ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIII

12/11/2026 09:30
Email Print 263
KPL ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ດໍາເນີນ ແລະ ປິດລົງຢ່າງເປັນທາງການ ໃນວັນທີ 10 ພະ ຈິກ 2026 ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ.

      ຂປລ. ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາລາຍງານການເມືອງ, ແຜນພັດທະນາຫ້ອງວ່າການສູນກາງພັກຊຶ່ງໄດ້ຕີລາຄາຜົນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ VII ໃນ 5 ປີຜ່ານມາຢ່າງຮອບ ດ້ານໂດຍສະເພາະແມ່ນຜົນສໍາເລັດໃນການປະຕິບັດພາລະບົດບາດ, ໜ້າທີ່ເປັນເສນາທິການໃຫ້ແກ່ສູນກາງພັກດ້ານເນື້ອໃນ, ການປະສານງານ ແລະ ການບໍລິຫານຮັບໃຊ້ການນໍໍາ, ການປັບປຸງກົງຈັກຈັດຕັ້ງ; ການກໍ່ສ້າງພັກ ແລະ ພະນັກງານ; ການຄຸ້ມຄອງ, ກວດກາ ແລະ ປ້ອງກັນພາຍໃນ; ການພັດທະນາພື້ນຖານວັດຖຸ-ເຕັກນິກ ແລະ ການຫັນ ເປັນທັນສະໄໝ; ວຽກງານອົງການຈັດຕັ້ງມະຫາຊົນ; ວຽກງານພິພິທະພັນ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ; ວຽກງານປະຕິຮູບລັດວິສາຫະກິດ ແລະ ວຽກງານການພົວພັນຮ່ວມມືກັບຫ້ອງວ່າການປະເທດເພື່ອນມິດ; ໄດ້ສໍາເລັດການປະຕິບັດແຜນພັດທະນາ ຫ້ອງວ່າການສູນກາງພັກທີ່ປະກອບດ້ວຍ 4 ແຜນງານໃຫຍ່, 24 ໂຄງການຈຸດສຸມ ແລະ 81 ກິດຈະກໍາ ຊຶ່ງສາມາດບັນລຸໄດ້ ສະເລ່ຍ 79,1% ຂອງແຜນການ. 

     ກອງປະຊຸມໃຫຍ່ໄດ້ກໍານົດທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໄລຍະປີ 2026-2030 ເພື່ອສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ ເພື່ອຕໍ່ຍອດບັນດາຜົນສໍາເລັດທີ່ເປັນພື້ນຖານໃນໄລຍະຜ່ານມາເຂົ້າໃນການຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາ ຂອງຫ້ອງວ່າການສູນກາງພັກເພື່ອຊ່ວຍສູນກາງພັກນໍາພາ-ຊີ້ນໍາ, ອໍານວຍຄວບຄຸມການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ XII ຂອງພັກ ໃຫ້ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທຳ, ບົນພື້ນຖານນັ້ນ ໄດ້ຮັບຮອງເອົາ 5 ທິດທາງລວມ, 7 ຄາດໝາຍສູ້ຊົນ, 8 ແຜນວຽກຈຸດສຸມ ຕົ້ນຕໍ ແລະ ຫັນເປັນ 7 ແຜນງານ ແລະ 42 ໂຄງການ.

    ພ້ອມນີ້, ກອງປະຊຸມໃຫຍ່ ໄດ້ພິຈາລະນາການສໍາຫລວດກວດກາການເຄື່ອນໄຫວນໍາພາລວມຂອງຄະນະບໍລິຫານງານພັກ ສະໄໝທີ VII (2021- 2025). ຄະນະບໍລິຫານງານພັກຫ້ອງວ່າການສູນກາງພັກຍາມໃດກໍເປັນຫລັກແຫລ່ງ, ເປັນຄັນທຸງນໍາໜ້າ ໃນການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ມີຄວາມເປັນເອກະພາບ, ເປັນປຶກແຜ່ນໃນທົ່ວອົງຄະນະພັກ; ຕັ້ງໜ້ານໍາພາ-ຊີ້ນໍາການປະຕິບັດໜ້າທີ່ການ ເມືອງຕາມກົດລະບຽບຂອງພັກ ດ້ວຍຄວາມຮັບຜິດຊອບສູງ, ປະດິດສ້າງ ແລະ ຍາດໄດ້ຜົນສໍາເລັດເປັນຢ່າງດີ. 

