ຫສພ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຄັ້ງທີ VIII

11/11/2026 09:42
Email Print 416
KPL ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທ່ີເຂັ້ມແຂງຂອງຄະນະພັກ, ຍູ້ແຮງການປ່ຽນແປງໃໝ່ໃນການເປັນເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ”.

ຂປລ. ພາຍໃຕ້ການເປັນປະທານຂອງສະຫາຍ ເພັດ  ພົມພີພັກ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ສະຫາຍ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ແລະ ພະນັກງານອາວຸໂສ-ບຳນານ, ຜູ້ແທນສົມບູນເຂົ້າຮ່ວມ 172 ສະຫາຍ, ຍິງ 67 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກ ທັງໝົດ 302 ສະຫາຍ.

ກອງປະຊຸມໃຫຍ່ຄັ້ງນີ້, ເປັນເຫດການສຳຄັນທາງການເມືອງ ຂອງອົງຄະນະພັກຫ້ອງວ່າການສູນກາງພັກ ທີ່ຈະໄດ້ຕີລາຄາຜົນງານ, ຂໍ້ຄົງຄ້າງ ແລະ ບົດຮຽນຈາກການນຳພາ-ຊີ້ນຳໃນໄລຍະ 5 ປີຜ່ານມາ; ກຳນົດທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມໃນໄລຍະ 5 ປີຕໍ່ໜ້າ ໃຫ້ມີຄວາມສອດຄ່ອງກັບໜ້າທ່ີການເມືອງຂອງຫ້ອງວ່າການສູນກາງພັກ ໃນການເປັນເສນາທິການຊ່ວຍສູນກາງພັກໃຫ້ສາມາດນຳໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

KPL

ຂ່າວອື່ນໆ

    • ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາການເມືອງ

      ຫສພ ຕ້ອງນຳພາຍົກສູງບົດບາດ ແລະ ຄຸນນະພາບການເປັນເສນາ

      11/12/2026 9:49:34 AM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ອົງຄະນະພັກ ຫ້ອງວ່າການ ສູນກາງພັກ ຄັ້ງທີ VIII ໃນວັນທີ 10 ພະຈິກ 2026, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກເນັ້ນໃຫ້ຫ້ອງວ່າການສູນກາງພັກ (ຫສພ) ເອົາໃຈໃສ່ຍົກສູງບົດບາດ ແລະ ຄວາມຮັບຜິດຊອບໃນການເປັນເສນາທິການຊ່ວຍວຽກການນຳແຕ່ລະຂັ້ນຂອງຕົນ ໃຫ້ສູງຂຶ້ນກວ່າເກົ່າ.

    • ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIIIການເມືອງ

      ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ສຫພ ຄັ້ງທີ VIII

      11/12/2026 9:30:13 AM

      ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກຫ້ອງວ່າການສູນກາງພັກ ຄັ້ງທີ VIII ໄດ້ດໍາເນີນ ແລະ ປິດລົງຢ່າງເປັນທາງການ ໃນວັນທີ 10 ພະ ຈິກ 2026 ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ.

    • ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນການເມືອງ

      ນາຍົກລັດຖະມົນຕີ ຕ້ອນຮັບອາສາສະໝັກຢີ່ປຸ່ນ

      11/12/2026 9:22:14 AM

      ໃນວັນທີ 11 ພະຈິກ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງອາສາສະໝັກຍີ່ປຸ່ນ ຊຶ່ງນຳໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ (H.E Mr. KOIZUMI Tsutomu) ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ແລະ ທ່ານ ຮາຢະກາວະ ຢູໂຮະ (Mr. HAYAKAWA Yuho) ຮອງປະທານອາວຸໂສ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຈາກສຳນັກງານ ໃຫຍ່ທີ່ໂຕກຽວ ປະເທດຍີ່ປຸ່ນ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ຕິດຕາມສະພາບການຊ່ວຍເຫລືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ.

    • ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນການເມືອງ

      ປະກາດສ້າງຕັ້ງຄະນະພັກຮາກຖານສະຖານທູດລາວ ປະຈຳ ສປ ຈີນ

      11/11/2026 2:01:13 PM

      ພິທີປະກາດສ້າງຕັ້ງຄະນະພັກຮາກຖານ ສະຖານທູດລາວ ປະຈຳ ສປ ຈີນ ຈັດຂຶ້ນໃນວັນທີ 8 ພະຈິກ 2026 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຄະນະໜ່ວຍພັກສະຖານທູດ, ສະຖານກົງສຸນໃຫຍ່, ຄະນະກົມ ແລະ ຄະນະພະແນກຈາກກົມກ່ຽວຂ້ອງກະຊວງການຕ່າງປະເທດ, ພ້ອມດ້ວຍສະມາຊິກພັກສະຖານທູດ, ຕົວແທນບັນດາສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ສປ ຈີນ ເຂົ້າຮ່ວມ.

    • ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ Vການເມືອງ

      ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V

      11/11/2026 10:05:00 AM

      ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 .


Top