KPL
ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ທ່ານໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຈະເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດລະຫວ່າງ ວັນທີ 13-15 ພຶດສະພານີ້, ເຊິ່ງເປັນການພົບປະແບບເຊິ່ງໜ້າກັນອີກຄັ້ງໜຶ່ງ ຫລັງຈາກ ປະມຸກລັດສອງປະເທດ ພົບປະກັນຢູ່ ນະຄອນບູຊານປະເທດ ສ.ເກົາຫລີ ເມື່ອເດືອນຕຸລາປີ 2025.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ, ທ່ານໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຈະເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດລະຫວ່າງ ວັນທີ 13-15 ພຶດສະພານີ້, ເຊິ່ງເປັນການພົບປະແບບເຊິ່ງໜ້າກັນອີກຄັ້ງໜຶ່ງ ຫລັງຈາກ ປະມຸກລັດສອງປະເທດ ພົບປະກັນຢູ່ ນະຄອນບູຊານປະເທດ ສ.ເກົາຫລີ ເມື່ອເດືອນຕຸລາປີ 2025.ໃນໂອກາດ ທີ່ສະຖານະການສາກົນ ມີການຜັນແປ ຢ່າງສັບສົນ, ວົງການຕ່າງໆຂອງ ສ.ອາເມລິກາ ໃຫ້ຄວາມສົນໃຈເປັນຢ່າງສູງ ຕໍ່ການພົບປະຄັ້ງນີ້, ຫວັງວ່າ ການຕ່າງປະເທດປະມຸກລັດ ຈະນຳພາການພົວພັນຈີນ-ອາເມລິກາ ກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງ, ເພີ່ມຄວາມໝັ້ນທ່ຽງ ແລະ ຄວາມແນ່ນອນຫລາຍກວ່າເກົ່າ ເຂົ້າສູ່ໂລກ ທີ່ເຕັມໄປດ້ວຍ ຄວາມປັ່ນປ່ວນວຸ້ນວາຍ. ການພົວພັນຈີນ-ອາເມລິກາ ທີ່ໝັ້ນທ່ຽງ ປອດໃສ ແລະ ພັດທະນາແບບຍືນຍົງ ສອດຄ່ອງກັບ ຜົນປະໂຫຍດຮ່ວມ ຂອງສອງປະເທດ ແລະ ຄວາມຄອງຄອຍ ຂອງປະຊາຄົມໂລກ. ທ່ານໂຣເປີດ ໂລເຣນສ ຄຸນ ປະທານກອງທຶນຄຸນອາເມຣິກາກ່າວວ່າ: “ການພົວພັນອາເມລິກາ-ຈີນ ມີຜົນສະທ້ອນອັນໃຫຍ່ຫລວງ ຕໍ່ວຽກງານຂອງທົ່ວໂລກ, ການແລກປ່ຽນຂອງປະມຸກລັດສອງປະເທດ ໄດ້ຮັບຄວາມສົນໃຈ ຈາກຊາວໂລກ. ການພົບປະ ລະຫວ່າງ ປະມຸກລັດ ສອງປະເທດ ຈະສົ່ງສັນຍານ ແຫ່ງຄວາມໝັ້ນທ່ຽງ ທີ່ລ້ຳຄ່າຕໍ່ທົ່ວໂລກ.” ເມື່ອບໍ່ດົນມານີ້, ໜ່ວຍງານອາເມລິກາ-ຈີນ ຂອງຄະນະກຳມະການແຫ່ງຊາດ ວ່າດ້ວຍນະໂຍບາຍການຕ່າງປະເທດ ອາເມລິກາ ລົງພິມບົດຄວາມ ໂດຍລະບຸວ່າ, ຫວັງວ່າ ການພົບປະລະຫວ່າງ ປະມຸກລັດ ສອງປະເທດ ອາເມລິກາ-ຈີນ ຢູ່ນະຄອນຫລວງປັກກິ່ງ ຈະສາມາດຊຸກຍູ້ ການຮ່ວມມືຕົວຈິງຂອງສອງປະເທດ ໃນຂົງເຂດເສດຖະກິດການຄ້າ ປັນຍາປະດິດ ແລະ ອື່ນໆ.ຂະນະທີ່ ສປ ຈີນ ແລະ ສ.ອາເມລິກາ ເຄີຍຮ່ວມມືກັນໃນຂົງເຂດຕ່າງໆ, ເຊັ່ນ: ຕໍ່ຕ້ານລັດທິ ກໍ່ການຮ້າຍ, ຮັບມືກັບ ວິກິດການທາງການເງິນ, ສະກັດກັ້ນການແພ່ລະບາດຂອງເຊື້ອພະຍາດອີໂບລາ ແລະອື່ນໆ, ທັງສະແດງໃຫ້ເຫັນເຖິງ ອະນາຄົດທີ່ດີ ໃນການຮ່ວມມື ດ້ານການຕໍ່ຕ້ານ ການເຂົ້າອອກເມືອງ ແບບຜິດກົດໝາຍ, ການຫລອກລວງ ທາງໂທລະຄົມ, ຕ້ານການຟອກເງິນ, ປັນຍາປະດິດ, ຮັບມືກັບການແພ່ລະບາດ ຂອງພະຍາດຕິດແປດ ແລະ ອື່ນໆ. ທ່ານ ໄມເຄີນ ໂຟຣມານ ປະທານສະມາຄົມການພົວພັນການຕ່າງປະເທດອາເມລິກາ ລົງພິມບົດຄວາມໂດຍລະບຸວ່າ, ເມື່ອ ສ.ອາເມລິກາ ແລະ ສປ ຈີນ ທີ່ເປັນສອງກຸ່ມ ເສດຖະກິດໃຫຍ່ ທີ່ສຸດໃນໂລກ ຮັກສາການແລກປ່ຽນກັນ ແລະ ໂລກ ຈະມີຄວາມໝັ້ນຄົງ ຫລາຍກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL