ນະຄອນຫລວງ ຄອງອັນດັບໜຶ່ງ ກິລາຍົກນ້ຳໜັກ

26/11/2025 09:43
KPL ຂປລ. ການແຂ່ງຂັນກິລາຍົກນ້ຳໜັກ ໃນງານກິລາມະຫະກຳແຫ່ງຊາດຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ ຊຶ່ງດຳເນີນການແຂ່ງຂັນ ແຕ່ວັນທີ 21 - 23 ພະຈິກ 2025 ນີ້, ທີ່ສະຖາບັນກິລາກາຍະກຳແຫ່ງຊາດ ສີເກີດ ໂດຍມີການຊີງທັງໝົດ 8 ຫລຽນຄຳ.

ຂປລ. ການແຂ່ງຂັນກິລາຍົກນ້ຳໜັກ ໃນງານກິລາມະຫະກຳແຫ່ງຊາດຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ ຊຶ່ງດຳເນີນການແຂ່ງຂັນ ແຕ່ວັນທີ 21 - 23 ພະຈິກ 2025 ນີ້, ທີ່ສະຖາບັນກິລາກາຍະກຳແຫ່ງຊາດ ສີເກີດ ໂດຍມີການຊີງທັງໝົດ 8 ຫລຽນຄຳ. ໃນນັ້ນ, ປະເພດຍິງ 3 ລາຍການ, ຊາຍ 5 ລາຍການ. ສຳລັບປະເພດຍິງ ມີຮຸ່ນ 49 ກິໂລ, 55 ກິໂລ, 64 ກິໂລ; ປະເພດຊາຍ ມີ ຮຸ່ນ 50 ກິໂລ, 55 ກິໂລ, 61 ກິໂລ, 67 ກິໂລ ແລະ 73 ກິໂລ.
ແນວໃດກໍດີ, ຜ່ານການແຂ່ງຂັນກິລາຍົກນ້ຳໜັກດັ່ງກ່າວ ນັກກິລາຈາກນະຄອນຫລວງວຽງຈັນ ສາມາດຍາດ ໄດ້ອັນດັບທີໜຶ່ງ ໂດຍສາມາດຍາດໄດ້ 2 ຫລຽນຄຳ, 2 ຫລຽນເງິນ, 1 ຫລຽນທອງ, ອັນທີສອງ ແຂວງຄຳມ່ວນ ຍາດໄດ້ 2 ຫລຽນຄຳ, 2 ຫລຽນເງິນ, ທີສາມ ແຂວງຊຽງຂວາງ ຍາດໄດ້ 2 ຫລຽນຄຳ 2, ຫລຽນທອງ. ຂະນະທີ່ ແຂວງຈຳປາສັກ ໄດ້ 1 ຫລຽນຄຳ 4 ຫລຽນເງິນ 3 ຫລຽນທອງ, ແຂວງອຸດົມໄຊ ໄດ້ 1 ຫລຽນຄຳ ແລະ ແຂວງສາລະວັນ ໄດ້ 2 ຫລຽນທອງ.
ໂດຍ: ສູນຂ່າວ

KPL

ຂ່າວອື່ນໆ


Top