ສສ ຫວຽດນາມ ຮັບປະກັນຄວາມປອດໄພ ດ້ານສະບຽງອາຫານ

04/11/2022 19:04
Email Print 491
KPL ສສ ຫວຽດນາມ ໄດ້ຮັບປະກັນ ຄວາມ​ປອດ​ໄພ ດ້ານ​ສະບຽງ​ ອາຫານ ​ແລະ ຍັງປະກອບສ່ວນ ເຂົ້າ​ໃນ ຄວາມມານະ ພະຍາຍາມລວມ ເພື່ອສະກັດກັ້ນ ສິ່ງທ້າທາຍ ດ້ານສະບຽງ ອາຫານ ທົ່ວໂລກ ອີກດ້ວຍ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ກອງປະຊຸມ ຖະແຫລງຂ່າວ ຂອງກະຊວງ ການຕ່າງປະເທດ ສສ ຫວຽດນາມ ໄດ້ຈັດ​ຂຶ້ນ ​ໃນ​ວັນ​ທີ 3​ ພະຈິກ​ນີ້. ທ່ານ ນາງ ເລທິທູຮັ່ງ, ໂຄສົກ ກະຊວງ ການຕ່າງ ປະເທດ ສສ ຫວຽດນາມ ​​ເປີດ​ເຜີຍ​ວ່າ: ສສ ຫວຽດນາມ ໄດ້ຮັບປະກັນ ຄວາມ​ປອດ​ໄພ ດ້ານ​ສະບຽງ​ ອາຫານ ​ແລະ ຍັງປະກອບສ່ວນ ເຂົ້າ​ໃນ ຄວາມມານະ ພະຍາຍາມລວມ ເພື່ອສະກັດກັ້ນ ສິ່ງທ້າທາຍ ດ້ານສະບຽງ ອາຫານ ທົ່ວໂລກ ອີກດ້ວຍ. ຍາມໃດ ລັດຖະບານ ສສ ຫວຽດນາມ ກໍ່ເອົາໃຈໃສ່, ຖືການ ຮັບປະກັນ ຄວາມປອດໄພ ດ້ານສະບຽງ ອາຫານ ແຫ່ງຊາດ ແມ່ນໜ້າທີ່ ສຳຄັນ ພິເສດ ໃນວິວັດ ການຫັນ ປະເທດຊາດ ເປັນ ປະເທດ ອຸດສາຫະກຳ, ທັນສະໄໝ, ຮັບປະກັນ ຄວາມສະຖຽນ ລະພາບ, ການພັດທະນາ ແບບຍືນຍົງ. ຕາມສະຖິຕິ, ສສ ຫວຽດນາມ ຜະລິດ ເຂົ້າສານໄດ້ 41-43 ລ້ານໂຕນ ແລະ ຊີ້ນຊະນິດຕ່າງໆ 6,5 ລ້ານໂຕນ ເພື່ອຕອບ ສະໜອງ ຄວາມຕ້ອງການ ຢູ່ພາຍໃນ ປະເທດ ຢ່າງພຽງພໍ. ພ້ອມດ້ວຍ ບົດບາດ ເປັນປະເທດ ສົ່ງອອກ ຜະລິດ ຕະພັນ ກະສິກຳ ແຖວໜ້າ ຂອງໂລກ. ໃນຂະນະ​ທີ່ ສສ ຫວຽດນາມ ຍັງປະກອບສ່ວນ ສຳຄັນ ທີ່ສຸດ ເຂົ້າໃນ ຄວາມມານະ ພະຍາຍາມລວມ ຕໍ່ໜ້າ ສິ່ງທ້າທາຍ ກ່ຽວກັບ ການຮັບປະກັນ ຄວາມປອດໄພ ດ້ານສະບຽງ ອາຫານ ໂດຍແມ່ນ ສະມາຊິກ ທີ່ມີ ຄວາມຮັບຜິດຊອບ ຂອງ ສະຫະ ປະຊາຊາດ ແລະ ປະຊາຄົມ ສາກົນ, ຍາມໃດ ຫວຽດນາມ ກໍ່ກຽມພ້ອມ ແບ່ງປັນ ບົດຮຽນ ກ່ຽວກັບ ການຮັບປະກັນ ຄວາມປອດໄພ ດ້ານສະບຽງ ອາຫານ ແລະ ປາດຖະໜາ ວ່າ ບັນດາ ປະເທດ ເພີ່ມທະວີ ການຮ່ວມມື ກັບ ສາກົນ, ເຂົ້າຮ່ວມ ຢ່າງມີ ຄວາມຮັບຜິດຊອບ ເຂົ້າໃນ ການແກ້ໄຂ ບັນຫາ ດັ່ງກ່າວ. ຕາມການ ສະຖິຕິ ຈາກກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ແລ້ວ, ໃນໄລຍະ 10 ເດືອນຕົ້ນປີນີ້, ຍອດວົງເງິນ ນຳເຂົ້າ-ສົ່ງອອກ ຜະລິດ ຕະພັນ ກະສິກຳ, ເຄື່ອງປ່າ ຂອງດົງ, ສິນໃນນ້ຳ ຂອງ ຫວຽດນາມ ບັນລຸ ຫລາຍກວ່າ 82 ຕື້​ໂດ​ລາ​ ສະຫະລັດ ເພີ່ມຂຶ້ນເກືອບ 10,2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ./ (ບັນນາທິການຂ່າວຕ່າງ ປະເທດ, ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ)

KPL

ຂ່າວອື່ນໆ


Top