KPL
ຂປລ. ໃນວັນທີ 11 ກໍລະກົດ 2025 ຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ (Antonio Guterres), ເລຂາທິການໃຫຍ່ອົງການ ສປຊ ເພື່ອດໍາລົງຕໍາແໜ່ງ ເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.

ຂປລ. ໃນວັນທີ 11 ກໍລະກົດ 2025 ຜ່ານມານີ້, ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ອັນໂຕນິໂອ ກູເຕເຣດ (Antonio Guterres), ເລຂາທິການໃຫຍ່ອົງການ ສປຊ ເພື່ອດໍາລົງຕໍາແໜ່ງ ເປັນຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ຄົນໃໝ່ ປະຈໍາອົງການ ສະຫະປະຊາຊາດ.
ໃນໂອກາດດັ່ງກ່າວ, ທ່ານ ເລຂາທິການໃຫຍ່ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານເອກອັກຄະລັດຖະທູດ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງ ເປັນຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານແຫ່ງ ສປປ ລາວ ທີ່ໄດ້ພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ໃນການພັດທະນາ ເສດຖະກິດ-ສັງຄົມ ຢູ່ພາຍປະເທດ ໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທໍາ, ລວມທັງຜົນສຳເລັດຂອງການເປັນປະທານອາຊຽນ ໃນປີ 2024 ແລະ ຊົມເຊີຍບົດບາດຂອງ ສປປ ລາວ ໃນການສົ່ງເສີມ ຂອບການຮ່ວມມືລະຫວ່າງ ອາຊຽນ ແລະ ອົງການ ສະຫະປະຊາຊາດ, ພ້ອມທັງຢືນຢັນວ່າ ອົງການ ສປຊ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນການພັດທະນາ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງ. ທ່ານ ເລຂາທິການໃຫຍ່ ໃຫ້ຮູ້ອີກວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ມີທ່າແຮງ ທາງດ້ານທໍາມະຊາດ ແລະ ຮີດຄອງວັດທະນະທໍາອັນດີງາມ ເຊິ່ງທ່ານເອງໄດ້ເຄີຍໄປສໍາຜັດຕົວຈິງ ໃນການທ່ອງທ່ຽວ ແຕ່ເໜືອຮອດໃຕ້ໃນຫລາຍປີທີ່ຜ່ານມາ.

ທ່ານ ເອກອັກຄະລັດຖະທູດ ທອງຜ່ານ ສະຫວັນເພັດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການໃຫ້ກຽດຕ້ອນຮັບໃນຄັ້ງນີ້, ພ້ອມທັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກທ່ານ ປະ ທານປະເທດແຫ່ງ ສປປ ລາວ ມາຍັງ ທ່ານ ເລຂາທິການໃຫ່ຍ ສປຊ, ພ້ອມທັງແຈ້ງໃຫ້ຊາບວ່າ ສປປ ລາວ ໄດ້ຮ່ວມມືຢ່າງໃກ້ຊິດກັບອົງການ ສປຊ ໂດຍສະເພາະແມ່ນອົງການເຄືອຂ່າຍ ສປຊ ທີີ່ປະຈໍາຢູ່ ສປປ ລາວ ເພື່ອປຶກສາຫາລື ແລະ ຈັດຕັ້ງປະຕິບັດບັນດາໂຄງການ ແລະ ແຜນງານການຮ່ວມມື ດ້ານການພັດທະນາ ໂດຍສະເພາະແມ່ນ ການເຊື່ອມສານບຸລິມະສິດ ຂອງອົງການເຄືອຂ່າຍ ສປຊ ໃຫ້ສອດ ຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ. ພ້ອມດຽວກັນ, ທ່ານຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ຂະບວນການໃນການນໍາເອົາ ສປປ ລາວ ຫລຸດພົ້ນອອກຈາກສະຖານະພາບປະ ເທດດ້ອຍພັດທະນາໃນຕໍ່ໜ້າ ໂດຍໄດ້ຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດກັບອົງການ ສປຊ ແລະ ປະ ເທດຜູ້ໃຫ້ທຶນຕ່າງໆ ເພື່ອຮັບປະກັນໃຫ້ແກ່ການຫລຸດພົ້ນ ອອກຈາກສະຖານະພາບຂອງ ສປປ ລາວ ມີຄວາມໂລ່ງລ່ຽນ ແລະ ຍືນຍົງ. ທ່ານເອກອັກຄະລັດຖະທູດ ຍັງໄດ້ແຈ້ງໃຫ້ຊາບການປະກອບສ່ວນຂອງ ສປປ ລາວ ຕໍ່ອົງການ ສປຊ ເປັນຕົ້ນ ການເປັນຮອງປະທານ ສະມັດຊາໃຫຍ່ ສປຊ ຄັ້ງທີ 76, ເປັນສະມາຊິກສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ສົກປີ 2023-2025, ການເປັນສະມາຊິກສະພາບໍລິຫານຂອງອົງການ UNICEF ສົກປີ 2025-2027 ແລະ ເປັນສະມາຊິກຄະນະບໍລິຫານຂອງ ກຸ່ມປະເທດກໍາລັງພັດທະນາ ທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs). ພ້ອມນັ້ນ, ທ່ານຍັງໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເລຂາທິການໃຫ່ຍ ສປຊ ໃນໂອກາດທີ່ທ່ານ ໄດ້ເດີນທາງໄປຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນປີ 2024 ໃນໄລຍະທີ່ ສປປ ລາວ ເປັນປະທານອາຊຽນ.
ພ້ອມນີ້, ທ່ານເອກອັກຄະລັດຖະທູດ ຍັງໄດ້ສະແດງຄວາມຂອບໃຈຕໍ່ອົງການ ສປຊ ທີ່ໄດ້ໃຫ້ ການຊ່ວຍເຫລືອ ສະໜັບສະໜູນ ສປປ ລາວ ຕະຫລອດມາ. ພ້ອມທັງຢືນຢັນວ່າ ສປປ ລາວ ຈະສືບຕໍ່ຄວາມພະຍາຍາມ ເສີມຂະຫຍາຍການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ ສປຊ ໃຫ້ນັບມື້ນັບສູງຂຶ້ນເທື່ອລະກ້າວ.
ຂ່າວ-ພາບ: ກຕທ
KPL