ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

11/11/2026 14:01
Email Print 464
KPL ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ວັນດີ ບຸດສະດີ ກຳມະການປະຈຳຄະນະພັກ, ຫົວໜ້າກົມຈັດຕັ້ງ ກະຊວງການຕ່າງປະເທດ ໄດ້ຜ່ານມະຕິຕົກລົງວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານ ແລະ ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ໂດຍໄດ້ແຕ່ງຕັ້ງ ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພູວາ ຊາມຸນຕີ ຫົວໜ້າຫ້ອງການສະຖານທູດ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພັນເອກ ຄຳຄ່ອງ ອິນທິລາດ ທີ່ປຶກສາທູດປ້ອງກັນຊາດ ເປັນກຳມະການຄະນະພັກຮາກຖານ.

ໃນໂອກາດດັ່ງກ່າວ, ສະຫາຍ ໄມທອງ ທຳມະວົງສາ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານພັກ-ພະນັກງານ ຢູ່ ສປ ຈີນ ທີ່ເປັນປະເທດເພື່ອນມິດຍຸດທະສາດທີ່ສຳຄັນ, ມີບັນດາໜ່ວຍພັກ, ສະມາຊິກພັກ, ພະນັກງານ-ນັກການທູດ ແລະ ນັກສຶກສາຈຳນວນຫຼາຍ; ຄະນະພັກຮາກຖານສະຖານທູດ ຈະກາຍເປັນເສນາທິການໃຫ້ແກ່ຄະນະກະຊວງ ລົງເລິກນຳພາ-ຊີ້ນຳຢ່າງໃກ້ຊິດຕິດແທດກັບບັນດາໜ່ວຍພັກ, ຮາກຖານພັກ ແລະ ສະມາຊິກພັກ. ພ້ອມນັ້ນ, ສະຫາຍຍັງໄດ້ໃຫ້ທິດຊີ້ນຳທີ່ສຳຄັນເພື່ອໃຫ້ຄະນະພັກຮາກຖານ ແລະ ບັນດາໜ່ວຍພັກນຳໄປຈັດຕັ້ງປະຕິບັດ.

ຫຼັງຈາກນັ້ນ, ສະຫາຍ ສົມພອນ ສີຈະເລີນ ເລຂາຄະນະພັກຮາກຖານ ໄດ້ຕາງໜ້າຄະນະພັກຮາກຖານຂຶ້ນຮັບຄຳໂອວາດ ໂດຍໃຫ້ຄຳໝັ້ນສັນຍາວ່າຈະນຳເອົາທິດຊີ້ນຳຂອງຄະນະພັກຂັ້ນເທິງໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ; ກໍ່ສ້າງຄະນະພັກຮາກຖານ, ໜ່ວຍພັກ, ຈຸພັກ ຢູ່ບັນດາສຳນັກງານການທູດ ແລະ ຖັນແຖວນັກສຶກສາ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ພາຍຫຼັງສຳເລັດພິທີ ສະຫາຍ ໄມທອງ ທຳມະວົງສາ ຍັງໄດ້ສືບຕໍ່ເປັນປະທານກອງປະຊຸມແລກປ່ຽນລະຫວ່າງສຳນັກງານການທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ແລະ ບັນດາກົມພາຍໃນກະຊວງການຕ່າງປະເທດ ປະຈຳປີ 2026 ຕື່ມອີກ.

KPL

ຂ່າວອື່ນໆ

    • ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາການເມືອງ

      ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາ

      11/12/2026 9:49:34 AM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ອົງຄະນະພັກ ຫ້ອງວ່າການ ສູນກາງພັກ ຄັ້ງທີ VIII ໃນວັນທີ 10 ພະຈິກ 2026, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກເນັ້ນໃຫ້ຫ້ອງວ່າການສູນກາງພັກ (ຫສພ) ເອົາໃຈໃສ່ຍົກສູງບົດບາດ ແລະ ຄວາມຮັບຜິດຊອບໃນການເປັນເສນາທິການຊ່ວຍວຽກການນຳແຕ່ລະຂັ້ນຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ.

    • ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIIIການເມືອງ

      ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIII

      11/12/2026 9:30:13 AM

      ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ດໍາເນີນ ແລະ ປິດລົງຢ່າງເປັນທາງການ ໃນວັນທີ 10 ພະ ຈິກ 2026 ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ.

    • ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ

      11/12/2026 9:22:14 AM

      ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ (H.E Mr. KOIZUMI Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho) ຮອງປະທານອາວຸໂສ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານ ໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .

    • ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIIIການເມືອງ

      ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

      11/11/2026 9:42:42 AM

      ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທ່ີເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ”.


Top