ໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດເຢຍລະມັນ ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫລວງໃຫ້ແກ່ການປະຕິວັດຢູ່ອິນດູຈີນ

13/05/2026 13:15
KPL *ວັນທີ 9 ພຶດສະພາ 1945 ແມ່ນວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ເຊິ່ງເປັນໄຊຊະນະອັນຍິ່ງໃຫຍ່ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກກອມມູນິດໂຊວຽດ, ປະຊາຊົນໂຊວຽດ ກໍຄື ປະເທດພັນທະມິດ ແລະ ປະຊາຊາດທົ່ວໂລກ ໄດ້ສາມັກຄີກັນ, ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ

 (ເນ່ືອງໃນໂອກາດວັນໄຊຊະນະສົງຄາມປົກປ້ອງປິຕຸພູມຂອງອະດີດສະຫະພາບໂຊວຽດ ຄົບຮອບ 81 ປີ 9/5/1945-9/5/2026)

 *ວັນທີ 9 ພຶດສະພາ 1945 ແມ່ນວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ເຊິ່ງເປັນໄຊຊະນະອັນຍິ່ງໃຫຍ່ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກກອມມູນິດໂຊວຽດ, ປະຊາຊົນໂຊວຽດ ກໍຄື ປະເທດພັນທະມິດ ແລະ ປະຊາຊາດທົ່ວໂລກ ໄດ້ສາມັກຄີກັນ, ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນເສຍ ສະຫລະຊີວິດ, ເລືອດເນື້ອ ແລະ ຊັບສິນຕໍ່ສູ້ຕ້ານ ການຮຸກຮານຂອງຟາດຊິດ ຢ່າງດຸເດືອດ, ພິລະອາດຫານ ແລະ ເດັດ ຂາດບໍ່ຍອມຈໍານົນ. ໄຊຊະນະຟາດຊິດ ບໍ່ພຽງແຕ່ສ້າງບາດລ້ຽວປະຫວັດສາດ ຕັດສິນໂຊກຊາຕາກຳຂອງປະຊາຊົນໂຊວຽດເທົ່ານັ້ນ ຍັງປົດປ່ອຍບັນດາປະຊາຊາດອອກຈາກການປົກຄອງຂອງຟາດຊິດ ມັນຍັງເປັນການຕັດສິນໂຊກຊາຕາກຳຂອງປະຊາຊົນຫລາຍປະເທດອີກດ້ວຍ ພາຍຫລັງສົງຄາມ ມັນໄດ້ສ້າງໃຫ້ມີບັນດາປະເທດສັງຄົມນິຍົມ ຊຶ່ງເປັນລະບົບເກີດຂຶ້ນໃນໂລກ. ໄຊຊະນະຟາດຊິດ ໄດ້ສົ່ງຜົນສະທ້ອນອັນດີໃຫ້ແກ່ການປະຕິວັດໂລກ ທັງຢູ່ເອີຣົບ ແລະ ອາຊີ, ມັນໄດ້ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ຂະບວນການປົດປ່ອຍຊາດ ຢູ່ບັນດາປະເທດຫົວເມືອງຂຶ້ນ ລຸກຂຶ້ນຕໍ່ສູ້ຍາດເອົາຄວາມເປັນເອກະລາດມາໃຫ້ຊາດຕົນ. ສຳລັບຢູ່ອິນດູຈີນ, ໄຊຊະນະຟາດສິດ ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫລວງໃຫ້ແກ່ການປະຕິວັດຢູ່ອິນດູຈີນ ມັນໄດ້ເຮັດໃຫ້ການປະຕິວັດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກ້າວຂຶ້ນຕີເອົາຊະນະກັບພວກລ່າເມືອງຂຶ້ນຝຣັ່ງ.

