KPL
ຂປລ. ຢູ່ໃນເອກະສານເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໄດ້ຊີ້ໃຫ້ເຫັນວ່າ: ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາທີ່ເຂັ້ມແຂງ, ແທດເຖິງການຕິດຕາມ, ກວດກາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ຕິດພັນກັບການຕີລາຄາຄວາມຮັບຜິດຊອບການເມືອງ ແລະ ປະເມີນຜົນການປະຕິບັດໜ້າທີ່, ວຽກງານຕົວຈິງ ຂອງພະນັກງານ-ສະມາຊິກພັກ ເປັນໜ້າທີ່ໃຈກາງໃນການນໍາພາ-ຊີ້ນໍາ.
ຂປລ. ຢູ່ໃນເອກະສານເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໄດ້ຊີ້ໃຫ້ເຫັນວ່າ: ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາທີ່ເຂັ້ມແຂງ, ແທດເຖິງການຕິດຕາມ, ກວດກາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ຕິດພັນກັບການຕີລາຄາຄວາມຮັບຜິດຊອບການເມືອງ ແລະ ປະເມີນຜົນການປະຕິບັດໜ້າທີ່, ວຽກງານຕົວຈິງ ຂອງພະນັກງານ-ສະມາຊິກພັກ ເປັນໜ້າທີ່ໃຈກາງໃນການນໍາພາ-ຊີ້ນໍາ.
ຍົກສູງປະສິດທິພາບ ການກວດກາ ແລະ ການຄຸ້ມຄອງລະບຽບວິໄນຂອງພັກ, ເດັດດ່ຽວຕໍ່ສູ້, ຕີຖອຍການລະເມີດລະບຽບວິໄນ ແລະ ປະກົດການອາດຍາສິດ, ເຮັດວຽກແບບຜິວເຜີນ, ບໍ່ຕິດພັນກັບການແກ້ໄຂບັນຫາຕົວຈິງ, ແກ້ໄຂຢ່າງທັນການປະກົດການສ້າງກຸ່ມກ້ອນເຊື້ອສາຍພາຍໃນພັກ, ການສວຍໃຊ້ໜ້າທີ່, ກົດໜ່ວງຖ່ວງດຶງ ເພື່ອຫາຜົນປະໂຫຍດສ່ວນຕົວ, ການຍັກຍອກ ແລະ ການຟຸມເຟືອຍ ງົບປະມານ, ທຶນຮອນ, ຊັບສິນຂອງລັດ, ສ້າງຄວາມເສຍຫາຍໜັກໜ່ວງໃຫ້ພັກ, ລັດ ແລະ ປະຊາຊົນ; ຄະນະພັກ ແລະ ຄະນະກວດກາ ແຕ່ລະຂັ້ນ ຕ້ອງກໍາແໜ້ນການເຄື່ອນໄຫວປະຕິບັດໜ້າທີ່ ກໍຄື ການດໍາລົງຊີວິດ ຂອງພະນັກງານແຕ່ລະຂັ້ນ ເພື່ອຫລີກເວັ້ນປະກົດການຫຍໍ້ທໍ້ ທີ່ສ້າງຜົນສະທ້ອນ ຕໍ່ພະນັກງານ ແລະ ສ້າງຄວາມເສື່ອມເສຍຕໍ່ພັກ, ສ້າງຄວາມເສຍຫາຍດ້ານຊັບສິນ, ທຶນຮອນຂອງການຈັດຕັ້ງ, ຂອງປະເທດຊາດ ແລະ ປະຊາຊົນ. ເດັດຂາດ, ເຂັ້ມງວດ ແລະ ຄວາມຈິງຈັງ ໃນການແກ້ໄຂທຸກການລະເມີດລະບຽບວິໄນ ຂອງພັກ, ກົດໝາຍ ຂອງລັດ ໃນຖັນແຖວພະນັກງານ-ລັດຖະກອນ ທຸກລະດັບ.
ເພີ່ມທະວີຄວາມຮັບຜິດຊອບ ແລະ ຄວາມສາມາດ ໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງຄະນະ ວິໄນຂອງພັກ. ປັບປຸງຮູບການ, ວິທີການກວດກາ ສືບຕໍ່ກວດກາບັນດາເປົ້າໝາຍທີ່ພວມປະຕິບັດ ໃຫ້ສໍາເລັດໂດຍໄວ ແລະ ດໍາເນີນການກວດກາເປົ້າໝາຍໃໝ່ ທີ່ສັງຄົມ, ການຈັດຕັ້ງພວມເລັ່ງທວງ ໂດຍຖືເອົາການກວດກາປົກກະຕິດ້ານພັກ-ດ້ານລັດ ເລີ່ມແຕ່ຫົວທີເປັນຕົ້ນຕໍ ແລະ ໃຫ້ແຂງແຮງ, ເອົາການກວດກາຕາມຄໍາສັ່ງ ແລະ ກວດກາຕາມເຫດການເກີດຂຶ້ນ ຫລື ເມື່ອມີປະກົດການລະເມີດວິໄນ, ຝ່າຝືນກົດໝາຍເປັນສໍາຄັນ, ສົມທົບການກວດກາລະບຽບວິໄນຂອງພັກ ກັບການກວດກາວຽກງານບໍລິຫານລັດ, ຕ້ານການສໍ້ລາດບັງຫລວງ.
ສ້າງ ແລະ ປັບປຸງ ບັນດານິຕິກໍາ ໃຕ້ກົດໝາຍກ່ຽວກັບການກວດກາ, ນັບທັງການປັບປຸງ ແລະ ສ້າງນິຕິກໍາທີ່ຈໍາເປັນທີ່ກໍານົດໃຫ້ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ປະຊາຊົນ ເຂົ້າຮ່ວມໃນການຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງຄະນະພັກ, ບັນດາອົງການອໍານາດລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນການປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ.
ການແກ້ໄຂປະກົດການຫຍໍ້ທໍ້, ການສໍ້ລາດບັງຫລວງ ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງ ພັກ-ລັດຂັ້ນຕ່າງໆ. ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງບົດບາດ ຂອງສື່ມວນຊົນ ເຜີຍແຜ່ຜົນຂອງການກວດກາ ແລະ ການແກ້ໄຂຜົນຂອງການກວດກາ ໃຫ້ທົ່ວສັງຄົມ ໄດ້ຮັບຮູ້. ຍົກລະດັບຄວາມຮູ້, ຄວາມສາມາດ, ທັກສະດ້ານວິຊາສະເພາະວຽກງານຕິດຕາມກວດກາ, ຕ້ານ, ສະກັດກັ້ນການສໍ້ລາດ ບັງຫລວງ ໃຫ້ແກ່ພະນັກງານທີ່ເຮັດວຽກງານກວດກາ ຢູ່ແຕ່ລະຂັ້ນ ໂດຍສົມທົບແໜ້ນລະຫວ່າງການບໍາລຸງຍົກລະດັບດ້ານທິດສະດີ, ຫລັກວິຊາການ ກັບການປະຕິບັດຕົວຈິງຢູ່ທ້ອງຖິ່ນ, ຮາກຖານ ກໍຄື ການສົ່ງໄປບໍາລຸງສ້າງ ນໍາພັກອ້າຍນ້ອງ ແລະ ປະເທດເພື່ອນມິດຕ່າງໆ.
KPL