KPL
ຂປລ. ໃນວັນທີ 21 ກໍລະກົດ 2025 ນີ້, ທ່ານ ພົນເອກ ຊົງວິດ ໜຸນພັກດີ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ

ຂປລ. ໃນວັນທີ 21 ກໍລະກົດ 2025 ນີ້, ທ່ານ ພົນເອກ ຊົງວິດ ໜຸນພັກດີ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ຣາຊະອານາຈັກໄທ ພ້ອມຄະນະ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ໂດຍການຕ້ອນຮັບຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.

ໂອກາດນີ້, ສອງຝ່າຍໄດ້ພົບປະແລກປ່ຽນບົດຮຽນ ແລະ ຕີລາຄາຄືນສະພາບວຽກງານ ເຊິ່ງກັນ ແລະ ກັນ ໃນບັນຫາທີ່ສອງຝ່າຍມີຄວາມສົນໃຈ ແລະ ສອງຝ່າຍ ເຫັນດີເປັນເອກະພາບ ເພີ່ມທະວີຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ ແລະ ເສີມສ້າງສາຍພົວພັນຮ່ວມມື ທາງດ້ານເສດຖະກິດ ທີ່ດີຕະຫລອດຮອດ ການເພີ່ມທະວີການຮ່ວມມື ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບໄທ ໂດຍສະເພາະການຮ່ວມມື ຂອງຄະນະກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນ ລາວ-ໄທ, ໄທ-ລາວ ສ້າງໃຫ້ສະພາບໃນຂອບເຂດເສັ້ນຊາຍແດນ ມີຄວາມສະຫງົບສຸກໂດຍພື້ນຖານ ເປັນຕົ້ນ ການແກ້ໄຂບັນຫາຢາເສບຕິດ, ບັນຫາການລັກລອບເຂົ້າເມືອງຜິດກົດໝາຍ ແລະ ບັນຫາອື່ນໆ ທີ່ເປັນໜໍ່ແໜງ ໃນການກໍ່ຄວາມບໍ່ສະຫງົບ, ສ້າງກົນໄກເຂົ້າໃນຂົງເຂດວຽກງານກະສິກຳ, ປູກຝັງ-ລ້ຽງສັດ ລະຫວ່າງ ສອງກອງທັບ ໃຫ້ເກີດດອກອອກຜົນ. ພ້ອມກັນນັ້ນ, ກໍຕ້ອງຮັກສາມູນເຊື້ອການໄປ-ມາຫາສູ່ ຢ່າງເປັນປົກກະຕິ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ນອກຈາກນັ້ນ, ສອງຝ່າຍ ຍັງເຫັນດີເປັນເອກະພາບ ສືບຕໍ່ຮ່ວມມື ໃນວຽກງານດ້ານການຊ່ວຍເຫລືອມະນຸດສະທຳ, ການຕ້ານໄພພິບັດທາງທຳມະຊາດ, ການແລກປ່ຽນ ດ້ານການແພດ, ສິລະປະ-ວັດທະນະທຳ, ກິລາ ແລະ ຂອດການຮ່ວມມືໃນຂອບຂອງກອງປະຊຸມອາຊຽນ ລວມທັງບັນຫາອື່ນໆ ທີ່ສອງຝ່າຍໄດ້ສ້າງກົນໄກຮ່ວມກັນ.

ໂອກາດດຽວກັນນີ້, ຜູ້ບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ຕື່ມອີກ.
ຂໍ້ມູນ-ພາບ: ໜັງສືພິມກອງທັບ
KPL