ກະຊວງປ້ອງກັນປະເທດ ຍາດໄດ້ 4 ຫລຽນຄໍາ ຈາກ 5 ປະເພດກິລາດຶງເຊືອກ

26/11/2025 09:46
Email Print 103
KPL ຂປລ. ການແຂ່ງຂັນກິລາດຶງເຊືອກໃນງາມະຫະກຳກິລາແຫ່ງຊາດຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ, ທັບນັກກິລາດຶງເຊືອກຈາກກະຊວງປ້ອງກັນປະເທດ ສາມາດໄດ້ 4 ຫລຽນຄຳຈາກ 5 ປະເພດກິລາຄື: ປະເພດທີມຍິງ 4 ຄົນ, ປະເພດທີມຊາຍ 8 ຄົນ, ປະເພດທີມຍິງ 8 ຄົນ, ປະເພດທີມປະສົມຍິງ-ຊາຍ.

ຂປລ. ການແຂ່ງຂັນກິລາດຶງເຊືອກໃນງາມະຫະກຳກິລາແຫ່ງຊາດຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ, ທັບນັກກິລາດຶງເຊືອກຈາກກະຊວງປ້ອງກັນປະເທດ ສາມາດໄດ້ 4 ຫລຽນຄຳຈາກ 5 ປະເພດກິລາຄື:  ປະເພດທີມຍິງ 4 ຄົນ, ປະເພດທີມຊາຍ 8 ຄົນ, ປະເພດທີມຍິງ 8 ຄົນ, ປະເພດທີມປະສົມຍິງ-ຊາຍ.

ໃນວັນທີ 23 ພະຈິກ 2025 ທີ່ເດີ່ນໂຮງຮຽນ ມສ ວຽງຈັນ ໄດ້ສໍາເລັດການແຂ່ງຂັນ ພ້ອມມອບຫລຽນໃຫ້ແກ່ນັກກິລາດຶງເຊືອກ ທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ 12, ໃຫ້ກຽດເຂົ້າຮ່ວມມີ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກິລາດຶງເຊືອກອາຊຽນ ທັງເປັນປະທານກິລາດຶງເຊືອກແຫ່ງຊາດລາວ, ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມສ ວຽງຈັນ ພ້ອມດ້ວຍກຳມະການ ນັກກິລາ ແລະ ມວນຊົນເຊົ້າຮ່ວມເປັນສັກຂີ.

ແນວໃດກໍດີ, ການມອບຫລຽນໃນຄັ້ງນີ້ ເປັນການມອບໃຫ້ແກ່ນັກກິລາທີ່ແຂ່ງຂັນມາແຕ່ວັນທີ 18-23 ພະຈິກ ລວມມີ 5 ປະເພດແຂ່ງຂັນ. ໃນນັ້ນ, ປະເພດທີມຊາຍ 4 ຄົນ (ນ້ຳໜັກລວມບໍ່ເກີນ 300 ກິໂລກຣາມ) ຫລຽນຄຳ ແມ່ນທີມນະຄອນຫລວງວຽງຈັນ, ຫລຽນເງິນ ແມ່ນກະຊວງປ້ອງກັນປະເທດ, ຫລຽນທອງແດງ ແມ່ນແຂວງອັດຕະປື;  ປະເພດທີມຍິງ 4 ຄົນ (ນ້ຳໜັກລວມບໍ່ເກີນ 250 ກິໂລກຣາມ) ຫລຽນຄຳ ເປັນຂອງກະຊວງປ້ອງກັນປະເທດ, ຫລຽນເງິນ ແມ່ນຂອງນະຄອນຫລວງວຽງຈັນ ແລະ ຫລຽນທອງແດງ ແມ່ນແຂວງອັດຕະປື; ປະເພດທີມຊາຍ 8 ຄົນ (ນ້ຳໜັກລວມບໍ່ເກີນ 600 ກິໂລກຣາມ) ຫລຽນຄຳ ເປັນຂອງກະຊວງປ້ອງກັນປະເທດ, ຫລຽນເງິນ ແມ່ນນະຄອນຫລວງວຽງຈັນ ແລະ ຫລຽນທອງແດງ ແມ່ນແຂວງອັດຕະປື; ປະເພດທີມຍິງ 8 ຄົນ (ນ້ຳໜັກລວມບໍ່ເກີນ 500 ກິໂລກຣາມ) ຫລຽນຄຳ ເປັນຂອງກະຊວງປ້ອງກັນປະເທດ, ຫລຽນເງິນ ແມ່ນຂອງນະຄອນຫລວງວຽງຈັນ ແລະ ຫລຽນທອງ ແມ່ນແຂວງຫລວງນ້ຳທາ ແລະ ປະເພດທີມປະສົມ (ຊາຍ 4 ຍິງ 4, ນ້ຳໜັກລວມບໍ່ເກີນ 650 ກິໂລກຣາມ) ຫລຽນຄຳ ເປັນຂອງ ກະຊວງປ້ອງກັນປະເທດ, ຫລຽນເງິນ ແມ່ນຂອງ ນະຄອນຫລວງວຽງຈັນ ແລະ ຫລຽນທອງແດງ ແມ່ນແຂວງອັດຕະປື. ໂດຍ: ສູນຂ່າວ

KPL

ຂ່າວອື່ນໆ


Top