KPL
ເກີດຝົນຕົກ ຢ່າງໜັກ ຫລາຍວັນ ຕິດຕໍ່ກັນ ເຮັດໃຫ້ເກີດ ໄພນ້ຳຖ້ວມ, ດິນເຈື່ອນ, ຊັບສິນ ທັງພາກລັດ ແລະ ເອກະຊົນ 4,000 ກວ່າແຫ່ງ ໄດ້ຮັບຄວາມ ເສຍຫາຍ ແລະ ມີຜູ້ເສຍຊີວິດ ໃນທົ່ວປະເທດ ຈຳນວນ 18 ຄົນ, ສູນຫາຍອີກ 9 ຄົນ
ຂປລ.ຕາມຂ່າວຈາກ ສ.ເກົາຫລີ,ວັນທີ 21ກໍລະກົດນີ້, ກະຊວງພາຍໃນຂອງ ສ.ເກົາຫລີ ເປີດເຜີຍວ່າ: ເກີດຝົນຕົກ ຢ່າງໜັກ ຫລາຍວັນ ຕິດຕໍ່ກັນ ເຮັດໃຫ້ເກີດ ໄພນ້ຳຖ້ວມ, ດິນເຈື່ອນ, ຊັບສິນ ທັງພາກລັດ ແລະ ເອກະຊົນ 4,000ກວ່າແຫ່ງ ໄດ້ຮັບຄວາມ ເສຍຫາຍ ແລະ ມີຜູ້ເສຍຊີວິດ ໃນທົ່ວປະເທດ ຈຳນວນ 18ຄົນ,ສູນຫາຍອີກ 9ຄົນ ໂດຍສະເພາະ ເມືອງຄາພະຢອງ ຊຶ່ງເປັນເຂດ ຣີສອດ ຕາກອາກາດ ໃນນະຄອນຫລວງ ເຊອຸນ ຂອງ ສ.ເກົາຫລີ ໄດ້ຮັບຄວາມເສຍຫາຍ ໜັກສຸດ.ຂະນະທີ່ ປະຊາຊົນ ໃນພື້ນທີ່ປະສົບໄພ ໄດ້ຮັບຄວາມເດືອດຮ້ອນ ເປັນບໍລິເວນກວ້າງ. ປັດຈຸບັນ ເຈົ້າໜ້າ ທີ່ກູ້ໄພ ຂອງ ສ.ເກົາຫລີ ເລັ່ງໃຫ້ການ ຊ່ວຍເຫລືອ ຜູ້ປະສົບໄພ ຢ່າງຮີບດ່ວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL