ທ່ານ ຫລີຊຽງ ຈະເດີນທາງ ຢ້ຽມຢາມໄທ-ເຂົ້າຮ່ວມ ກອງປະຊຸມ ສຸດຍອດຈີນ-ອາຊຽນ ຄັ້ງທີ29

12/11/2026 10:45
Email Print 216
KPL ໂດຍ​ຕອບ​ສະ​ໜອງ ຕາມການເຊື້ອເຊີນຂອງ ທ່ານ ອະນຸ​ທິນ ຊານ​ວີ​ຣະ​ກູນ ນາຍົກລັດຖະມົນຕີໄທ, ທ່ານ ຫລີ​ຊຽງ ນາຍົກລັດຖະມົນຕີຈີນ ຈະ​ເດີນ​ທາງ ຢ້ຽມຢາມ ປະເທດໄທ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-15 ພະຈິກນີ້.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 11 ພະຈິກນີ້, ໂຄສົກກະຊວງການຕ່າງປະເທດຈີນ ໄດ້​ປະ​ກາດວ່າ: ​ໂດຍ​ຕອບ​ສະ​ໜອງ ຕາມການເຊື້ອເຊີນຂອງ ທ່ານ ອະນຸ​ທິນ ຊານ​ວີ​ຣະ​ກູນ ນາຍົກລັດຖະມົນຕີໄທ, ທ່ານ ຫລີ​ຊຽງ ນາຍົກລັດຖະມົນຕີຈີນ ຈະ​ເດີນ​ທາງ ຢ້ຽມຢາມ ປະເທດໄທ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-15 ພະຈິກນີ້. ຫລັງ​ຈາກ​ນັ້ນ, ໂດຍ​ຕອບ​ສະ​ໜອງ ຕາມການ ເຊື້ອເຊີນຂອງ ທ່ານ ເຟີດິນັນ ມາ​ຄອດ​ຈູ​ເນຍ ປະທານາທິບໍດີ ຟິລິບປິນ ເຊິ່ງເປັນປະເທດ ປະທານໝູນວຽນ ອາຊຽນ, ທ່ານ ຫລີຊຽງ ນາຍົກ ລັດຖະມົນຕີຈີນຈະ ເດີນທາງໄປນະຄອນຫລວງ ມະນິລາ ປະເທດ ຟີລິບປິນ​ ໃນ​ລະ​ຫວ່າງ ວັນ​ທີ 15-16 ພະ​ຈິກ​ນີ້ ເພື່ອເຂົ້າຮ່ວມ ກອງປະຊຸມ​ສຸດຍອດຈີນ-ອາ​ຊຽນ ຄັ້ງທີ 29./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top