KPL
ກະຊວງ ປ້ອງກັນປະເທດ ກຳປູເຈຍ ລາຍງານວ່າ, ກອງປະຊຸມ ກອງເລຂາ ຄະນະກຳມະການ ຊາຍແດນ ກຳປູເຈຍ-ໄທ ໄດ້ຈັດຂຶ້ນ ຢູ່ດ່ານປອຍເປດແຂວງບັນເຕມີໄຊ ຂອງ ກຳປູເຈຍ.
ຂປລ. ວິທະຍຸໂທລະພາບສູນກາງຈີນ (CMG): ວັນທີ 27 ມັງກອນນີ້, ກະຊວງ ປ້ອງກັນປະເທດ ກຳປູເຈຍ ລາຍງານວ່າ, ກອງປະຊຸມ ກອງເລຂາ ຄະນະກຳມະການ ຊາຍແດນ ກຳປູເຈຍ-ໄທ ໄດ້ຈັດຂຶ້ນ ຢູ່ດ່ານປອຍເປດແຂວງບັນເຕມີໄຊ ຂອງ ກຳປູເຈຍ. ກອງປະຊຸມໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ກ່ຽວກັບ ເນື້ອໃນ ຂອງ ກອງປະຊຸມພິເສດຂອງ ຄະນະ ກຳມະການ ຊາຍແດນ ກຳປູເຈຍ-ໄທ ທີ່ ຈະຈັດຂຶ້ນ ໃນວັນທີ 29 ມັງກອນນີ້ ແລະ ແລກປ່ຽນເອກະສານ ທີ່ກ່ຽວຂ້ອງ.
ນອກນັ້ນ ກະຊວງ ປ້ອງກັນປະເທດ ກຳປູເຈຍ ຢືນຢັນວ່າ, ກອງປະຊຸມ ໃນຄັ້ງນີ້ ມີຈຸດປະສົງ ເພື່ອຊຸກຍູ້ ການຈັດຕັ້ງ ປະຕິບັດ ຖະແຫລງ ການຮ່ວມ ກຳປູເຈຍ-ໄທ ຢ່າງຮອບດ້ານ ແລະ ມີປະສິດທິຜົນ, ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ເພື່ອຊຸກຍູ້ ສັນຕິພາບ ແລະ ສະຖຽນລະພາບ ລະຫວ່າງ ສອງປະເທດ, ພ້ອມທັງເປັນການຟື້ນຟູ ຄວາມເປັນລະບຽບໃຫ້ກັບຄືນສູ່ ເປັນປົກກະຕິ./
KPL