ເມ່ືອຫວນຄືນເຫດການພາໃຫ້ເກີດສົງຄາມໂລກຄັ້ງທີ  II ໄລຍະທ້າຍສະຕະວັດທີ XIX ຫາຕົ້ນສະຕະວັດທີ XX ລັດທິທຶນນິຍົມໄດ້ຂະຫຍາຍຕົວນັ້ນບໍ່ມີຄວາມດຸ່ນດ່ຽງກັນ (ບໍ່ເທົ່າທຽມກັນ) ຈຶ່ງເກີດມີຂໍ້ຂັດແຍ່ງທາງດ້ານສິດຜົນປະໂຫຍດ ລະຫວ່າງຈັກກະພັດດ້ວຍກັນ, ໂດຍສະເພາະການຍາດຊີງລະບົບຫົວເມືອງຂຶ້ນ ເພື່ອຂຸດຄົ້ນເອົາວັດຖຸດິບ, ຕະຫລາດຈໍາໜ່າຍສິນຄ້າ ແລະ ອື່ນໆ. ການຊ່ວງຊີງ ແລະ ແຂ່ງຂັນກັນທາງດ້ານອາວຸດ ຊຶ່ງຂໍ້ຂັດແຍ່ງດັ່ງກ່າວບໍ່ສາມາດແກ້ໄຂກັນໄດ້ຢ່າງສັນຕິວິທີ ຈຶ່ງກ້າວໄປເຖິງການໃຊ້ກໍາລັງເປັນເຄື່ອງມືໃນການແກ້ໄຂບັນຫາດ້ວຍການສ້າງຕັ້ງ 2 ກຸ່ມທາງທະຫານເຊັ່ນ: ກຸ່ມສໍາພັນທະມິດໄດ້ສ້າງຕັ້ງຂຶ້ນໃນປີ 1882, ປະກອບມີປະເທດເຢຍລະມັນ, ໂອຕຣິດ, ຮົງກາຣີ ແລະ ອີຕາລີ. (ໃນປີ 1915 ອີຕາລີຍ້າຍໄປຢູ່ກຸ່ມສົນທິ ສັນຍາ) ຊຶ່ງກຸ່ມສົນທິສັນຍາໄດ້ສ້າງຕັ້ງຂຶ້ນໃນປີ 1907ປະກອບມີ ອັງກິດ, ຝຣັ່ງ ແລະ ຣັດເຊຍ(ສະຫະພາບໂຊວຽດ). ພາຍຫລັງສ້າງຕັ້ງສໍາເລັດ, ທັງສອງກຸ່ມໄດ້ດໍາເນີນການຕໍ່ສູ້ກັນຢ່າງດຸເດືອດທີ່ສຸດເພື່ອແບ່ງໂລກຄືນໃໝ່, ຊ່ວງຊີງ ແລະແຂ່ງຂັນກັນທາງດ້ານອາວຸດ.

ໃນວັນທີ 28 ກໍລະກົດ ປີ 1914 ໂອຕຣິດ, ຮົງກາຣີ ໄດ້ບຸກໂຈມຕີແຊກບີ ວັນທີ 1 ສິງຫາ ເຢຍລະມັນ ປະກາດສົງຄາມກັບຣັດເຊຍ. ວັນທີ 3 ປະກາດສົງຄາມກັບຝຣັ່ງ ແລະ ວັນທີ 4 ອັງກິດ ປະກາດສົງຄາມກັບເຢຍລະມັນ. ໃນເບື້ອງຕົ້ນມີພຽງແຕ່ປະເທດມະຫາອໍານາດເທົ່ານັ້ນເຂົ້າຮ່ວມສົງຄາມ ຕໍ່ມາມີຫລາຍປະເທດ ແລະ ເມືອງຂຶ້ນຕ່າງໆຂອງບັນດາປະເທດຈັກກະພັດເຂົ້າຮ່ວມນໍາ. ສົງຄາມໂລກ ຄັ້ງທີ I ຂະຫຍາຍອອກໄປຫລາຍທະວີບໃນໂລກແຕ່ສະໜາມຮົບຕົ້ນຕໍ ແລະ ດຸເດືອດທີ່ສຸດແມ່ນເກີດຢູ່ເອີຣົບ, ສົງຄາມຄັ້ງນີ້ເປັນສົງຄາມຈັກກະພັດຜູ້ຮຸກຮານ ຫລື ສົງຄາມປຸ້ນສະດົມ ເປັນສົງຄາມອະທໍາສໍາລັບຜູ້ທີ່ເຂົ້າຮ່ວມສົງຄາມ, ໃນບັນດາປະເທດຈັກກະພັດທີ່ເຂົ້າຮ່ວມສົງຄາມໂລກຄັ້ງນີ້, ຫົວໜ້າໃນການກໍ່ສົງຄາມໄດ້ແກ່ອັງກິດ ແລະ ເຢຍລະມັນ.

