KPL
ຂປລ. ໃນວັນທີ 6 ມິຖຸນາ 2025 ນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່່ເສນາທິການກອງທັບ ລົງເຄື່ອນໄຫວພົບປະໂອ້ລົມຄະນະນຳ, ພະນັກງານຫລັກແແຫລ່ງ ບັນດາກົມກອງເຂດພາກໃຕ້ ຢູ່ທີ່ກອງພົນທີ 5

ຂປລ. ໃນວັນທີ 6 ມິຖຸນາ 2025 ນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່່ເສນາທິການກອງທັບ ລົງເຄື່ອນໄຫວພົບປະໂອ້ລົມຄະນະນຳ, ພະນັກງານຫລັກແແຫລ່ງ ບັນດາກົມກອງເຂດພາກໃຕ້ ຢູ່ທີ່ກອງພົນທີ 5 ໂດຍມີ ສະຫາຍ ພັນເອກ ບຸນສົມ ອິນທະລາ ຫົວໜ້າການທະຫານ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ກອງພົນທີ 5, ກອງບັນຊາການທະຫານ ແຂວງຈຳປາສັກ, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ໂຮງໝໍ 106, ໂຮງງານປະສານເຫລົ່າພາກໃຕ້, ກອງພັນໃຫຍ່ 645, ກອງພັນໃຫຍ່ 611, ກອງພັນໃຫຍ່ 501, 502, ສານທະຫານພາກໃຕ້, ສາງນ້ຳມັນເລກ 8, ໄອຍະການພາກໃຕ້, ບໍລິສັດກໍ່ສ້າງຂົວ-ທາງຄົບວົງຈອນ ກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງສະຫລັບສັບຊ້ອນ ເຊິ່ງມີທັງສິ່ງເອື້ອອຳນວຍ ແລະ ສິ່ງທ້າທາຍທົດສອບຫລາຍປະການ, ຕໍ່ກັບສະພາບການດັ່ງກ່າວ ມັນໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານແຕ່ລະຂັ້ນ ຕ້ອງໄດ້ພ້ອມກັນເອົາ ໃຈໃສ່ ມີສະຕິລະວັງຕົວສູງ ເພື່ອຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິ ຂອງພວກອິດທິກຳລັງປໍລະປັກ, ໄປພ້ອມໆກັບການເອົາໃຈໃສ່ ຝຶກແອບຮ່ຳຮຽນການເມືອງ, ການທະຫານ, ພະລາທິການ-ເຕັກນິກ ໃຫ້ເປັນປົກກະຕິ, ຕັ້ງໜໜ້າຝຶກຝົນຫລໍ່ຫລອມຄຸນທາດການເມືອງ ຄຸນສົມບັດສີນທຳປະຕິວັດ ຕິດພັນກັບການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ໃຫ້ເປັນປົກກະຕິ, ຕັ້ງໜ້າປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ໃຫ້ມີປະສິດທະພາບສູງ, ເອົາໃຈໃສ່ບົວລະບັດປົກປັກຮັກສາພາຫະນະ, ອາວຸດ, ຍຸດໂທປະກອນໃຫ້ມີຄວາມຮັບປະກັນ ນຳໃຊ້ໄດ້ຍາວນານ, ໄປພ້ອມໆກັບການຫັນລົງກໍ່ສ້າງ ຮາກຖານການເມືອງພັດທະນາ ເສດຖະກິດ-ສັງຄົມ ຮອບດ້ານ, ສືບຕໍ່ຕິດຕາມກວດກາເກັບກຳສະພາບຂອບເຂດ ກົມກອງຕັ້ງທັບ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ.
ຂ່າວ: ແສງອາທິດ ສີດາໄລ
KPL