KPL
ເມື່ອບໍ່ດົນມານີ້, ກະຊວງສາທາລະນະສຸກ ຮ່ວມກັບລັດຖະບານລຸກຊຳບວກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ແລະ ອົງການອະນາໄມໂລກ (WHO) ນຳສະເໜີ ແຜນງານຮ່ວມມືອົງການສະຫະປະຊາຊາດ ໄລຍະທີ IV ວ່າດ້ວຍສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH).
ຂປລ. ຊຶ່ງແຜນງານດັ່ງກ່າວ ຈະຊ່ວຍສະໜັບສະໜູນການຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນປະຕິບັດງານສໍາລັບການບໍລການເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ 2026-2030 ຂອງກະຊວງສາທາລະນະສຸກ ທີ່ໄດ້ມີການເຜີຍແຜ່ ແລະ ລົງນາມໃຫ້ຄໍາໝັ້ນສັນຍາ ໂດຍຄະນະນໍາພະແນກສາທາລະນະສຸກແຂວງ 17 ແຂວງ ແລະ 1 ນະຄອນຫລວງ ໃນທົ່ວປະເທດ.
ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວວ່າ: ການເຜີຍແຜ່ຍຸດທະສາດດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມສະບັບໃໝ່, ພ້ອມທັງ ຄໍາໝັ້ນສັນຍາທີ່ທຸກແຂວງໄດ້ໃຫ້ໄວ້ນັ້ນ ໄດ້ເຮັດໃຫ້ແຜນງານຮ່ວມມືນີ້ມີທິດທາງທີ່ຈະແຈ້ງ, ການສະໜັບສະໜູນຈາກລັດຖະບານລຸກຊໍາບວກ ຈະຊ່ວຍຮັບປະກັນວ່າຜົນສຳເລັດຕ່າງໆ ທີ່ໄດ້ຮັບຕະຫລອດໄລຍະ 15 ປີຜ່ານມາ ຈະສືບຕໍ່ເສີມສ້າງໃຫ້ໝັ້ນຄົງ ແລະ ຂະຫຍາຍຜົນໄປສູ່ບັນດາຄອບຄົວທີ່ເພິ່ງພາອາໄສ ການບໍລິການເຫລົ່ານີ້. ແຜນງານຮ່ວມມືດ່ັງກ່າວ, ໄດ້ໃຫ້ການສະໜັບສະໜູນແກ່ການບໍລິການ ແລະ ລະບົບສາທາລະນະສຸກ ຢູ່ແຂວງສະຫວັນນະເຂດ, ບໍລິຄໍາໄຊ ແລະ ແຂວງບໍ່ແກ້ວ ນັບແຕ່ປີ 2011 ເປັນຕົ້ນມາ. ໃນໄລຍະດັ່ງກ່າວ, ສປປ ລາວ ໄດ້ບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ (SDG) ດ້ານອັດຕາການເສຍຊີວິດຂອງເດັກເກີດໃໝ່, ໃນຂະນະທີ່ອັດຕາການເສຍຊີວິດຂອງເດັກອາຍຸຕໍ່າກວ່າ 5 ປີ ໄດ້ ຫລຸດລົງຢ່າງຫລວງຫລາຍ, ພ້ອມທັງການເກີດລູກໂດຍມີພະນັກງານທີ່ມີທັກສະຊ່ວຍເກີດ ແລະ ການດູແລເບິ່ງແຍງຫລັງເກີດລູກໄດ້ຂະຫຍາຍຕົວອອກໄປ. ອັດຕາການເສຍຊີວິດຂອງແມ່ ກໍໄດ້ຫລຸດລົງເຖິງ 82% ໃນລະຫວ່າງປີ 2000- 2023, ອີງຕາມການປະເມີນຂອງອົງການສະຫະປະຊາຊາດ.
ທ່ານ ໂທມັສ ລາມມາ (Thomas Lammar) ອຸປະທູດແຫ່ງລາຊະອານາຈັກ ລຸກຊຳບວກ ປະຈໍາລາວ ໄດ້ກ່າວວ່າ: ລັດຖະບານລຸກຊຳບວກ ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນແຜນງານຮ່ວມມືນີ້ ຊຶ່ງຊ່ວຍໃຫ້ອົງການສະຫະປະຊາຊາດ ສາມາດປະຕິບັດງານເປັນໜຶ່ງດຽວ (Deliver as one). ແຜນງານຮ່ວມມືນີ້ ໄດ້ເນັ້ນໃສ່ການພັດທະນາມະນຸດທີ່ເປັນພື້ນຖານສໍາຄັນທີ່ສຸດເພື່ອຮັບປະກັນໃຫ້ແມ່ຍິງຖືພາທຸກຄົນສາມາດເກີດລູກໄດ້ຢ່າງປອດໄພ, ເດັກນ້ອຍທຸກຄົນມີໂອກາດທ່ີຈະມີຊີວິດລອດ, ຈະເລີນເຕີບໂຕ ແລະ ໄວໜຸ່ມທຸກຄົນສາມາດເຂົ້າເຖິງການບໍລິການ ແລະ ຂໍ້ມູນຂ່າວສານທີ່ຈຳເປັນ ເພື່ອດໍາລົງຊີວິດຢ່າງມີສຸຂະພາບດີ.
ແຜນງານຮ່ວມມື ໄລຍະທີ IV ຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການບໍລິການ ແລະ ລະບົບສາທາລະນະສຸກ, ພ້ອມທັງແກ້ໄຂສິ່ງທ້າທາຍທີ່ຍັງຄົງຄ້າງໃນດ້ານການເຊື່ອມສານການບໍລິການ, ຄຸນນະພາບຂອງການດູແລຮັກສາ ແລະ ການເຂົ້າເຖິງການບໍລິການຢ່າງສະເໝີພາບ ແລະ ເປັນທໍາ. ແຜນງານຮ່ວມມືນີ້ຈະສືບຕໍ່ຈັດຕັ້ງປະຕິບັດຢູ່ແຂວງສະຫວັນນະເຂດ, ບໍລິຄຳໄຊ ແລະ ແຂວງບໍ່ແກ້ວ, ພ້ອມທັງຂະຫຍາຍການສະໜັບສະໜູນດ້ານວິຊາການໄປສູ່ແຂວງຄຳມ່ວນ.
ທ່ານ ບິລາລ ອູແຣັງ ເຊັບ ດູຣານິ ຜູ້ຕາງໜ້າອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ປະຈຳສປປ ລາວ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ເພື່ອສະໜັບສະໜູນກະຊວງສາທາລະນະສຸກ ແລະ ພະແນກສາທາລະນະສຸກແຂວງ ໃນ ການເຮັດໃຫ້ການດູແລຮັກສາທີ່ມີຄຸນນະພາບ, ມີຄວາມໜ້າເຊື່ອຖືຫລາຍຂຶ້ນສໍາລັບຄອບຄົວຕ່າງໆ. ມາດຕະຖານການວັດແທກຄວາມສໍາເລັດຂອງພວກເຮົາ ບໍ່ໄດ້ຢູ່ພຽງແຕ່ສິ່ງທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນໃນລະຫວ່າງການຈັດຕັ້ງປະຕິບັດແຜນງານຮ່ວມມືນີ້ເທົ່ານັ້ນ, ແຕ່ຍັງລວມເຖິງສິ່ງທີ່ຈະດຳເນີນຕໍ່ໄປຕື່ມອີກ.
ຂ່າວ-ພາບ: ກິດຕາ
KPL