ຫວຽດນາມ ສະໜັບສະໜູນທຸກຂໍ້ລິເລີ່ມ ເພື່ອແກ້ໄຂການປະທະກັນ- ສ້າງສັນຕິພາບສອດຄ່ອງກັບກົດໝາຍສາກົນ

28/01/2026 13:42
KPL ຢູ່ສຳນັກງານ ສປຊ, ນິວຢອກ ຂອງ ສ.ອາເມ ລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະ ປຶກສາຫາລື ເປີດຂັ້ນສູງ ພາຍໃຕ້ຫົວຂໍ້ “ຢັ້ງຢືນຄືນ ອຳນາດ ກົດໝາຍສາກົນ: ເສັ້ນທາງ ປັບປຸງ ສັນຕິພາບ

ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ: ວັນທີ 26 ມັງກອນ, ຢູ່ສຳນັກງານ ສປຊ, ນິວຢອກ ຂອງ ສ.ອາເມ ລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະ ປຶກສາຫາລື ເປີດຂັ້ນສູງ ພາຍໃຕ້ຫົວຂໍ້ ຢັ້ງຢືນຄືນ ອຳນາດ ກົດໝາຍສາກົນ: ເສັ້ນທາງ ປັບປຸງ ສັນຕິພາບ, ຄວາມຍຸຕິທຳ ແລະ ລັດທິຫລາຍຝ່າຍພາຍໃຕ້ ການເປັນ ປະທານຂອງ ໂຊມາລີ, ປະເທດ ປະທານ ສະພາ ຄວາມໝັ້ນຄົງ, ເດືອນມັງກອນ 2026. 

ເມື່ອກ່າວຄຳເຫັນໃນວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງງວຽນ, ອຸປະທູດຊົ່ວຄາວ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ເລື່ອງເຄົາລົບ ແລະ ປະຕິບັດກົດໝາຍສາກົນ, ໂດຍສະເພາະແມ່ນ ກົດບັດ ສປຊ, ແມ່ນເງື່ອນໄຂຕັດສິນ ເພື່ອຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງສາກົນ; ທຸກປະເທດ ຕ້ອງປະຕິບັດ ບັນດາພັນທະຕາມກົດບັດ ທີ່ຕົນເປັນສະມາຊິກ, ແກ້ໄຂບັນດາ ຂໍ້ຂັດແຍ້ງ ໂດຍສັນຕິວິທີ, ບໍ່ນຳໃຊ້ ແລະ ນາບຂູ່ກຳລັງອາວຸດ; ເຄົາລົບ ບັນດາ ວິວັດທະນາການ ທາງການທູດ ແລະ ນິຕິກຳ.

ທ່ານເອກອັກຄະລັດຖະທູດ ຫງວຽນຮວ່າງງວຽນ ກໍຢັ້ງຢືນຄືນ ກ່ຽວກັບ ຄຳໝັ້ນສັນຍາ ຢ່າງແຮງຂອງ ຫວຽດນາມ ສຳລັບ ລັດທິຫລາຍຝ່າຍ, ອຳນາດ ກົດໝາຍສາກົນ ແລະ ບົດບາດ ເປັນໃຈກາງ ຂອງ ສປຊ ໃນການ ແກ້ໄຂບັນດາ ບັນຫາ ທົ່ວໂລກ, ພ້ອມທັງເນັ້ນໜັກວ່າ ຫວຽດນາມ ສະໜັບ ສະໜູນ ທຸກຄວາມ ມານະພະຍາຍາມ, ຂໍ້ລິເລີ່ມ ແກ້ໄຂການປະ ທະກັນ, ສ້າງສັນຕິພາບ ບົນພື້ນຖານ ຮັບປະກັນ ອຳນາດ ກົດໝາຍ ແລະ ສອດຄ່ອງ ກົດບັດ ສປຊ./

KPL

ຂ່າວອື່ນໆ


Top