ຄວາມໝາຍສຳຄັນຂອງໄຊຊະນະດຽນບຽນຟູ

13/05/2026 13:32
Email Print 180
KPL ຂປລ. ໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ດິນແດນບໍ່ກວ້າງໃຫຍ່, ປະຊາກອນບໍ່ຫລາຍ, ເສດຖະກິດຫລ້າຫລັງ ແລະ ຂະຫຍາຍຕົວຊັກຊ້າ

ຂປລ. ໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ  ແລະ ຂອງໂລກຢູ່ໃນສະຕະວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ດິນແດນບໍ່ກວ້າງໃຫຍ່, ປະຊາກອນບໍ່ຫລາຍ, ເສດຖະກິດຫລ້າຫລັງ ແລະ ຂະຫຍາຍຕົວຊັກຊ້າ; ກຳລັງທະຫານຍັງອ່ອນນ້ອຍ ພາຫະນະອຸປະກອນຍັງມີໜ້ອຍ ແຕ່ມີຄວາມສາມັກຄີຢ່າງແໜ້ນແຟ້ນ, ມີການຊີ້ນຳ-ນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິງ ຜູ້ນຳທີ່ຍິ່ງໃຫຍາ, ຮູ້ໝູນໃຊ້ກຳລັງປະກອບອາວຸດທົ່ວປວງຊົນ ເພື່ອເຮັດສົງຄາມປະຊາຊົນ, ສາມາດຕີເອົາໄຊຊະນະກັບສັດຕູຜູ້ທີ່ມາຮຸກຮານທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າຫລາຍເທົ່າ.

ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນ ເພື່ອປົດປ່ອຍຕົນເອງ ໄຊຊະນະດັ່ງກ່າວໄດ້ດັບມອດເຈດຈຳນົງ ແລະ ການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານ ຝຣັ່ງ ຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ. ພາກເໜືອຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ກາຍເປັນຖານທີ່ໝັ້ນຂອງການປະຕິວັດທີ່ເຂັ້ມແຂງເປັນແນວຫລັງທີີ່ແໜ້ນແກ່ນໃຫ້ແກ່ການດຳເນີນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ຢູ່ພາກໃຕ້ຫວຽດນາມ. ໄຊຊະນະດຽນບຽນຟູ ແລະ ໄຊຊະນະໃນການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບເກົ່າ ຂອງປະຊາຊົນຫວຽດນາມ, ລາວ ແລະກຳປູເຈຍ ແມ່ນເປັນເທື່ອທຳອິດທີ່ໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າຖືກພັງທະລາຍລົງຢູ່ໃນໂລກ, ໄຊຊະນະດັ່ງກ່າວຍັງເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງໃຫ້ແກ່ບັນດາປະຊາຊາດທີ່ຕົກເປັນຫົວເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານກັບການກົດຂີ່ຂູດຮີດ ແລະ ແອກຄອບຄອງເມືອງຂຶ້ນແບບເກົ່າຢູ່ຫລາຍບ່ອນໃນໂລກ, ປະກອບສ່ວນອັນສົມກຽດເຂົ້າໃນພາລະກິດຕໍ່ສູ້ອັນຍິ່ງໃຫຍ່ຂອງມວນມະນຸດທີ່ກ້າວໜ້າເພື່ອສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ. ໄຊຊະ ນະດຽນບຽນຟູ ເປັນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ ໃນພາກິດສ້າງສາພັດທະນາປະເທດຊາດຊົ່ວກາລະນານ, ມານະຈິດຂອງດຽນບຽນຟູ ຍັງໃສແຈ້ງ ຍັງເປັນກຳລັງແຮງປຸກລະດົມອັນຍິ່ງໃຫຍ່ ຂອງປະຊາຊົນຫວຽດ ນາມ ໃນພາລະກິດປ່ຽນແປງໃໝ່ ແນໃສ່ປະຕິບັດຈຸດໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມສະເໝີພາບ, ປະຊາທິປະໄຕ, ສີວິໄລ.

 

ສຳລັບຢູ່ປະເທດລາວ ໄຊຊະນະດຽວບຽນຟູ ໄດ້ມີຄວາມສຳຄັນໃນການສ້າງຄວາມສາມັກຄີພິເສດ, ຮ່ວມສຳພັນສູ້ຮົບລະຫວ່າງ ລາວ-ຫວຽດນາມ, ເປັນໄຊຊະນະຕ້ານສັດຕູຕົວດຽວກັນ, ປະສານສົມທົບ ແລະ ອຸດໜູນເຊິ່ງກັນ ແລະ ກັນ ເພາະວ່າດຽນບຽນຟູ ຢູ່ໃກ້ໆກັບແຂວງຜົ້ງສາລີ ແລະ ຫົວພັນ. ສະນັ້ນ ຕີຊະນະລ່າເມືອງຂຶ້ນແບບເກົ່າຢູ່ດຽນບຽນຟູ ຈຶ່ງທັບມ້າງແຫລ່ງທີ່ໝັ້ນສຳຄັນຂອງສັດຕູ.

KPL

ຂ່າວອື່ນໆ


Top