*ໃນສະໄໝຕໍ່ສູ້ກູ້ຊາດ ແມ່ຍິງມີບົດບາດໃນການປຸກລະດົມຂົນຂວາຍບັນດາແມ່ຍິງໃນຂອບເຂດທົ່ວປະເທດ ໃຫ້ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດ ດ້ວຍຮູບການເບິ່ງແຍງ, ລ້ຽງດູ, ຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວ, ສົ່ງເອກະສານຕ່າງໆໃຫ້ພະນັກງານ, ທະຫານທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູ, ລຳລຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ; ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫລານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການຂອງແມ່ຍິງປະຕິບັດວຽກງານແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ມີແມ່ຍິງຈໍານວນຫລວງຫລາຍປະຕິບັດໜ້າທີ່ເປັນທັງພໍ່ທັງແມ່ໃນເວລາດຽວກັນ, ເຮັດໜ້າທີ່ປຸກຢ້າວແປງເຮືອນ, ເຮັດໄຮ່, ເຮັດນາ ເພື່ອລ້ຽງດູຄອບຄົວ ແລະ ຜະລິດໄວ້ຊ່ວຍແນວໜ້າ, ເປັນເຈົ້າການປົກປັກຮັກສາເຂດນ້ຳແດນດິນອັນແສນຮັກ ແລະ ຫວງແຫນຂອງຕົນໄວ້ຢ່າງໝັ້ນຄົງດ້ວຍນ້ຳໃຈເສຍສະລະອັນສູງສົ່ງ ແລະ ອົງອາດກ້າຫານ. ໃນຂະບວນການດັ່ງກ່າວ ແມ່ຍິງລາວບັນດາເຜົ່າ ຈຶ່ງໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນທົ່ວປະເທດ, ມີແມ່ຍິງຈຳນວນຫລວງຫລາຍຖືກຄັດເລືອກເປັນແບບຢ່າງທີ່ດີເດັ່ນ ໃນການປະກອບສ່ວນວຽກງານໃນຂົງເຂດຕ່າງໆ ຊຶ່ງໄດ້ຮັບການຍ້ອງຍໍຈາກພັກ-ລັດ ຢ່າງສົມກຽດ.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງປັດຈຸບັນ; ແມ່ຍິງລາວໄດ້ເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຜ່ານຂະບວນການດັ່ງກ່າວ ສ້າງໃຫ້ແມ່ຍິງລາວໄດ້ຮັບການພັດທະນາໃນທຸກດ້ານ ສາມາດເຂົ້າຮ່ວມໃນທຸກຂົງເຂດວຽກງານ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກການຈັດຕັ້ງພັກ-ລັດ, ສັງຄົມ ແລະ ຄອບຄົວ. ຕະຫລອດໄລຍະ 70 ປີ ແຫ່ງການສ້າງຕັ້ງສະຫະພັນແມ່ຍິງລາວ; ພັກ-ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວຂອງແມ່ຍິງລາວ ແລະ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມພັດທະນາແມ່ຍິງໃນທຸກຊົນເຜົ່າ, ສາຂາອາຊີບ, ບໍ່ມີຂົງເຂດໃດ ແລະ ວຽກງານໃດທີ່ບໍ່ມີເອື້ອຍນ້ອງແມ່ຍິງໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຄຽງບ່າຄຽງໄຫລ່ກັບເພດຊາຍ. ພ້ອມນັ້ນ, ພັກເຮົາຍາມໃດກໍຖືແມ່ຍິງເປັນກຳລັງອັນສຳຄັນ ແລະ ໃຫຍ່ຫລວງໃນຂົງເຂດວຽກງານເນ່ືອງຈາກວ່າແມ່ຍິງກວມຈຳນວນເຄິ່ງໜຶ່ງຂອງພົນລະເມືອງ, ມີບົດບາດສູງໃນການຜະລິດ ແລະ ເປັນກຳລັງແຮງພິເສດທີ່ຜະລິດຊັບພະຍາກອນມະນຸດທາງດ້ານປະລິມານ ແລະ ຄຸນນະພາບ. ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກເຫັນໄດ້ບົດບາດຄວາມສຳຄັນຂອງແມ່ຍິງລາວບັນ ດາເຜົ່າ, ພ້ອມທັງໄດ້ມີທິດຊີ້ນຳຕໍ່ວຽກງານແມ່ຍິງຢ່າງລະອຽດ ເພື່ອປຸກລະດົມຂົນຂວາຍເອື້ອຍນ້ອງແມ່ຍິງປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ. ທ່ານໄດ້ຊີ້ບອກວ່າ “ກ່ອນອື່ນຕ້ອງເຂົ້າໃຈແຈ້ງວ່າ: ວຽກງານຂົນຂວາຍແມ່ຍິງເປັນໜ້າທີ່ປະຕິວັດຍາວນານອັນໜຶ່ງ, ມັນບໍ່ພຽງແຕ່ກ່ຽວພັນເຖິງແມ່ຍິງທີ່ກວມເອົາເຄິ່ງໜຶ່ງຂອງປະຊາກອນເທົ່ານັ້ນ, ແຕ່ຍັງກ່ຽວຂ້ອງເຖິງທັງໝົດສັງຄົມ ເວົ້າລວມ ແລະ ແຕ່ລະຄອບຄົວ ເວົ້າສະເພາະ, ທັງຕິດພັນຢ່າງສະໜິດແໜ້ນ ເຖິງການປົກປັກຮັກສາ ແລະ ການຂະຫຍາຍເຊື້ອພັນຂອງຊາດອີກດ້ວຍ”, ດັ່ງນັ້ນ ການຂົນຂວາຍແມ່ຍິງ ຈຶ່ງກວມເອົາທຸກຂົງເຂດເຊັ່ນ: ການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ເຜົ່າຊົນ.
