ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

07/01/2026 14:26
Email Print 3153
KPL ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.


ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ລາຍງານ ໃນກອງປະຊູມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 6 ມັງກອນ 2026 ນີ້ວ່າ: ນັບແຕ່ປີ 2026 ເປັນຕົ້ນໄປ ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະສືບຕໍ່ດໍາເນີນການສ້າງ, ປັບປຸງ ແລະ ຍົກລະດັບບັນດາປະຖົມປັດໄຈຕົ້ນຕໍ ໃຫ້ແກ່ການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ, ຍົກສູງຄວາມເປັນເຈົ້າຕົນເອງ, ສືບຕໍ່ສ້າງພື້ນຖານໃນການພັດທະນາ; ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ; ອົງການລັດ ປະຕິບັດພາລະບົດບາດ, ໜ້າທີ່ ຕາມກົດໝາຍຢ່າງເຂັ້ມແຂງ, ມີປະສິດທິພາບ, ຍົກສູງຄວາມສາມາດ ໃນການຄຸ້ມຄອງມະຫາພາກ ຂອງສູນກາງ ແລະ ຄວາມເປັນເຈົ້າການ ຂອງທ້ອງຖິ່ນ; ການພັດທະ ນາເສດຖະກິດ-ສັງຄົມ ມີຈຸດສຸມ, ມີຄຸນະພາບ, ໜັກແໜ້ນ ຕາມທິດສີຂຽວ ແລະ ຍືນຍົງ, ເສດຖະກິດມະຫາພາກ ມີສະຖຽນລະພາບ, ຄວບຄຸມເງິນເຟີ້, ຫລຸດຜ່ອນພາລະໜີ້ສິນສາທາລະນະ, ລັດວິສາຫະກິດ ເປັນກໍາລັງແຮງຮ່ວມກັບພາກສ່ວນເສດຖະກິດອື່ນໆ ໃນພື້ນຖານເສດຖະກິດແຫ່ງຊາດ; ພັດທະນາແຫລ່ງຊັບພະຍາກອນມະນຸດ ທີ່ມີຄວາມສາມາດ ໃຫ້ແກ່ການພັດທະນາເພີ່ມຂຶ້ນ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ; ຍູ້ແຮງການນໍາໃຊ້ວິທະຍາ ສາດ-ເຕັກໂນໂລຊີ ແລະ ການຫັນເປັນດີຈິຕອນໃນຂົງເຂດຕ່າງໆ; ການພັດທະນາມີຄວາມກົມກຽວ, ສົມດຸນ, ຫລຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງມີປະສິດທິຜົນ; ການເຊື່ອມໂຍງ-ເຊື່ອມຈອດ ກັບປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາເປັນກ້າວໆ. ພ້ອມນີ້, ຍັງຈະສືບຕໍ່ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະ ຫງົບ, ມີຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນ, ເອກະລາດ, ອໍານາດອະທິປະໄຕ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ; ປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ; ລະບົບການເມືອງ ໄດ້ຮັບການປັບປຸງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສູ້ຊົນເຮັດໃຫ້ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂຢ່າງເລິກເຊິ່ງ, ບໍ່ສ້າງໜີ້ສິນໜັກໜ່ວງ; ພັດທະນາເສດຖະກິດໃຫ້ມີຄວາມເຂັ້ມແຂງ, ເປັນເຈົ້າຕົນເອງ, ສຸມໃສ່ 7 ຂະແໜງ ເສດຖະກິດປາຍແຫລມ, ການຄຸ້ມຄອງ-ບໍລິຫານເສດຖະກິດ ດໍາເນີນໄປຖືກຕ້ອງຕາມກົດໝາຍ; ການພັດທະນາຂະຫຍາຍຕົວໄວ, ຕໍ່ເນື່ອງ, ສູ້ຊົນໃຫ້ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ(GDP) ໃຫ້ເພີ່ມຂຶ້ນສະເລ່ຍ 6% ຕໍ່ປີຂຶ້ນໄປ; ຄຸນນະພາບຊີວິດ ຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນ; ວັດທະນະທໍາອັນດີງາມ ແລະ ເປັນເອກະລັກຂອງຊາດ ໄດ້ຮັບການເສີມຂະຫຍາຍ, ຊັບພະຍາກອນມະນຸດ ໄດ້ຮັບການກໍ່ສ້າງ ແລະ ພັດທະນາຢ່າງມີຈຸດສຸມ ແລະ ມີຄຸນນະພາບ.