ປີ 1941 ຟາດຊິດເຢຍລະມັນ ໄດ້ເລີ່ມຕົ້ນສົງຄາມກັບ ສະຫະພາບໂຊວຽດ ໂດຍບໍ່ໄດ້ປະກາດ ຕັ້ງແຕ່ແຄມທະເລບານຕິກ ຮອດທະເລດຳ ເປົ້າໝາຍແມ່ນຮຸກຮານ, ຢືດຄອງ, ທຳລາຍລ້າງຜານນະຄອນຫລວງມົດສະກູ ແລະ ທັງມ້າງສະຫະພາບໂຊວຽດ ຕາມແຜນການຍຸດທະສາດທາງການທະຫານຂອງຟາດຊິດທີ່ມີຊື່ວ່າ: ແຜນບາຣບາໂຣຊາ. ພວກເຂົາໄດ້ວາງແຜນເປີດບັ້ນຮົບ (ສາຍຟ້າແມບ) ຕ້ອງທຳລາຍກອງທັບໂຊວຽດໃຫ້ໄດ້ ແລະ ບັງຄັບໃຫ້ ມົດສະກູ ຕ້ອງຍອມຈຳນົນ. ຕໍ່ໜ້າການບຸກໂຈມຕີລ້າງຜານຢ່າງໂຫດຮ້າຍປ່າເຖື່ອນຂອງຟາດຊິດ, ສະຫະພາບໂຊວຽດ-ລັດສັງຄົມນິຍົມທີ່ອ່ອນນ້ອຍ, ໃຕ້ການນຳພາອັນປີຊາສາມາດ ຂອງພັກກອມມູນິດ ໄດ້ປຸກລະດົມທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລຸກຂຶ້ນກຳປືນຕ້ານຟາດຊິດ, ຍອມເສຍສະລະຊີວິດ ແລະ ວັດຖຸຊັບສິນທຸກຢ່າງ ເພື່ອກອບກູ້ເອົາປະເທດຊາດ, ປົກປັກຮັກສາລັດສັງຄົມນິຍົມ ແລະ ກອບກູ້ເອົາມວນມະນຸດອອກຈາກໄພພິບັດແຫ່ງການລົ້ມຕາຍຈາກນ້ຳມືຂອງຟາດຊິດ, ຢັບຢັ້ງການບຸກລຸກຂອງກອງທະຫານຟາດຊິດດ້ວຍຫລາຍວິທີ, ຫລາຍກຳລັງຂອງສົງຄາມປະຊາຊົນ.

ການປະລາໄຊຄັ້ງໃຫຍ່ເທື່ອທຳອິດຂອງຟາດຊິດໃນສົງຄາມໂລກຄັ້ງທີ II ແມ່ນຢູ່ຊານເມືອງມົດສະກູ ໃນທ້າຍປີ 1941-ຕົ້ນປີ1942. ພວກຟາດຊິດ ໄດ້ວາງແຜນປິດລ້ອມນະຄອນຫລວງມົດສະກູ ບໍ່ໃຫ້ຜູ້ໃດສາມາດລອດອອກໄປໄດ້  ເພື່ອທຳລາຍເຮືອນທຸກຫລັງ ແລ້ວປ່ອຍນ້ຳເຂົ້າໃຫ້ຖ້ວມອຸມົງລົດໄຟໃຕ້ດິນ ແຕ່ພວກເຂົາກໍ່ບໍ່ສາມາດເຮັດສຳເລັດໄດ້. ກອງທັບແດງໂຊວຽດໄດ້ຕ່າວໂຈມຕີຢ່າງກ້າຫານ ແລະ ເດັດດ່ຽວ, ຂັບໄລ່ພວກຟາດຊິດອອກຈາກນະຄອນຫລວງມົດສະກູ. ພາຍຫລັງທີ່ປ້ອງກັນນະຄອນມົດສະກູໄດ້ແລ້ວ, ກອງທັບແດງໂຊວຽດ ໄດ້ເປີດສາກບຸກໂຈມຕີພວກຟາດຊິດ ຢູ່ທົ່ວທຸກແຫ່ງຫົນຂອງດິນແດນໂຊວຽດ. ເມື່ອສົງຄາມໂລກຄັ້ງທີສອງສິ້ນສຸດລົງ, ຟາດສິດຮິດເລີ ຖືກດັບສູນ, 13 ປະເທດຢູ່ເອີຣົບ ທີ່ມີພົນລະເມືອງ 113 ລ້ານຄົນໄດ້ຮັບການປົດປ່ອຍ.​ໄຊຊະນະອັນໃຫຍ່ຫລວງຂອງ ສະຫະພາບໂຊວຽດໄດ້ສ້າງກາລະໂອກາດພາວະວິໄສ ໃຫ້ແກ່ບັນດາປະເທດຢູ່ເອີຣົບ ແລະ ອາຊີຈຳນວນໜຶ່ງໄດ້ຮັບການປົດປ່ອຍ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ.

ສຳລັບຢູ່ອິນດູຈີນ, ໄຊຊະນະຟາດຊິດ ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫລວງໃຫ້ແກ່ການປະຕິວັດຢູ່ອິນດູຈີນ ມັນໄດ້ເຮັດໃຫ້ການປະຕິວັດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກ້າວຂຶ້ນຕີເອົາຊະນະກັບພວກລ່າເມືອງຂຶ້ນຕ່າງດ້າວ. ໄຊຊະນະຟາດຊິດ ຍັງສະແດງໃຫ້ເຫັນເຖິງນ້ຳໃຈສາກົນກຳມະຊີບອັນຜ່ອງໃສຂອງກອງທັບ ແລະ ປະຊາຊົນໂຊວຽດ, ມວນມະນຸດຜູ້ກ້າວໜ້າ ແລະ ຮັກຫອມສັນຕິພາບໃນໂລກລ້ວນແຕ່ຮັບຮູ້ຊາບຊຶ້ງ ເຖິງວິລະກຳອັນລ້ຳເລີດ, ຄວາມອົງອາດກ້າຫານ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ຄວາມຈົງຮັກພັກດີຕໍ່ຊາດ ກໍຄືພັນທະຕໍ່ສາກົນຂອງກອງທັບແດງ ແລະ ປະຊາຊົນໂຊວຽດ, ມວນມະນຸດຜູ້ກ້າວໜ້າ ແລະ ຮັກຫອມສັນຕິພາບ ໃນໂລກ ລ້ວນແຕ່ຮັບຮູ້-ຊາບຊຶ້ງ ເຖິງວິລະກໍາອັນລໍ້າເລີດ, ຄວາມອົງອາດກ້າຫານ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ຄວາມຈົງຮັກພັກດີຕໍ່ຊາດ ກໍຄື ພັນທະຕໍ່ສາກົນຂອງກອງທັບແດງ ແລະ ປະຊາຊົນໂຊວຽດ ທີ່ສາມາດຜາບແພ້ຟາດຊິດໄດ້ຢ່າງສິ້ນເຊິງ.

