ສສ ຫວຽດນາມ ໄດ້ຍົກລະດັບຕະຫລາດຫລັກຊັບ ດຶງດູດແຫລ່ງທຶນສາກົນ

21/09/2026 08:38
KPL ນັບແຕ່ ການທຸລະກຳ ຕົ້ນອາທິດ ​ໃນວັນທີ 21 ກັນຍາ, ຫລັກ​ຊັບ ຫວຽດນາມ ໂດຍອົ​ງ​ການ​ຈັດ​ອັນ​ດັບ​​ດັດຊະນີ ຫລັກ​ຊັບ​ສາ​ກົນ (FTSE Russell) ໄດ້ຫັນ​ຈາກ​ກຸ່ມຕະຫລາດຊາຍຂອບໄປສູ່ຕະຫລາດ ທີ່​ຫາກໍ່ພົ້ນເດັ່ນຂຶ້ນ​ຂັ້ນສອງ​ ​ຢ່າງ​ເປັນ​ທາງ​ການ, ໂດຍເປັນທີ່ຕັ້ງ​ເຊິ່ງຕະຫລາດຫລັກຊັບ ຫວຽດນາມ ໄດ້​ເດີນ​ຕາມເປັນເວລາ ເກືອບ 1 ທົດສະວັດຜ່ານ​ມາ.

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ນັບແຕ່ ການທຸລະກຳ ຕົ້ນອາທິດ ​ໃນວັນທີ 21 ກັນຍາ, ຫລັກ​ຊັບ ຫວຽດນາມ ໂດຍອົ​ງ​ການ​ຈັດ​ອັນ​ດັບ​​ດັດຊະນີ ຫລັກ​ຊັບ​ສາ​ກົນ (FTSE Russell) ໄດ້ຫັນ​ຈາກ​ກຸ່ມຕະຫລາດຊາຍ ຂອບໄປສູ່ຕະຫລາດ ທີ່​ຫາກໍ່ພົ້ນເດັ່ນຂຶ້ນ​ຂັ້ນສອງ​ ​ຢ່າງ​ເປັນ​ທາງ​ການ, ໂດຍເປັນທີ່ຕັ້ງ​ເຊິ່ງຕະຫລາດຫລັກຊັບ ຫວຽດນາມ ໄດ້​ເດີນ​ຕາມເປັນເວລາ ເກືອບ 1 ທົດສະວັດຜ່ານ​ມາ. ຕາມການຄາດຄະເນ, ການຍົກລະດັບຂັ້ນດັ່ງກ່າວ ຈະສາມາດນຳມາເຊິ່ງແຫລ່ງເງິນລົງທຶນສາກົນ ປະມານ 3,4 ຕື້ໂດລາສະຫະລັດ ເຂົ້າຫຸ້ນ ຫວຽດນາມ. ທ່ານ ທາຍວັນຈວຽນ, ຜູ້ອຳນວຍການໃຫຍ່ບໍລິສັດ ຫຸ້ນສ່ວນ ແທ່ງແທ່ງກົງ, ບຽນຮວ່າ, ແບ່ງປັນວ່າ:“ບັນ​ດາ​ກອງທຶນລົງທຶນ ທີ່ເຂົ້າຮ່ວມ ບໍ່ພຽງແຕ່ໃຫ້ຄວາມສົນໃຈ​ເຖິງ​ປັດ​ໄຈດັດ​ຊະ​ນີ ດ້ານການເງິນເທົ່ານັ້ນ ຫາກຍັງ​ສົນ​ໃຈ​ເຖິງ ການພັດທະນາແບບຍືນຍົງ ອີກດ້ວຍ. ເຂົາ​ເຈົ້າສົນໃຈ​ເຖິ​ງ ​ບັນ​ດາ​ວິ​ສາ​ຫ​ະ​ກິດ ຈະເຮັດ​ແນວ​ໃດ ​ຈຶ່ງສາ​ມາດ​ເຄື່ອນ​ໄຫວ ESG. ເມື່ອພວກເຮົາມີບັນ​ດາ​ວິ​ສາ​ຫະ​ກິດທີ່​ໄດ້​ນຳ​ໃຊ້ ແລະ ເຄົ​າ​ລົບປະຕິບັດຕາມ​ເປັນ​ຢ່າງ​ດີນັ້ນ, ເຂົາ​ເຈົ້າຈະ​ມີຄວາມເອົາໃຈ​ໃສ່ ແລະ ລົງທຶນດີ​ຂຶ້ນ”.ເຖິງຢ່າງໃດກໍ່ຕາມ, ໄປຄຽງຄູ່ກັບ​ ຄວາມ​ສາ​ມາດດຶງດູດ​ແຫລ່ງທຶນ, ​ວິ​ວັດ​ການຍົກລະດັບຂັ້ນຂຶ້ນ ກໍ່ຍັງ​ວາງ​ອອກ​ຄວາມ​ຮຽກ​ຮ້ອງ​ສືບ​ຕໍ່​ ສ້າງ​ກົນ​ໄກ​ເຄື່ອນ​ໄຫວ, ຍົກ​ສູງ​ຄຸນ​ນະ​ພາບ ​ການ​ປະ​ກາດ​ຂໍ້​ມູນ ແລະ ລະ​ດັບ​ການ​ປົກ​ປ້ອງ​ນັກ​ລົງ​ທຶນ​ໃຫ້​ສົມ​ບູນ​ແບບ./.

ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຫາລືການກະກຽມບົດລາຍງານສະພາບລວມອ່າງນໍ້າສາທາລະນະສຸກ

      ຫາລືການກະກຽມບົດລາຍງານສະພາບລວມອ່າງນໍ້າ

      9/21/2026 9:29:45 AM

      ເມື່ອບໍ່ດົນມານີ້, ກົມຊັບພະຍາກອນນ້ຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງບົດລາຍງານສະພາບລວມອ່າງຮັບນ້ຳ (State of the Basin Report) ໂດຍການເປັນປະທານຮ່ວມຂອງ ທ່ານ ອຸດົມສັກ ພິລາວົງ ຫົວໜ້າກົມຊັບພະຍາກອນນ້ຳ, ມີຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ປະຈຳລາວ, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ, ບັນດາຄະນະກົມ, ຄະນະພະແນກຈາກກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທີ່ເປັນຄູ່ຮ່ວມງານສາກົນຂອງກົມຊັບພະຍາກອນນ້ຳ, ຊ່ຽວຊານຈາກສູນສາກົນ ເພື່ອການຄຸ້ມຄອງສິ່ງແວດລ້ອມ (ICEM) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ເຊື່ອມສານສຸຂະພາບຈະເລີນພັນແມ່-ເດັກ-ເດັກເກີດໃໝ່-ເດັກນ້ອຍ ແລະ ໄວໜຸ່ມສາທາລະນະສຸກ

      ເຜີຍແຜ່ເຊື່ອມສານສຸຂະພາບຈະເລີນພັນແມ່-ເດັກ-ເດັກເກີດໃໝ່-ເດັກນ້ອຍ ແລະ ໄວໜຸ່ມ

      9/21/2026 9:29:42 AM

      ກອງປະຊຸມເຜີຍແຜ່ ແລະ ວາງແຜນສຳລັບຍຸດທະສາດ ແລະ ແຜນປະຕິບັດງານການບໍລິການເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (ສມດວ) ໂດຍຖືເອົາຜູ້ຮັບບໍລິການເປັນໃຈກາງ ປີ 2026-2030 ຈັດຂຶ້ນໃນວັນທີ 16-17 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າໂຮງໝໍສູນກາງ, ພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ, ພ້ອມດ້ວຍຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ຂະແໜງສາທາລະນະສຸກເອົາໃຈໃສ່ຮັບໃຊ້ບໍລິການຮັບໃຊ້ຄະນະຜູ້ແທນກອງປະຊຸມ 3RC-CCMສາທາລະນະສຸກ

      ຂະແໜງສາທາລະນະສຸກເອົາໃຈໃສ່ຮັບໃຊ້ບໍລິການຮັບໃຊ້ຄະນະຜູ້ແທນກອງປະຊຸມ 3RC-CCM

      9/21/2026 9:29:39 AM

      ຂະແໜງສາທາລະນະສຸກ ກໍຄື ບັນດາໂຮງໝໍສູນກາງ (ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເຊດຖາທິຣາດ ແລະ ໂຮງໝໍສູນກາງ 103 ກອງທັບ) ໄດ້ກຽມທີມແພດ ແລະ ອຸປະກອນການແພດສຸກເສີນ ເພື່ອຮອງຮັບກໍລະນີເກີດເຫດສຸກເສີນ ແລະ ໃຫ້ບໍລິການເບິ່ງແຍງສຸຂະພາບ ຂອງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ໂດຍໄດ້ຈັດທີມແພດປະຈຳຢູ່ຈຸດຕ່າງໆ ເປັນຕົ້ນ ຢູ່ຫໍປະຊຸມແຫ່ງຊາດ ແລະ ສະຖານທີ່ພັກ (ໂຮງແຮມ) ຂອງຄະນະຜູ້ແທນ ຕະຫຼອດ 24 ຊົ່ວໂມງ.

    • ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງມາເຖິງ ນວສາທາລະນະສຸກ

      ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງມາເຖິງ ນວ

      9/8/2026 12:00:42 PM

      ວັນທີ 6 ກັນຍາ 2026 ນີ້, ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ຂະບວນລົດໄຟສັນຕິພາບ 2026 ໄດ້ເດີນທາງຮອດສະຖານີລົດໄຟນະຄອນຫລວງວຽງຈັນ (ນວ).

    • ການປິ່ນປົວ ແລະ ຟື້ນຟູໜ້າທີ່ ສັ່ງໂຈະການບໍລິການປິ່ນປົວຢູ່ໂຮງໝໍ ບີແອວແອວ BLL ຊົ່ວຄາວສາທາລະນະສຸກ

      ການປິ່ນປົວ ແລະ ຟື້ນຟູໜ້າທີ່ ສັ່ງໂຈະການບໍລິການປິ່ນປົວຢູ່ໂຮງໝໍ ບີແອວແອວ BLL ຊົ່ວຄາວ

      7/24/2026 9:54:45 AM

      ກົມປິ່ນປົວ ແລະ ຟື້ນຟູໜ້າທິ່ການ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການໃຫ້ໂຮງໝໍ ບີ ແອວ ແອວ (BLL) ໂຈະການໃຫ້ບໍລິການ ປິ່ນປົວຊົ່ວຄາວ ເນື່ອງຈາກມີຫາງ ສຽງຈາກສັງຄົມວ່າມີການປ່ຽນ ຖ່າຍອະໄວຍະວະ ແບບຜິດກົດໝາຍ.


Top