ສຳເລັດການຍົກສູງຄຸນນະພາບເນື້ອໃນ ໃຫ້ແກ່ ການດໍາເນີນກອງປະຊຸມສະໄໝສາມັນ ຂອງ ສພຊ

07/06/2025 06:41
Email Print 250
KPL ຂປລ. ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນວັນທີ 6 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ, ພາຍຫລັງດຳເນີນມາເປັນເວລາ 4 ວັນ



ຂປລ. ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ໃຫ້ແກ່ກອງປະຊຸມສະໄໝສາມັນ ເທື່ອທີ
9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນວັນທີ 6 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ, ພາຍຫລັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີບັນດາສະມາຊິກສະພາແຫ່ງຊາດ (ສສຊ), ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ-ອົງການ ກ່ຽວຂ້ອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ເພື່ອສ້າງເງື່ອນໄຂໃຫ້ບັນດາ ສສຊ ເຂົ້າໃຈບັນດາເນື້ອໃນຂອງເອກະສານທີ່ຈະພິຈາລະ ນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ໃຫ້ຈະແຈ້ງ, ສ້າງຄວາມເປັນເອກະພາບຢ່າງສູງ ຕໍ່ທິດທາງແນວທາງນະໂຍບາຍຂອງພັກ, ລັດ ເພື່ອເຮັດໃຫ້ການປະກອບຄໍາຄິດຄໍາເຫັນ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ທີ່ຈະຈັດຂຶ້ນໃນວັນທີ 9 ມິຖຸນາ ທີ່ຈະມາເຖິງນີ້ ມີລັກສະນະສ້າງສັນ, ແທດຕົວຈິງ, ມີເຫດ-ຜົນ, ພ້ອມທັງຊອກຫາວິທີແກ້ໄຂ, ທາງອອກໃຫ້ແກ່ລັດຖະບານ.

 ໃນກອງປະຊຸມ, ບັນດາ ສສຊ ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນຢ່າງສ້າງສັນ, ກົງໄປ-ກົງມາ ຕໍ່ບັນດາບົດລາຍງານ ຂອງລັດຖະບານ ຄື: 1ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025; ການທາບທາມຮ່າງ ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີຄັ້ງທີ X (2026-2030); ການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກໍາ ແລະ ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້ານໍ້າຕົກ; ການໃຫ້ນະໂຍບາຍພິເສດໂຄງການກໍ່ສ້າງ, ສ້ອມແປງເສັ້ນທາງໃນໄລຍະໃໝ່; ການປັບປຸງກົດໝາຍ 3 ສະບັບ ຂົງເຂດສະພາແຫ່ງຊາດ; ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍປະກັນສັງຄົມ; ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ; ການສ້າງ ແລະ ປັບປຸງກົດໝາຍຈໍານວນໜຶ່ງ ທີ່ຈະສະເໜີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX; ການວິເຄາະບົດບາດການເປັນຕົວແທນ ຂອງແມ່ຍິງ ແລະ ຄວາມສະເໝີພາບຍິງ-ຊາຍ ພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.




ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການປະກອບຄໍາເຫັນທີ່ຫລາກຫລາຍ
, ກົງໄປ-ກົງມາ, ມີລັກສະນະສ້າງສັນ ເພື່ອພ້ອມກັນຊອກຫາວິທີທາງແກ້ໄຂ ບັນດາບັນຫາທີ່ເຄັ່ງຮ້ອນ ຂອງປະເທດເຮົາ, ໄດ້ສົມທຽບສະພາບຕົວຈິງ ແລະ ມີຄວາມເປັນເອກະພາບຕໍ່ເນື້ອໃນຕ່າງໆ ທີ່ໄດ້ນໍາມາລາຍງານຕໍ່ກອງປະຊຸມຄັ້ງນີ້ ຊຶ່ງຈະເປັນຂໍ້ມູນທີ່ສໍາຄັນ ແລະ ມີປະໂຫຍດຫລາຍໃຫ້ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ເພື່ອນໍາໄປຄົ້ນຄວ້າປັບປຸງເນື້ອໃນ ບັນດາບົດລາຍງານ, ຮ່າງກົດໝາຍ ໃຫ້ສົມບູນ, ຄົບຖ້ວນ, ຈະແຈ້ງ, ຮັດກຸມ ແລະ ມີຄວາມເປັນເອກະພາບ ກ່ອນຈະນໍາເຂົ້າພິຈາລະນາ ແລະ ຮັບຮອງຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX. ຜົນສໍາເລັດກອງປະຊຸມຄັ້ງນີ້, ແມ່ນໝາກຜົນຂອງການເສີມຂະຫຍາຍສະຕິປັນຍາ, ຄວາມຮັບຜິດຊອບໜ້າທີ່ການເມືອງ ຂອງບັນດາ ສສຊ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງລັດຖະບານ, ສະແດງໃຫ້ເຫັນໝາກຜົນຂອງການປະສານສົມທົບ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດກັບລັດຖະບານ, ຄະນະ ສສຊ ປະຈໍາເຂດເລືອກຕັ້ງທົ່ວປະເທດ, ລະຫວ່າງຄະນະເລຂາທິການສະພາແຫ່ງຊາດ ກັບ ບັນດາກໍາທິການ, ສະຖາບັນຄົ້ນຄວ້ານິຕິກໍາ ແລະ ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ. 

ຂ່າວ-ພາບ: ແສງຈັນ

KPL

ຂ່າວອື່ນໆ


Top