ນາຍົກລັດຖະມົນຕີ ຕ້ອນຮັບປະທານສານສູງສຸດ ມາເລເຊຍ

07/06/2025 06:24
Email Print 213
KPL ຂປລ. ໃນວັນທີ 6 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ປະທານສານສູງສຸດ ແຫ່ງ ປະເທດມາເລເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນາ 2025.



ຂປລ. ໃນວັນທີ 6 ມິຖຸນາ 2025 ນີ້
, ທ່ານ ສອນໄຊ ສີພັນດອນ ນາຍົກລັດມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ປະທານສານສູງສຸດ ແຫ່ງ ປະເທດມາເລເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 3-6 ມິຖຸນາ 2025.

ໃນໂອກາດນີ້, ທ່ານ  ສອນໄຊ ສີພັນດອນ  ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ແລະ ຄະນະ ຖືເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງ ລາວ-ມາເລເຊຍ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ສະແດງອອກ ໂດຍການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງປະເທດ ແລະ ປະຊາຊົນສອງຊາດ ມີການໄປມາຫາສູ່ກັນຢ່າງເປັນປົກກະຕິ. ພ້ອມນີ້, ຍັງໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານຕຸລາການ ຂອງສອງປະເທດໃຫ້ໄດ້ຮັບການພັດທະນາ, ແໜ້ນແຟ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ ດ້ານຕຸລາການ ແລະ ອື່ນໆ ເຊິ່ງກັນ ແລະ ກັນ ຕະຫລອດໄປ. 




ໂອກາດດຽວກັນ
, ທ່ານ ນາງ ຕຸ່ນແຕັງກື ໄມ່ມູນ ບິນ ຕວນມັດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງ, ໄດ້ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານນາຍົກລັດຖະມົນຕີ ຮັບຊາບ ໂດຍສະເພາະ ແມ່ນການປຶກສາຫາລືການປະຕິບັດວຽກງານ ດ້ານການກະກຽມສ້າງຕັ້ງສະມາຄົມ ນັກກົດໝາຍແຫ່ງ ສປປ ລາວ ເພື່ອກະກຽມສະເໜີເຂົ້າເປັນສະມາຊິກສະມາຄົມນັກກົດໝາຍອາຊຽນ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ


Top