     ກອງປະຊຸມໃຫຍ່ ໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຫ້ອງວ່າການສູນກາງພັກ ຊຸດໃໝ່ສະໄໝ ທີ VIII, 15 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກໄດ້ເລືອກຕັ້ງເອົາຄະນະປະຈໍາພັກ 5 ສະຫາຍ, ຍິງ 0 ສະຫາຍ, ກອງປະຊຸມໄດ້ເລືອກເອົາ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກສືບຕໍ່ເປັນເລຂາຄະນະພັກ ອີກສະໄໝໜຶ່ງ, ສະຫາຍ ຜາຄຳ ອິນແສງ ກຳມະການສູນກາງພັກເປັນຮອງເລຂາຄະນະພັກ, ສະຫາຍ ມີໄຊ ພົມເຂ ກຳມະການສຳຮອງສູນກາງພັກ ເປັນປະທານກວດກາພັກ; ເລືອກຕັ້ງເອົາ ສະຫາຍ ວອນສາລີ ຂັດທິຍະ ແລະ ສະ ຫາຍ ນາງ ສີສະໄໝ ນາມແກ່ນທ້າວ ເປັນຮອງປະທານກວດກາ.

     ໃນໂອກາດນີ້, ສະຫາຍ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ໄດ້ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້, ພ້ອມທັງສະແດງຄວາມເປັນຫ່ວງເປັນໃຍ ຕໍ່ການນຳພາ-ຊີ້ນຳປະຕິບັດໜ້າທີ່ການເມືອງຂອງຫ້ອງວ່າການສູນກາງພັກ ແລະ ໄດ້ຊີ້ທິດເຍືອງທາງ, ຝາກຄວາມຫວັງ- ຄວາມເຊື່ອໝັ້ນໄວ້ນໍາຄະນະບໍລິຫານງານພັກ, ສະມາຊິກພັກ-ພະນັກງານທົ່ວຫ້ອງວ່າການສູນກາງພັກສືບຕໍ່ເສີມຂະຫຍາຍຜົນສໍາເລັດ, ມູນເຊື້ອ ແລະ ບົດຮຽນ, ປັດໄຈໃໝ່ຂອງອົງຄະນະພັກ ທີ່ຜ່ານມານັ້ນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII  ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ຮອບດ້ານ ແລະ ມີປະສິດທິຜົນຫລາຍຂຶ້ນກວ່າເກົ່າໃນການເປັນ ເສນາທິການທີ່ຈົງຮັກພັກດີ, ຮັບປະກັນຄຸນນະພາບ, ວ່ອງໄວ ແລະ ຫັນທັນ ສະໄໝເປັນກ້າວໆ.

KPL

ຂ່າວອື່ນໆ

    • ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາການເມືອງ

      ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາ

      11/12/2026 9:49:34 AM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ອົງຄະນະພັກ ຫ້ອງວ່າການ ສູນກາງພັກ ຄັ້ງທີ VIII ໃນວັນທີ 10 ພະຈິກ 2026, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກເນັ້ນໃຫ້ຫ້ອງວ່າການສູນກາງພັກ (ຫສພ) ເອົາໃຈໃສ່ຍົກສູງບົດບາດ ແລະ ຄວາມຮັບຜິດຊອບໃນການເປັນເສນາທິການຊ່ວຍວຽກການນຳແຕ່ລະຂັ້ນຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ.

    • ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ

      11/12/2026 9:22:14 AM

      ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ (H.E Mr. KOIZUMI Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho) ຮອງປະທານອາວຸໂສ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານ ໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ.

    • ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນການເມືອງ

      ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

      11/11/2026 2:01:13 PM

      ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

    • ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIIIການເມືອງ

      ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

      11/11/2026 9:42:42 AM

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທ່ີເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ”.


Top