KPL
ຂປລ. ຮ້ານອາຫານລາວເຮົາ ແມ່ນອີກຮ້ານອາຫານໜຶ່ງທີ່ຂຶ້ນຊື່ຂອງນະຄອນໄກສອນພົມວິຫານ ບໍ່ວ່າໃຜໆ ທີ່ໄດ້ມາ ນະຄອນໄກສອນພົມວິຫານ ກໍບໍ່ຄວນພາດ ທີ່ຈະມາຮ້ານນີ້ ເນື່ອງຈາກວ່າ ຮ້ານອາຫານລາວເຮົາ ມີບໍລິການອາຫານ, ເຄື່ອງດື່ມ ແລະ ເຄື່ອງທີ່ລະນຶກ ແບບຄົບວົງຈອນ

ຂປລ. ຮ້ານອາຫານລາວເຮົາ ແມ່ນອີກຮ້ານອາຫານໜຶ່ງທີ່ຂຶ້ນຊື່ຂອງນະຄອນໄກສອນພົມວິຫານ ບໍ່ວ່າໃຜໆ ທີ່ໄດ້ມາ ນະຄອນໄກສອນພົມວິຫານ ກໍບໍ່ຄວນພາດ ທີ່ຈະມາຮ້ານນີ້ ເນື່ອງຈາກວ່າ ຮ້ານອາຫານລາວເຮົາ ມີບໍລິການອາຫານ, ເຄື່ອງດື່ມ ແລະ ເຄື່ອງທີ່ລະນຶກ ແບບຄົບວົງຈອນ ເວົ້າໄດ້ວ່າ ມາສະຖານທີ່ແຫ່ງນີ້ ໄດ້ທັງຄວາມແຊບ ແລະ ຄວາມປະທັບໃຈຢ່າງແນ່ນອນ ຊຶ່ງບັນດາແຂກທີ່ໄດ້ສຳຜັດຈະເພີດເພີນໄປກັບອາຫານລາວແຊບຊ້ອຍ ແລະ ການຕົບແຕ່ງການປະດັບປະດາ ອາຫານແຕ່ລະເຍື່ອງແມ່ນສວຍງາມເຫັນແລ້ວຈົນບໍ່ຢາກກິນຍ້ອນຕົບແຕ່ງງາມຫລາຍ ແຕ່ກໍອົດບໍ່ໄດ້ຕ້ອງໄດ້ຊີມ ຊຶ່ງລົດຊາດແຊບອີ່ຫລີສົມຄໍາເລົ່າລື, ຜູ້ຂຽນຮັບປະກັນໄດ້ ເພາະວ່າໄດ້ມີໂອກາດໄປກິນມາແລ້ວ.

ນາງ ສຸກັນຍາ ວິລິຍາຍຸດທະມາ ເຈົ້າຂອງຮ້ານອາຫານລາວເຮົາ ໃຫ້ຮູ້ວ່າ: ສໍາລັບ ຮ້ານອາຫານລາວເຮົາ ສ້າງຂຶ້ນເພື່ອຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ ໂດຍອາຫານຫລັກຂອງຮ້ານແມ່ນອາຫານເອກະລັກຄວາມເປັນລາວ ແລະ ອາຫານໄທ ຊຶ່ງອາຫານລາວ ຈະມີ ປີ້ງໄກ່ທີ່ເປັນສູດຂອງຮ້ານເອງ ແລະ ໄກ່ທີ່ນໍາມາປີ້ງແມ່ນໄກ່ ສາມສາຍພັນ ຈຶ່ງມີຄວາມແຊບອ່ອນນຸ່ມ , ມີແກງໜໍ່ໄມ້,ຕໍາໝາກຫຸງ, ອົ່ວ, ໝໍ່າ, ຊີ້ນສະຫວັນ ທີ່ເປັນອາຫານເອກະລັກຂອງແຂວງສະຫວັນນະເຂດ,ຖ້າໃຜໄດ້ມາກໍຕ້ອງໄດ້ກິນ ຖ້າບໍ່ໄດ້ກິນກໍຊໍາວ່າມາບໍ່ຮອດສະຫວັນນະເຂດ ກໍ່ວ່າໄດ້. ສໍາລັບ ຈຸດເດັ່ນທີ່ດຶງດູດລູກຄ້າ ແມ່ນເນັ້ນອາຫານທີ່ສະອາດ, ປອດໄພ ໃສ່ໃຈສຸຂະພາບຜູ້ບໍລິໂພກ ໂດຍການເລືອກເອົາວັດຖຸດິບທີ່ສົດໃໝ່ ແລະ ປອດສານພິດ ໃນແຕ່ລະມື້ ເພື່ອໃຫ້ລົດຊາດອາຫານແຊບຖືກໃຈລູກຄ້າ ພ້ອມນັ້ນ, ຍັງມີຫລາກຫລາຍລາຍການອາຫານໃຫ້ລູກຄ້າໄດ້ເລືອກຮັບປະທານ. ນອກນີ້, ຍັງຖືເອົາບໍລິການທີ່ດີ ວ່ອງໄວ ເປັນຫົວໃຈສໍາຄັນໃນເລື່ອງການບໍລິການ ເພື່ອສ້າງປະທັບໃຈໃຫ້ລູກຄ້າມາແລ້ວຢາກມາອີກ, ບາງຄົນຈົນກາຍເປັນຄົນຮັກແພງກັນກໍ່ມີ. ຍັງບໍ່ພໍເທົ່ານີ້ ທາງຮ້ານ ຍັງມີບໍລິການ ເຄື່ອງດື່ມ ປະເພດ ກາເຟ, ໂດຍກາເຟ ຈະຄັດເອົາກາເຟສົດຈາກສວນສົມໄຊ ເມືອງປາກເຊ (ພັນກາຕໍມໍອາລາບິກ້າ) ໃນແບບດິບນໍາມາຂົ້ວດ້ວຍເຕົາພື້ນ ແລ້ວນໍາມາປັບປຸງເປັນສູດກາເຟຂອງເຮົາເອງ ແລະ ມີ ລາຍການ(ເມນູ) ອື່ນໆອີກ. ແນວໃດກໍ່ດີ, ເພື່ອຮັກສາມາດຕະຖານລູກຄ້າຢ່າງຕໍ່ເນື່ອງ ກໍຈະພາຍາຍາມປັບປຸງຮ້ານໃຫ້ມີຄວາມທັນສະໄໝ ແຕ່ຍັງຄົງຮັກສາເອກະລັກຄວາມເປັນລາວ ແລະ ໃນຕໍ່ໜ້າຈະເຮັດຈຸດ (ໂຊນ) ຖ່າຍຮູບ ເພື່ອໃຫ້ລູກຄ້າທີ່ຕ້ອງການຢາກຖ່າຍຮູບໄວ້ເປັນທີ່ລະນຶກ, ມີສະຖານທີ່ຈອດລົດກວ້າງຂວາງສະດວກສະບາຍ ແລະ ຈະປັບປຸງຫ້ອງ ນໍ້າໃຫ້ມີຄວາມສະອາດງາມຕາຂຶ້ນຕື່ມ.
ນາງ ສຸກັນຍາ ເວົ້າຕື່ມວ່າ: ສໍາລັບ ຮ້ານອາຫານລາວເຮົາ ມີຫລາຍບໍລິການບໍ່ວ່າຈະເປັນ ອາຫານ, ເຄື່ອງດື່ມ ແລະ ຮ້ານຂາຍເຄື່ອງທີ່ລະນຶກ ຈາກສີໄມ້ລາຍມືຂອງຄົນລາວທົ່ວປະເທດທີ່ນໍາມາຂາຍໃນນີ້ ເມື່ອລູກຄ້າໄດ້ມາໃຊ້ບໍລິ ການ ຈະບໍ່ຜິດຫວັງແນ່ນອນ.ສະນັ້ນ, ຈຶ່ງຢາກເຊີນຊວນ ລູກຄ້າທັງພາຍໃນ ແລະ ຕ່າງແຂວງໃຫ້ເຂົ້າມາໃຊ້ບໍລິການ ກິນອາຫານແຊບໆ, ເບິ່ງເຄື່ອງທີ່ລະນຶກເພື່ອຊື້ເປັນເຄື່ອງຝາກຂອງຕ້ອນຈາກສະຫວັນນະເຂດ ໂດຍຮ້ານຕັ້ງຢູ່ບ້ານໂພນສະ ຫວ່າງເໜືອ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຖ້າມາແລ້ວບໍ່ຮູ້ຮ້ານ ກໍສາມາດຕິດຕໍ່ໄດ້ທີເບີ 020 55540226.
ຮ້ານອາຫານລາວເຮົາ ເປັນອີກຈຸດໜຶ່ງທີ່ໄດ້ຮັບການປະເມີນ ເມືອງມາດຕະຖານສະອາດອາຊຽນ ຂອງນະຄອນໄກສອນ ຊຶ່ງຈຸດນີ້ສາມາດບົ່ງບອກເຖິງ ຄວາມສະອາດ,ປອດໄພ ແລະ ການຮັກສາສິ່ງແວດລ້ອມໄດ້ດີ.
ໂດຍ: ມາລີດາ
KPL