ໄທ ກຽມຕ້ອນຮັບນັກທ່ອງທ່ຽວຈີນ ເພີ່ມຂຶ້ນ 78%

22/09/2026 17:17
KPL ຄຽງ​ຄູ່​ກັບ​ໄລ​ຍະ​ພັກ ​ບຸນ​ໄຫວ້​ພະ​ຈັນ ແລະ ວັນ​ຊາດ​ຈີນ​ ໃກ້​ຈະ​​ໝູນວ​ຽນ​ມາ​ເຖິງ, ຕະຫລາດ​ທ່ອງ​ທ່ຽວ​ຂອງ​ໄທ​ ເຂົ້າ​ສູ່​ໄລ​ຍະ ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ຈີນ ​ສັ່ງ​ຈອງ​ການ​ອອກ​ເດີນ​ທາງ ​ເປັນ​ຈຳ​ນວນຫລວງຫລາຍ ໂດຍສະເພາະ ​ການສັ່ງ​ຈອງ​ຖ້ຽວ​ບິນ​​ໄປ​ເກາະ​ພູ​ເກັດ​ຂອງ​ໄທ​ ໄດ້​ເພີ່ມ​ຂຶ້ນ 78% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025

ຂປລ.ວິທະຍຸ ໂທລະພາບສູນກາງຈີນ,  ຄຽງ​ຄູ່​ກັບ​ໄລ​ຍະ​ພັກ ​ບຸນ​ໄຫວ້​ພະ​ຈັນ ແລະ ວັນ​ຊາດ​ຈີນ​ ໃກ້​ຈະ​​ໝູນວ​ຽນ​ມາ​ເຖິງ, ຕະຫລາດ​ທ່ອງ​ທ່ຽວ​ຂອງ​ໄທ​ ເຂົ້າ​ສູ່​ໄລ​ຍະ ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ຈີນ ​ສັ່ງ​ຈອງ​ການ​ອອກ​ເດີນ​ທາງ ​ເປັນ​ຈຳ​ນວນຫລວງຫລາຍ ໂດຍສະເພາະ ​ການສັ່ງ​ຈອງ​ຖ້ຽວ​ບິນ​​ໄປ​ເກາະ​ພູ​ເກັດ​ຂອງ​ໄທ​ ໄດ້​ເພີ່ມ​ຂຶ້ນ 78% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025; ໃນ​ດ້ານ​ເວ​ລາ​​ພັກ ​ຢູ່​ໂຮງ​ແຮມ, ການ​ສັ່ງ​ຈອງ 7 ຄືນ ​ຂຶ້ນ​ໄປ​ໄດ້​ເພີ່ມ​ຂຶ້ນ 123%, ​ການ​ສັ່ງ​ຈອງ​ການ​ທ່ອງ​ທ່ຽວ​​ ແບບຫລາຍຈຸດ​ໝາຍ ​ເພີ່ມ​ຂຶ້ນ 84%, ໂດຍ​ມີ ແຫລ່ງ​ທ່ອງ​ທ່ຽວ​ ທຳ​ມະ​ຊາດ ແລະ ມີ​ເອ​ກະ​ລັກ​ພິ​ເສດ​ ໄດ້​ຮັບ​ຄວາມ​ສົ​ນ​ໃຈ ຫລາຍກວ່າ. ກ່ອນ​ໜ້າ​ນີ້ ອົງ​ການ​ທ່ອງ​ທ່ຽວ​ ແຫ່ງ​​ປະ​ເທດ​ໄທ ​ຄາດ​ຄະ​ເນ​ວ່າ: ໃນ​​ໄລ​ຍະ​ພັກ​ບຸນ​ໄຫວ້​ພະ​ຈັນ ແລະ ວັນ​ຊາດ​ຈີນ ຄື ນັບ​ແຕ່​ວັນ​ທີ 25 ກັນ​ຍາ ຫາ ວັນ​ທີ 7 ຕຸ​ລາ 2026, ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ ​ປະ​ມານ 250.000 ຄົນ​ເດີນ​ທາງ​ໄປ​ທ່ຽວໄທ, ເພີ່ມ​ຂຶ້ນ 24% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025, ​ຄາດ​ວ່າ ຈະ​ສ້າງ​ລາຍ​ຮັບ ​ດ້ານ​ການ​ທ່ອງ​ທ່ຽວ​ ປະ​ມານ 11,5 ຕື້​ບາດ​ (ສະ​ກຸນ​ເງິນ​ໄທ), ເພີ່ມ​ຂຶ້ນ 37% ເມື່ອ​ທຽບ​ໃສ່​ປີ 2025./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top