ສຳລັບການສະໜັບສະໜູນຊ່ວຍເຫລືອ ຂອງອະດີດສະຫະພາບໂຊວຽດຕໍ່ ສປປ ລາວ ເຊິ່ງພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ຢ່າງສົມບູນ ສະຖາປະນາເປັນ ສປປ ລາວ ໃນ ປີ 1975, ຄະນະຜູ້ແທນຂັ້ນສູງ ພັກ-ລັດ ຂອງ ສປປ ລາວ ຊຶ່ງນໍາໂດຍ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ໄດ້ເດີນທາງໄປຢ້ຽມຢາມ ສະຫະພາບໂຊ ວຽດ. ໃນພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງລາວ ກໍຄື ໃນກອງປະຊຸມໃຫຍ່ ຄັ້ງທີ XXVI ຂອງພັກກອມມູນິດໂຊ ວຽດ, ທ່ານ ເລໂອນິດ ເບຣຊະແນັບ ເລຂາທິການໃຫຍ່ ພັກກອມມູນິດໂຊວຽດ, ຄະນະປະທານສະພາ ໂຊວຽດສູງສຸດ ໄດ້ປະກາດຮັບຮູ້ວ່າ: ສປປ ລາວ ແມ່ນໜຶ່ງໃນບັນດາປະເທດ ວົງຄະນາຍາດສັງຄົມນິຍົມ ອ້າຍນ້ອງ. ຕັ້ງແຕ່ນັ້ນມາ ສ
ໂຊວຽດ ກໍໄດ້ເພີ່ມທະວີການສະໜັບສະໜູນຊ່ວຍເຫລືອພາລະກິດການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ ໃນທຸກດ້ານ ເຊັ່ນ: ດ້ານການເມືອງ
, ເສດຖະກິດ, ວັດທະນະທໍາ-ສັງຄົມ, ປ້ອງກັນຊາດ-ປ້ອງກັນ ຄວາມສະ ຫງົບ, ການກໍ່ສ້າງພະນັກງານໃນຂະແຫນງການຕ່າງໆ ແລະ ໃນເວທີສາກົນ. ບັນດາກິດ ຈະການທີ່ສະແດງ ໃຫ້ເຫັນເຖິງສັນຍະລັກແຫ່ງການກໍ່ສ້າງ, ການຊ່ວຍເຫລືອ ຂອງ ສໂຊວຽດ ຕໍ່ ສປປ ລາວ ຊຶ່ງພັກ-ລັດ ແລະ ປະຊາຊົນລາວ ບໍ່ສາມາດລືມໄດ້ນັ້ນຄື: ໂຮງຮຽນທິດສະດີ ຊັ້ນສູງຂອງພັກ (ທ່າງ່ອນ), ໂຮງໝໍມິດຕະພາບ ລາວ-ໂຊວຽດ 150 ຕຽງ, ໂຮງສະ ແດງກາຍະສິນສູນກາງ, ສະຖານີດາວທຽມສະປຸດນິກ ຫລັກ 52, ເສັ້ນທາງເລກ 9, ຂົວປາກກະດິງ, ຕະຫລອດເຖິງອຸປະ ກອນພາຫະນະປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ.

KPL

ຂ່າວອື່ນໆ

    • ຄວາມໝາຍສຳຄັນຂອງໄຊຊະນະດຽນບຽນຟູບົດ-ສາລະຄະດີ

      ຄວາມໝາຍສຳຄັນຂອງໄຊຊະນະດຽນບຽນຟູ

      5/13/2026 1:32:49 PM

      ຂປລ. ໄຊຊະນະດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ດິນແດນບໍ່ກວ້າງໃຫຍ່, ປະຊາກອນບໍ່ຫລາຍ, ເສດຖະກິດຫລ້າຫລັງ ແລະ ຂະຫຍາຍຕົວຊັກຊ້າ

