ສະຫລອງ 70 ປີ ສາຍພົວພັນການທູດ ລາວ-ຟີລິບປິນ

16/07/2025 20:14
Email Print 177
KPL ຂປລ. ງານລ້ຽງສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນ ແລະ ວັນຊາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ

ຂປລ. ງານລ້ຽງສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນ ແລະ ວັນຊາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ ຈັດຂຶ້ນໃນຕອນຄໍ່າວັນທີ 15 ກໍລະກົດ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະ ມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເອລິຊາເບັດ ເທ (Elizabeth Te) ເອກອັກຄະລັດຖະທູດ ແຫ່ງ ສ ຟິລິບປິນ ປະຈໍາ ສປປ ລາວ, ມີບັນດາຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດ ແລະ ບັນດາອົງການຈັດຕັ້ງສາກົນ ປະຈໍາ ລາວ, ພ້ອມດ້ວຍແຂກຖືກເຊີນ ຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

ໃນພິທີ, ທ່ານ ລັດຖະມົນຕີ ທອງສະຫວັນ ພົມວິຫານ ແລະ ທ່ານ ເອກອັກຄະລັດຖະທູດ ນາງ ເອລິຊາເບັດ ເທ ໄດ້ກ່າວມີຄໍາເຫັນ ໂດຍສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງ ລາວ ແລະ ຟິລິບປິນ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ​ໃນວັນທີ 14 ມັງກອນ 1955, ຕະຫລອດໄລຍະ 70 ປີຜ່ານມາ ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍມີການແລກປ່ຽນ ຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ. ຫລ້າສຸດ ແມ່ນການພົບປະສອງຝ່າຍ ລະຫວ່າງລັດຖະມົນ ຕີກະຊວງການຕ່າງປະເທດ ລາວ ແລະ ຟີລິບປິນ ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ຄັ້ງທີ 58 ໃນວັນທີ 8 ກໍລະກົດ 2025 ທີ່ ກົວລາລຳເປີ, ມາເລເຊຍ ແລະ ການພ​ໄບປະ ລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ປະທານາທິບໍດີ ແຫ່ງ ສ ຟິລິບປິນ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໃນເດືອນພຶດສະພາ 2025 ຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າ ໃນການສົ່ງເສີມຄວາມເຂົ້າໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງຜູ້ນໍາ, ລັດຖະບານ ແລະ ປະຊາຊົນສອງປະເທດ ລາວ-ຟີລິບປິນ. ສປປ ລາວ ແລະ ສ ຟິລິບປິນ ໄດ້ມີການພົວພັນຮ່ວມມືກັນໃນຫລາຍຂົງເຂດ, ໄລຍະຜ່ານມາ ລັດຖະບານ ແລະ ປະຊາຊົນຟີລິບປິນ ໄດ້ໃຫ້ການຊ່ວຍເຫລືອສະໜັບສະໜູນອັນສຳຄັນ ໃຫ້ແກ່ ສປປ ລາວ ໂດຍສະເພາະ ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ, ໃນຂະແໜງການພັດທະນາ ຊັບພະຍາກອນມະນຸດ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ການຄຸ້ມຄອງໄພພິບັດ ແລະ ອື່ນໆ.

ພ້ອມນັ້ນ, ສອງຝ່າຍຍັງໄດ້ສະແດງຄວາມໝາຍໝັ້ນ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ເພື່ອນໍາເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ ກໍຄື ການສົ່ງເສີມຄວາມສາມັກຄີ ແລະ ຄວາມປອງດອງພາຍໃນ ປະຊາຄົມອາຊຽນ, ໃນພາກພື້ນ ແລະ ໃນໂລກ.

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ


Top