ເສັ້ນທາງລົດໄຟລາວ-ຈີນ ເພີ່ມການບໍລິການລົດໄຟຂົນສົ່ງສິນຄ້າ ອາຊີກາງ 4 ຂະບວນ

28/01/2026 13:42
KPL ອີງຕາມ ແຫລ່ງຂ່າວ ຈາກ ກຸ່ມບໍລິສັດ ທາງລົດໄຟຈີນ ສາຂາຄຸນຫມິງຈຳກັດໃຫ້ຮູ້ວ່າ: ນັບແຕ່ສູນໂມງ ຂອງ ວັນທີ 26 ມັງກອນນີ້ ເປັນຕົ້ນໄປ, ເສັ້ນທາງລົດໄຟ ທົ່ວປະເທດຈີນ ໄດ້ປະຕິບັດ ຕາຕະລາງ ການແລ່ນລົດໄຟ ສະບັບໃໝ່ ຢ່າງເປັນທາງການ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ (CMG): ອີງ​ຕາມ​ ແຫລ່ງ​ຂ່າວ​ ຈາກ​ ກຸ່ມ​ບໍ​ລິ​ສັດ​ ທາງ​ລົດ​ໄຟ​​ຈີນ​ ສາ​ຂາ​ຄຸນ​ຫມິງຈຳ​ກັດ​ໃຫ້​ຮູ້​ວ່າ: ນັບ​ແຕ່​ສູນ​ໂມງ​ ຂອງ ວັນ​ທີ 26 ມັງ​ກອນ​ນີ້​ ເປັນ​ຕົ້ນ​ໄປ, ເສັ້ນ​ທາງ​ລົດ​ໄຟ​ ທົ່ວ​ປະ​ເທດ​ຈີນ ​ໄດ້​ປະ​ຕິ​ບັດ ຕາ​ຕະ​ລາງ​ ການ​ແລ່ນ​ລົດໄຟ ​ສະ​ບັບ​ໃໝ່ ​ຢ່າງ​ເປັນ​ທາງ​ການ. ​ການ​ປັບ​ປຸງຄັ້ງ​ນີ້, ສຳ​ລັບ ເສັ້ນ​ທາງ​ ລົດ​ໄຟ​ລາວ-ຈີນ ​ແມ່ນ​ໄດ້​ເພີ່ມ​ ການ​ບໍ​ລິ​ການ​ ຂະ​ບວນ​ລົດ​ໄຟ​ ຂົນ​ສົ່ງ​ ສິນ​ຄ້າ​ ອາ​ຊີ​ກາງ 4 ​ຂະ​ບວນ, ​ເຊິ່ງ​​ ຂະ​ບວນ​ທຳ​ອິດ ​ໄດ້​ເປີດ​ແລ່ນ​ລົດແລ້ວ​ ເມື່ອ ​ວັນ​ທີ 26 ມັງ​ກອນ​ນີ້.

         ຂະ​ບວນ ລົດ​ໄຟ​ ຂົນ​ສົ່ງ​ສິນ​ຄ້າ ​ອາ​ຊີ​ກາງ​ ຕາມ​ເສັ້ນ​ທາງ​ ລົດ​ໄຟ ​ລາວ-ຈີນ​ ທີ່ ​ເປີດ​ແລ່ນ​ລົດ​ໃໝ່ ໃນຄັ້ງ​ນີ້ໄດ້​ອອກ​ຈາກ ​ສະ​ຖາ​ນີ​ລົດ​ໄຟ​ ຈົ່ງ​ຢີ​ຊຸ່ນ, ຢ​ວີ້​ຊີ​ໃຕ້​ ແລະ ຢຽນ​ເຮີ ແຂວງ​ຢູນ​ນານ​ຈີນ​ ຢ່າງ​ເປັນ​ລະ​ບຽບ. ສ່ວນພາກ​ສ່ວນ​ທາງ​ລົດ​ໄຟ​ ຈະ​ປະ​ສານ ​ສົມ​ທົບ ​ກັບ ​ຄວາມ​ຮຽກ​ຮ້ອງ​ ຕ້ອງ​ການ ​ດ້ານ​ການ​ ຈະ​ລາ​ຈ​ອນ​ສິນ​ຄ້າ ​ຢ່າງ​ສະ​ໜິດ​ແໜ້ນ, ຈັດ​ວາງ​ແຜນ​ ການ​ແລ່ນ​ລົດ ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ຕາມ​ຫລັກ​ ວິ​ທະ​ຍາ​ສາດ, ສ້າງ​ແຜນ​ ການ​ບໍ​ລິ​ການ ​ຂົນ​ສົ່ງ​ ທີ່​ຖືກ​ຕ້ອງ​ຊັດເຈນ ແລະ​ ມີ​ປະ​ສິດ​ທິ​ພາບ​ສູງ ກວ່າ​ເກົ່າ ​ໂດຍສະ​ເພາະ ​ວິ​ສາ​ຫະ​ກິດ​ ຈະລາຈອນ​ສິນ​ຄ້າ​ ແລະ ​ເຈົ້າ​ຂອງ​ສິນ​ຄ້າ.

​ພາຍ​ຫລັງ ສິນ​ຄ້າ​ ນຳ​ເຂົ້າ ​ແລະ ​ສົ່ງ​ອອກ​ ທີ່​ກ່ຽວ​ຂ້ອງ​ ໄດ້​ກຽມ​ພ້ອມ ຈາກ​ຖິ່ນ​​ກຳ​ເນີດ ແລ້ວ​ຈະ​ຂົນ​ສົ່ງ​ໄປ​ເຖິງ​ດ່ານ​ທາງ​ລົດ​ໄຟ ​ບໍ່​ຫານ​ ໂດຍ​ກົງ ແບບ​ປະ​ຕູ​ດຽວ, ໂດຍ​ສາ​ມາດ​ ບັນ​ລຸ ​ການ​ເຊື່ອມ​ຕໍ່​ ລະ​ບົບ ​ການ​ບໍ​ລິ​ການ​ ລະ​ຫວ່າງ​ ຈີນ ​​ກັບ​ ຕ່າງ​ປະ​ເທດ ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ./

KPL

ຂ່າວອື່ນໆ


Top