KPL
ຂປລ. ໃນວັນທີ 14 ກໍລະກົດ 2025, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕ້ອນຮັບຄະນະຜູແທນເມືອງຊານໂຖວ ແຂວງກວາງຕຸ້ງ ສປ ຈີນ ນຳໂດຍ ທ່ານ ໄລ່ ສຽວເຫວີຍ ຮອງເລຂາທິການຄະນະພັກ, ເລຂາທິການຄະນະກຳມະການ ຄວບຄຸມວຽກງານພັກ ເມືອງຊ່ານໂຖວ ແຂວງກວາງຕຸ້ງ ສປ ຈີນ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ພູວົງ ວົງຄຳຊາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຄະນະຜູ້ແທນເມືອງຊານໂຖວ, ພ້ອມທັງລາຍງານສະພາບການ ຈັດຕັ້ງປະຕິບັດວຽກງານຕ່າງໆ ໃນນະຄອນ ຫລວງວຽງຈັນ ໂດຍສະເພາະ ການຮ່ວມມືລະຫວ່າງ ນະຄອນຫລວງວຽງຈັນ ແລະ ແຂວງກວາງຕຸ້ງ. ພ້ອມນັ້ນ, ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບ ການເພີ່ມທະວີການແລກປ່ຽນ ການຮ່ວມມືທາງດ້ານວັດທະນາທໍາ, ເສດຖະກິດ ແລະ ຊຸກຍູ້ການພັດທະນາຮ່ວມກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ທັງນີ້, ກໍເພື່ອສ້າງສາຍພົວພັນ ແລະ ເພີ່ມທະວີການຮ່ວມມື ລະຫວ່າງນະຄອນຫລວງວຽງຈັນ ແລະ ແຂວງກວາງຕຸ້ງ ກໍຄື ເມືອງຊ່ານໂຖວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນໄປເລື້ອຍໆ.

ທ່ານ ໄລ່ ສຽວເຫວີຍ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ພູວົງ ວົງຄຳຊາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງລາຍງານສະພາບການພັດທະນາ ຢູ່ເມືອງຊ່ານໂຖວ ແລະ ຢືນ ຢັນວ່າຈະນຳເອົາການປຶກສາຫາລືຄັ້ງນີ້ ໄປຄົ້ນຄວ້າກັບໝູ່ຄະນະ ໃຫ້ສາມາດຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດໃນຕໍ່ໜ້າ.
ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
KPL