ສະຫາຍ ທອງລຸນ ສີສຸລິດ ຍັງໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ທິດທາງ ແຕ່ນີ້ຮອດປີ 2030 ໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ, ພວກເຮົາຕ້ອງສືບຕໍ່ບຸກທະລຸທັງສີ່ດ້ານ ໃຫ້ແຂງແຮງ, ເລິກເຊິ່ງ ແລະ ເປັນຮູບປະທຳ ໂດຍສືບຕໍ່ເຊື່ອມສານ ແລະ ຜັນຂະຫຍາຍ-ຕໍ່ຍອດວຽກງານຈຸດສຸມ ໃນວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ (2022-2025) ໃຫ້ນຳເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ກາຍເປັນແຜນປົກກະຕິ ເພື່ອຊີ້ນໍາການຈັດຕັ້ງປະຕິບັດ ໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ໃຫ້ຂາດຕົວໃນບາງດ້ານດ້ວຍມາດຕະການສຳຄັນ, ເລັ່ງດ່ວນຈຳນວນໜຶ່ງ ເປັນຕົ້ນ ປຸກລະດົມ ແລະ ຍູ້ແຮງຂະບວນ ການພັດທະນາປະເທດຊາດ ຂຶ້ນສູ່ລະດັບສູງ, ຍົກສູງຈິດໃຈເອກະລາດ, ຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ບຸກບືນສູ້ຊົນ ເຮັດໃຫ້ປະຊາຊົນຮູ້ທຳມາຫາກິນແບບໃໝ່, ມີວິຖີຊີວິດແບບໃໝ່ກ້າວຂຶ້ນ ແລະ ສ້າງໃຫ້ວິສາຫະກິດຂອງລັດ ແລະ ເອກະຊົນ ເຂັ້ມແຂງ, ຮັ່ງມີຂຶ້ນ; ນຳພາຊຸກຍູ້ການປະຕິບັດແນວທາງການກໍ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງແຂງແຮງ, ສ້າງທ່ວງທ່າການພັດທະນາທີ່ຍືນຍົງ ແລະ ເຊື່ອມໂຍງກັບສາກົນ; ຫັນປ່ຽນຈາກສັງຄົມຊົມໃຊ້ ໄປສູ່ສັງຄົມແຫ່ງການຜະລິດໃຫ້ໄດ້ເປັນຮູບປະທຳ; ປ່ຽນແປງໃໝ່ຢ່າງຮອບດ້ານ ວຽກງານຄຸ້ມຄອງ ແນໃສ່ຍົກສູງປະສິດທິຜົນການຂຸດຄົ້ນ ແລະ ນໍາໃຊ້ແຫລ່ງຊັບພະຍາກອນທຳມະຊາດ ເປັນຕົ້ນ ຂົງເຂດບໍ່ແຮ່, ຊັບພະຍາກອນນ້ຳ, ທີ່ດິນ ໃຫ້ກາຍເປັນການຜະລິດທີ່ຍືນຍົງ; ຕັ້ງໜ້າຜະລິດພະລັງງານໄຟຟ້າດ້ວຍຫລາຍທາງເລືອກ ລວມທັງພະລັງງານນ້ຳ, ແສງຕາເວັນ, ລົມ ແລະ ພະລັງງານນິວເຄຣຍ ເພື່ອຊົມໃຊ້ພາຍໃນ ແລະ ເພື່ອການສົ່ງອອກ; ເພີ່ມທະວີການບໍລິຫານທີ່ດີ, ສ້າງຄວາມໂປ່ງໃສ, ຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫລວງ, ອັດຊ່ອງວ່າງການຮົ່ວໄຫລ, ເພີ່ມແຫລ່ງລາຍຮັບງົບປະມານ ເພື່ອສ້າງກໍາລັງແຮງ ໃຫ້ແກ່ການຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ໄວຂຶ້ນ, ໝັ້ນທ່ຽງ ແລະ ມີຄວາມຍືນຍົງ.
ຂ່າວ: ທະນູທອງ
KPL

ຂ່າວອື່ນໆ

    • ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຕໍ່ການນຳພັກກອມມູນິດຫວໜດນາມການເມືອງ

      ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປປ ລາວ ຕໍ່ການນຳພັກກອມມູນິດຫວໜດນາມ

      1/28/2026 11:11:14 AM

      ກອງປະຊຸມແຈ້ງຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄ້ັງທີ XII ຂອງພັກປະຊາຊົນປະຕິວັດລາວ ຈັດຂຶ້ນໃນວັນທີ 26 ມັງກອນ 2026 ຢູ່ສູນປະຊຸມສາກົນ, ນະຄອນຫລວງຮ່າໂນ້ຍ.

    • ສອງປະທານປະເທດລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມືການເມືອງ

      ສອງປະທານປະເທດລາວ-ຫວຽດນາມ ພົບປະສອງຝ່າຍ ຮັດແໜ້ນການຮ່ວມມື

      1/28/2026 10:58:38 AM

      ໃນວັນທີ 26 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດແຫ່ງ ສສ ຫວຽດນາມ.

    • ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນການເມືອງ

      ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

      1/14/2026 11:36:01 AM

      ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.


Top