ບົດບາດແມ່ຍິງລາວ ໄດ້ຮັບການເຊີດຊູສູງຂຶ້ນ ໃນສັງຄົມລາວ, ເວທີສາກົນ ແລະ ພາກພື້ນ

22/07/2025 20:14
Email Print 133
KPL ຂປລ. ປັດຈຸບັນ, ບົດບາດເອື້ອຍນ້ອງແມ່ຍິງລາວ ໄດ້ຮັບການເຊີດຊູສູງຂຶ້ນໃນສັງຄົມລາວ, ເວທີສາກົນ ແລະ ພາກພື້ນ ​​ເຊິ່ງ ພັກ ​ແລະ ລັດຖະບານ ສ້າງເງື່ອນໄຂໃຫ້ແມ່ຍິງລາວບັນດາເຜົ່າ ມີຊີວິດການເປັນຢູ່ດີຂຶ້ນທາງດ້ານວັດຖຸ ແລະ ຈິດໃຈ, ແມ່ຍິງລາວຫລາຍທ່ານ​ໄດ້​ບຸກບືນ ​ແລະ ພັດທະນາ​ຕົນ​ເອງ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາມາດ​ເທົ່າ​ທຽມກັບ​ເພດ​ຊາຍ

ຂປລ. ປັດຈຸບັນ, ບົດບາດເອື້ອຍນ້ອງແມ່ຍິງລາວ ໄດ້ຮັບການເຊີດຊູສູງຂຶ້ນໃນສັງຄົມລາວ, ເວທີສາກົນ ແລະ ພາກພື້ນ ​​ເຊິ່ງ ພັກ ​ແລະ ລັດຖະບານ ສ້າງເງື່ອນໄຂໃຫ້ແມ່ຍິງລາວບັນດາເຜົ່າ ມີຊີວິດການເປັນຢູ່ດີຂຶ້ນທາງດ້ານວັດຖຸ ແລະ ຈິດໃຈ, ແມ່ຍິງລາວຫລາຍທ່ານ​ໄດ້​ບຸກບືນ ​ແລະ ພັດທະນາ​ຕົນ​ເອງ​ໃຫ້​ມີ​ຄວາມ​ຮູ້, ຄວາມ​ສາມາດ​ເທົ່າ​ທຽມກັບ​ເພດ​ຊາຍ, ກາຍເປັນການນໍາຂັ້ນສູງຂອງພັກ, ລັດ, ທັງໄດ້ເຂົ້າຮ່ວມກອງປະຊຸມສຳຄັນຕ່າງໆທັງ​ຢູ່​ພາຍ​ໃນ ​ແລະ ບັນດາປະເທດເພື່ອນມິດ​ໃນ​ໂລກ, ສາມາດຕັດສິນບັນຫາສຳຄັນຕ່າງໆ​ໃນ​ຫລາຍ​ເວທີ.

 ທ່ານ ນາງ ໂພສີ ໄຊຍະສອນ ນັກທຸລະກິດຍິງ ໄດ້ໃຫ້ສໍາພາດໃນໂອກາດຄົບຮອບ 70 ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ​ເມື່ອ​ບໍ່​ດົນ​ມານີ້, ໂດຍທ່ານໄດ້ຍົກໃຫ້ເຫັນພາລະບົດບາດ, ຄວາມສຳຄັນຂອງແມ່ຍິງ ຕໍ່ຄອບຄົວ ເປັນຕົ້ນ ການເບິ່ງແຍງດູແລພໍ່-ແມ່, ເປັນຄົນສຳຄັນໃນການສຶກສາອົບຮົມ, ເບິ່ງແຍງລູກເຕົ້າ ໃຫ້ກາຍເປັນຄົນດີ, ເຮັດວຽກເຮືອນ ແລະ ສ້າງບັນຍາກາດທີ່ອົບອຸ່ນໃຫ້ກັບຄອບຄົວ ກໍຄື ສາມີ ແລະ ລູກ, ສາມາດເວົ້າໄດ້ວ່າ ເບື້ອງຫລັງຄວາມສໍາເລັດຂອງຄອບຄົວ ລ້ວນແຕ່ມີແມ່ຍິງ ທີ່ເປັນແຮງຊຸກດັນ ແລະ ເປັນກຳລັງໃຈສໍາຄັນ. ນອກຈາກນີ້, ແມ່ຍິງໄດ້ປະກອບສ່ວນຊ່ວຍສັງຄົມດ້ານຕ່າງໆ, ແມ່ຍິງຈຳນວນໜຶ່ງ ໄດ້ປະຕິບັດໜ້າທີ່ເປັນການນໍາເພດຍິງ, ພະນັກງານລັດຖະກອນ ໃນອົງການ ຈັດຕັ້ງພັກ-ລັດ ຄຽງບ່າຄຽງໄຫລ່ອ້າຍນ້ອງຊາຍ ຕັ້ງແຕ່ໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍ​ຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ທ່ານ ນາງ ໂພສີ ໄຊຍະສອນ ຍັງໃຫ້ຮູ້ອີກວ່າ: ແມ່ຍິງລາວ ໃນປັດຈຸບັນ, ຕ້ອງພັດທະນາຕົນເອງທຸກດ້ານ, ໃຫ້ມີຄວາມຮູ້, ຄວາມສາມາດ, ບໍ່ຢຸດທີ່ຈະຮຽນຮູ້ ແລະ ພັດທະນາຕົນເອງ, ຕ້ອງເປັນແມ່ຍິງທີ່ທັນສະໄໝ, ກ້າຄິດ, ກ້າສະແດງອອກ. ໃນຄະນະດຽວກັນ, ກໍໃຫ້ຮັກສາຮີດຄອງ​ປະ​ເພນີ, ນິ້ມ​ນວນ ອ່ອນຫວານ, ອ່ອນໂຍນ ແຕ່ບໍ່ອ່ອນແອ.

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ


Top