ທີມຊາດຈີນ ໄດ້ 12 ຫລຽນຄຳ ພາຍໃນມື້ດຽວ ໃນງານມະຫະກຳກິລາເອຊຽນເກມຄັ້ງທີ 20

22/09/2026 17:17
KPL ວັນ​ທີ 21 ກັນ​ຍາ​ນີ້, ເຊິ່ງ​ເປັນ​ມື້​ທີ​ສອງ​ ຂອງການ​ແຂ່ງ​ຂັນ​ ໃນງານ​ມະ​ຫະ​ກຳ​ກິ​ລາ​ ເອ​ຊຽນ​ເກມ ໄອ​ຊີ-ນາ​ໂກ​ຢາ ​ຄັ້ງ​ທີ 20. ໃນ​ມື້​ທີ​ສອງ ມີ​ການ​ຊີງ​ທັງ​ໝົດ 18 ຫລຽນ​ຄຳ,ໃນ​ນີ້, ນັກ​ກິ​ລາ​ທີມ​ຊາດ​ຈີນ ​ອີງ​ໃສ່​ທ່າ​ແຮງ ທີ່​ເຂັ້ມ​ແຂງ​ ໃນ​ຫລາຍ​ກິ​ລາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,  ວັນ​ທີ 21 ກັນ​ຍາ​ນີ້, ເຊິ່ງ​ເປັນ​ມື້​ທີ​ສອງ​ ຂອງການ​ແຂ່ງ​ຂັນ​ ໃນງານ​ມະ​ຫະ​ກຳ​ກິ​ລາ​ ເອ​ຊຽນ​ເກມ ໄອ​ຊີ-ນາ​ໂກ​ຢາ ​ຄັ້ງ​ທີ 20. ໃນ​ມື້​ທີ​ສອງ ມີ​ການ​ຊີງ​ທັງ​ໝົດ 18 ຫລຽນ​ຄຳ, ໃນ​ນີ້, ນັກ​ກິ​ລາ​ທີມ​ຊາດ​ຈີນ ​ອີງ​ໃສ່​ທ່າ​ແຮງທີ່​ເຂັ້ມ​ແຂງ​ ໃນ​ຫລາຍ​ກິ​ລາ ​ເຊັ່ນ: ຍິງ​ປືນ, ລອຍ​ນ້ຳ ເປັນ​ຕົ້ນ, ສາ​ມາດ​ຊີງ​ໄດ້ 12 ຫລຽນ​ຄຳ, ສືບ​ຕໍ່​ຄອງ​ອັນ​ດັບ​ໜຶ່ງ​ ໃນ​ຕາ​ຕະ​ລາງ​ຫລຽນ​ຄຳ​ໂດຍໄດ້ທັງ​ໝົດ 23 ​ຫລຽນ​ຄຳ. ຜ່ານການ​ແຂ່ງ​ຂັນ​ກິ​ລາ​ ທັງ​ໝົດ ​ເປັນ​ເວ​ລາ​​ສອງວັນ​ຂອງ​ງານ​ຄັ້ງ​ນີ້​, ທີມ​ຊາດ​ຈີນ ​ຍັງ​ຄອງ​ອັນ​ດັບ​ໜຶ່ງ ​ໃນ​ຕາ​ຕະ​ລາງ​​ສະ​ຫລຸບ ຫລຽນ​ລາງວັນ ​ໂດຍ​ໄດ້ 23 ​ຫລຽນ​ຄຳ, 10​ ຫລຽນ​ເງິນ, 5 ຫລຽນ​ທອງ ລວມ​ທັງ​ໝົດ 38 ຫລຽນ, ​ສ່ວນ​ເຈົ້າ​ພາບ​​ຍີ່​ປຸ່ນ ຢູ່​ອັນ​ດັບ​ສອງ ​ແລະ ສ ເກົາຫລີ ເປັນ​ອັນ​ດັບ​ສາມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top