ເພື່ອສືບຕໍ່ປະຕິບັດ 2 ໜ້າທີ່ຍຸດ ທະສາດດັ່ງກ່າວ ສະຫະພັນແມ່ຍິງລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ການເມືອງທີ່ຖືກມອບໝາຍ, ພ້ອມທັງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ແຕ່ລະຄັ້ງມາ ເປັນແຜນງານ, ໂຄງການ ແລະ ນໍາ ພາ-ຊີ້ນໍາການປະຕິບັດຕົວຈິງຢ່າງ ເປັນຂະບວນການກວ້າງຂວາງ ພາຍໃຕ້ການນໍາພາຂອງພັກ ແລະ ດ້ວຍຄວາມບຸກບືນສູ້ຊົນຂອງສະ ມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ຈຶ່ງເຮັດໃຫ້ການຈັດ ຕັ້ງເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ໄດ້ອົາໃຈໃສ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ປຸກລະດົມແມ່ຍິງລາວບັນດາເຜົ່າ, ບັນດາຊັ້ນຄົນເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ສະຫະພັນແມ່ຍິງລາວ ໄດ້ສືບຕໍ່ປະຕິບັດພາ ລະບົດບາດເຕົ້າໂຮມຄວາມສາມັກ ຄີ, ປຸກລະດົມຊຸກຍູ້ແມ່ຍິງລາວ ເຂົ້າຮ່ວມປະຕິບັດ 2 ໜ້າທີ່ຍຸດທະ ສາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວ ແຕ່ລະໄລຍະ, ນຳພາຂະບວນການແມ່ຍິງລາວບັນດາເຜົ່າປະຕິບັດຄຳຂວັນ, ຂໍ້ແຂ່ງຂັນຂອງສະຫະພັນແມ່ຍິງລາວ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ. ຍົກສູງພາລະບົດບາດຂອງເອື້ອຍນ້ອງແມ່ຍິງ ໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະ ພັດທະນາຕົນເອງ, ພັດທະນາແນວຄິດທີ່ຫລ້າຫລັງ, ປັບປຸງຕົນເອງ, ຮອງຮັບໄດ້ທຸກສະພາບການ, ໝັ່ນອ່ານ, ຄົ້ນຄວ້ານິຕິກຳຕ່າງໆເພື່ອພັດທະນາຕົນເອງ; ພ້ອມກັນຍົກລະດັບຄວາມຮູ້ຄວາມສາມາດ, ຄວາມຮັບຜິດຊອບຂອງຕົນເອງ, ໂຄສະນາເຜີຍແຜ່ ແລະ ເສີມຂຫຍາຍ 5 ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າທີ່ມີມູນເຊື້ອຕໍ່ສູ້ພິລະອາດຫານ, ມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ ແລະ ມູນເຊື້ອອະນຸລັກວັດທະນະທຳອັນດີງາມຂອງຊາດ ແລະ ຂອງແມ່ຍິງລາວ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງ ແລະ ປະຊາຊົນມອບໝາຍໃຫ້. ພ້ອມກັນນັ້ນ, ເອື້ອຍນ້ອງແມ່ຍິງ ຕ້ອງສົ່ງເສີມເຊິ່ງກັນ ແລະ ກັນ, ຕ້ອງຈິງໃຈນຳກັນ, ກ້າຄິດກ້າເວົ້າກ້າສະແດງອອກດ້ວຍຄວາມຈິງໃຈ ແລະ ຮຽກຮ້ອງເຖິງເພດຊາຍ ໃນທຸກຂະແໜງການກໍຕ້ອງໃຫ້ການສົ່ງເສີມເອື້ອຍນ້ອງແມ່ຍິງໃນຂົງເຂດທີ່ຕົນເອງຮັບຜິດຊອບ ເພື່ອສ້າງໃຫ້ແມ່ຍິງກ້າວໜ້າ ແລະ ກ້າວຂຶ້ນຕະຫລອດໄປ.
ໂດຍ: ຄະນະ ບກ