກາງພັກ, ເລຂາພັກແຂວງເຈີ້ຈ່ຽງ, ປະທານຄະນະປະຈໍາສະພາ ຜູ້ແທນປະຊາຊົນແຂວງເຈີ້ຈ່ຽງ ພ້ອມດ້ວຍຄະນະ.


Top