KPL
ຈຳນວນ ນັກທ່ອງທ່ຽວຕ່າງປະເທດ ທີ່ ເດີນທາງ ເຂົ້່າມາ ຢ້ຽມຢາມ ກຳປູເຈຍ ຢູ່ທີ 5,57 ລ້ານເທື່ອຄົນ ໃນປີ 2025 , ຫລຸດລົງ 16,9% ຈາກ 6,7 ລ້ານເທື່ອຄົນ ໃນປີ 2024 .
ຂປລ. ສຳນັກຂ່າວ ອິນໂຟເຄວສ: ກະຊວງ ການທ່ອງທ່ຽວ ກຳປູເຈຍ ເປີດເຜີຍວ່າ: ຈຳນວນ ນັກທ່ອງທ່ຽວຕ່າງປະເທດ ທີ່ ເດີນທາງ ເຂົ້່າມາ ຢ້ຽມຢາມ ກຳປູເຈຍ ຢູ່ທີ 5,57 ລ້ານເທື່ອຄົນ ໃນປີ 2025 , ຫລຸດລົງ 16,9% ຈາກ 6,7 ລ້ານເທື່ອຄົນ ໃນປີ 2024 . ໂດຍສະເພາະ ນັກທ່ອງທ່ຽວ ຫວຽດນາມ ເດີນທາງຢ້ຽມຢາມ ປະມານ 1,22 ລ້ານເທື່ອຄົນ, ຫລຸດລົງ 8,8% ເມື່ອທຽບໃສ່ປີຜ່ານມາ, ໃນຂະນະທີ່ ຊາວຈີນ ປະມານ 1,2 ລ້ານເທື່ອຄົນ, ເພີ່ມຂຶ້ນ 41,5%, ສ່ວນຊາວໄທ ປະມານ 1 ລ້ານເທື່ອຄົນ, ຫລຸດລົງ 52,4%. ການຫລຸດລົງ ຂອງ ຈຳນວນນັກທ່ອງທ່ຽວ ຕ່າງປະເທດ ໄດ້ສະແດງໃຫ້ເຫັນເຖິງ ພາວະເສດຖະກິດ ກຳປູເຈຍ ໄດ້ຢຸດຈຶ້ງ ໃນພາກພື້ນ ແລະ ການແຂ່ງຂັນທີ່ຮຸນແຮງຂຶ້ນ ຈາກ ແຫລ່ງທ່ອງທ່ຽວ ຂອງ ປະເທດເພື່ອນບ້ານ./
KPL