ກຳປູເຈຍ ເລີ່ມສັກວັກຊີນປ້ອງກັນ ເອຊພີວີປົກປ້ອງ ເດັກຍິງຈາກມະເຮັງປາກມົດລູກ

12/11/2026 17:07
KPL ກຳປູເຈຍ ໄດ້ເລີ່ມ ໂຄງການ ສັກວັກຊີນ ປ້ອງກັນ ພະຍາດ ເອຊພີວີ (HPV) ສຳລັບ ກຸ່ມອາຍຸຕ່າງໆ ລວມທັງ ການສັກວັກຊີນ ຊົດເຊີຍ ໃຫ້ແກ່ ກຸ່ມເປົ້າໝາຍ ທົ່ວປະເທດ ເພື່ອຂະຫຍາຍ ການປ້ອງກັນ ພະຍາດ ມະເຮັງ ປາກມົດລູກ ໃຫ້ແກ່ ເດັກຍິງໄວລຸ້ນ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນນີ້, ກຳປູເຈຍ ໄດ້ເລີ່ມ ໂຄງການ ສັກວັກຊີນ ປ້ອງກັນ ພະຍາດ ເອຊພີວີ (HPV) ສຳລັບ ກຸ່ມອາຍຸຕ່າງໆ ລວມທັງ ການສັກວັກຊີນ ຊົດເຊີຍ ໃຫ້ແກ່ ກຸ່ມເປົ້າໝາຍ ທົ່ວປະເທດ ເພື່ອຂະຫຍາຍ ການປ້ອງກັນ ພະຍາດ ມະເຮັງ ປາກມົດລູກ ໃຫ້ແກ່ ເດັກຍິງໄວລຸ້ນ ໂດຍສືບຕໍ່ ຈາກ ຄວາມສຳເລັດ ຂອງ ການບັນຈຸ ວັກຊີນປ້ອງກັນ ເຊື້ອພະຍາດ ເອຊພີວີ ໃຫ້ເຂົ້າສູ່ໂຄງການ ສ້າງພູມຄຸ້ມກັນ ແຫ່ງຊາດ ກຳປູເຈຍ ໃນປີ 2023.

ໂດຍພະຍາດ ມະເຮັງ ປາກມົດລູກ ຍັງຄົງເປັນ ສິ່ງທ້າທາຍ ທາງດ້ານສາທາລະນະສຸກ ໃນກຳປູເຈຍ ແລະ ຈັດເປັນມະເຮັງ ທີ່ພົບຫລາຍທີ່ສຸດ ຈັດເປັນ ອັນດັບສອງ ໃນແມ່ຍິງ ທຸກໄວ, ໃນຂະນະທີ່ ການສັກວັກຊີນ ແມ່ນໜຶ່ງໃນມາດຕະການ ປ້ອງກັນ ທີ່ມີ ປະສິດທິພາບ ຫລາຍທີ່ສຸດ ເທົ່າທີ່ມີຢູ່, ເນື່ອງຈາກ ຜູ້ເປັນ ພະຍາດມະເຮັງ ປາກມົດລູກ ເກືອບທຸກຄົນ ມີຄວາມກ່ຽວຂ້ອງ ຕິດເຊື້ອພະຍາດ ເອຊພີວີ ສາຍພັນທີ່ມີຄວາມສ່ຽງສູງ.

ໂຄງການໃໝ່ນີ້ ຈະຈັດສັນ ການສັກວັກຊີນ ປ້ອງກັນ ພະຍາດ ເອຊພີວີ ໃຫ້ແກ່ ເດັກຍິງ ທຸກຄົນ ທີ່ມີອາຍຸ 13-14 ປີ ແລະ ການສັກວັກຊີນ ຊົດເຊີຍ ໃຫ້ແກ່ ເດັກຍິງ ທີ່ມີ ອາຍຸ 10-12 ປີ ທີ່ອາດຈະບໍ່ໄດ້ສັກວັກຊີນ ຕາມກຳນົດໃນໄລຍະປີ 2023-2025 ໂດຍການ ດຳເນີນງານ ຂອງ ໂຄງການໃໝ່ນີ້ ຈະແບ່ງເປັນ 2 ໄລຍະ ຄື: ໄລຍະເດືອນພະຈິກ-ທັນວາ 2026 ເພື່ອຄວບຄຸມສູງສຸດ.

ນອກຈາກນັ້ນ, ອົງການ ດັ່ງກ່າວ ຍັງລະບຸ ເພີ່ມເຕີມວ່າ: ໂຄງການ ໃໝ່ນີ້ ຈະໃຊ້ປະໂຫຍດ ຈາກ ແນວທາງ ການດຳເນີນງານ ແບບເຊື່ອມຈອດ ເພື່ອຈະຈັດສັນ ການສັກ ວັກຊີນ ຕາມໂຮງຮຽນ, ສູນບໍລິການ ຊຸມຊົນ ແລະ ສູນອະນາໄມ ທ້ອງຖິ່ນ ໂດຍມີ ເປົ້າໝາຍ ປົກປ້ອງເດັກຍິງ ໃນໂຮງຮຽນ ແລະ ຊຸມຊົນທົ່ວປະເທດ ກຳປູເຈຍ ຫລາຍກວ່າ 7 ແສນຄົນ./

KPL

ຂ່າວອື່ນໆ


Top