ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ

06/06/2025 08:35
Email Print 296
KPL ຂປລ. ຕອນບ່າຍວັນທີ 4 ມິຖຸນາ 2025, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມລານີລຸຍສ໌ບາໂລ (Melanie Louise Barlow) ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ


ຂປລ. ຕອນບ່າຍວັນທີ 4 ມິຖຸນາ 2025, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມລານີລຸຍສ໌ບາໂລ (Melanie Louise Barlow) ເອກອັກຄະຣາຊະທູດ ແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເຊິ່ງເປັນຄັ້ງທໍາອິດ ພາຍຫລັງທີ່ ທ່ານລັດຖະມົນຕີ ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

ປີ 2025 ແມ່ນຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວແລະ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ສອງຝ່າຍໄດ້ມີການຈັດກິດຈະກໍາຮ່ວມກັນ, ພ້ອມທັງມີແຜນການຈັດງານ ສະເຫລີມສະຫລອງ ວັນສໍາຄັນດັ່ງກ່າວໃນທ້າຍປີນີ້. ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 5 ກັນຍາ 1955 ການ​ພົວພັນ​ຮ່ວມມືລະຫວ່າງ ​ສອງ​ປະ​ເທດ​ແມ່ນ​ມີທ່າກ້າວຂະຫຍາຍຕົວດີຂຶ້ນ. ສປປ ລາວ ແລະ ສ ອັງກິດ ໄດ້ມີການຮ່ວມມືທີ່ດີທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເຊັ່ນ: ວຽກງານສາທາລະນະສຸກ, ວຽກງານການສຶກສາ ແລະ ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ. ຄຽງຄູ່ກັນນັ້ນ, ກໍຍັງໃຫ້ການຊ່ວຍເຫລືອ​​ ໃນການຈັດຝຶກອົບຮົມ​​ສຳລັບຂະແໜງການຕ່າງໆ ​​ເຊິ່ງເປັນການປະກອບສ່ວນ​​ສຳຄັນເຂົ້າໃນການສ້າງສາພັດທະນາ​​ ລາວ. ນອກນັ້ນ, ທັງສອງຝ່າຍຍັງໄດ້ມີການແລກ ປ່ຽນການຢ້ຽມຢາມຂອງຄະນະຜູ້ແທນ ລະຫວ່າງກະຊວງຂະແໜງການຂອງສອງປະເທດ ຢ່າງເປັນປົກກະຕິ.

KPL

ຂ່າວອື່ນໆ


Top