    • ເຫດການປະຫວັດສາດຂອງບັ້ນຮົບດຽນບຽນຟູ ແມ່ນຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝບົດ-ສາລະຄະດີ

      ເຫດການປະຫວັດສາດຂອງບັ້ນຮົບດຽນບຽນຟູ ແມ່ນຂີດໝາຍອັນຍິ່ງໃຫຍ່ຂອງຍຸກສະໄໝ

      5/13/2026 1:30:20 PM

      ຂປລ.ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນ ຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ ໃນສະຕະວັດທີ 20 ທີ່ໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດໃຫ້ພັງທະລາຍ ແລະ ແມ່ນໄຊຊະນະຂອງສາມຊາດອິນດູຈີນ

    • ສຳເລັດການຝຶກອົບຮົມການຖັກຟອຍແຂມ ສ້າງລາຍຮັບໃຫ້ປະຊາຊົນບ້ານຕັງອາໄລເໜືອບົດ-ສາລະຄະດີ

      ສຳເລັດການຝຶກອົບຮົມການຖັກຟອຍແຂມ ສ້າງລາຍຮັບໃຫ້ປະຊາຊົນບ້ານຕັງອາໄລເໜືອ

      5/13/2026 1:25:48 PM

      ຂປລ. ອາທິດ​ຜ່ານ​ມາ ເມືອງນອງ ແຂວງສະຫວັນນະເຂດ ​ໄດ້ສຳເລັດການຝຶກອົບຮົມວິຊາຊີບການຖັກຟອຍແຂມ ໃຫ້ແກ່ປະຊາຊົນບ້ານຕັງອາໄລເໜືອ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄຳນຽມ ພົງທະດີ ຫົວໜ້າຂະແໜງພັດທະນາຊົນນະບົດ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ທ່ານ ຄອນສະຫວັນ ໄຊຍະບຸດ ຊ່ຽວຊານໂຄງການ IWRM-EbA

    •   ເພີ່ມທະວີວຽກງານຕິດຕາມ ກວດກາການປ້ອງກັນ ຕ້ານສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ ການສໍ້ລາດບັງຫລວງໃຫ້ເຂັ້ມແຂງ ບົດ-ສາລະຄະດີ

      ເພີ່ມທະວີວຽກງານຕິດຕາມ ກວດກາການປ້ອງກັນ ຕ້ານສະກັດກັ້ນ ແລະ ແກ້ໄຂພະຍາດອາດຍາສິດ ການສໍ້ລາດບັງຫລວງໃຫ້ເຂັ້ມແຂງ

      5/13/2026 1:20:11 PM

      ຂປລ. ຢູ່ໃນເອກະສານເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໄດ້ຊີ້ໃຫ້ເຫັນວ່າ: ຄະນະພັກ, ຄະນະກວດກາແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາທີ່ເຂັ້ມແຂງ, ແທດເຖິງການຕິດຕາມ, ກວດກາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ຕິດພັນກັບການຕີລາຄາຄວາມຮັບຜິດຊອບການເມືອງ ແລະ ປະເມີນຜົນການປະຕິບັດໜ້າທີ່, ວຽກງານຕົວຈິງ ຂອງພະນັກງານ-ສະມາຊິກພັກ ເປັນໜ້າທີ່ໃຈກາງໃນການນໍາພາ-ຊີ້ນໍາ.

    • ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍບົດ-ສາລະຄະດີ

      ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

      5/13/2026 1:18:16 PM

      ຂປລ. ມາພໍ້ກັບ “ຄໍລຳ ຊິວິດ ແລະ ກົດໝາຍ” ມື້ນີ້ ຂໍມາ ສະເໜີປະມວນກົດໝາຍອາຍາ ໃຫ້ພວກເຮົາຮັບຮູ້ ກັນຕື່ມໂດຍສືບຕໍ່ໃນມາດຕາ 131 ຫາ ມາດຕາ 133.


Top