ຂະແໜງສາທາລະນະສຸກເອົາໃຈໃສ່ຮັບໃຊ້ບໍລິການຮັບໃຊ້ຄະນະຜູ້ແທນກອງປະຊຸມ 3RC-CCM

21/09/2026 09:29
KPL ຂະແໜງສາທາລະນະສຸກ ກໍຄື ບັນດາໂຮງໝໍສູນກາງ (ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເຊດຖາທິຣາດ ແລະ ໂຮງໝໍສູນກາງ 103 ກອງທັບ) ໄດ້ກຽມທີມແພດ ແລະ ອຸປະກອນການແພດສຸກເສີນ ເພື່ອຮອງຮັບກໍລະນີເກີດເຫດສຸກເສີນ ແລະ ໃຫ້ບໍລິການເບິ່ງແຍງສຸຂະພາບ ຂອງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ໂດຍໄດ້ຈັດທີມແພດປະຈຳຢູ່ຈຸດຕ່າງໆ ເປັນຕົ້ນ ຢູ່ຫໍປະຊຸມແຫ່ງຊາດ ແລະ ສະຖານທີ່ພັກ (ໂຮງແຮມ) ຂອງຄະນະຜູ້ແທນ ຕະຫຼອດ 24 ຊົ່ວໂມງ.

ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 16 ກັນຍາ 2026 ນີ້ວ່າ: ເພື່ອຮອງຮັບ ແລະ ໃຫ້ບໍລິການເບິ່ງແຍງສຸຂະພາບ ຂອງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ 3RC-CCM, ຂະແໜງສາທາລະນະສຸກ ກໍຄື ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເຊດຖາທິຣາດ ແລະ ໂຮງໝໍສູນກາງ 103 ໄດ້ກຽມທີມແພດ ແລະ ອຸປະກອນການແພດສຸກເສີນ ລົງປະຈຳຢູ່ຈຸດຕ່າງໆ ໂດຍຢູ່ສະຖານທີ່ຈັດກອງປະຊຸມ (ຫໍປະຊຸມແຫ່ງຊາດ) ແລະ ສະຖານທີ່ພັກ (ໂຮງແຮມ 14 ແຫ່ງ) ຂອງຄະນະຜູ້ແທນ ຕະຫຼອດ 24 ຊົ່ວໂມງ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດເລີ່ມແຕ່ວັນທີ 12 ກັນຍາ ເປັນຕົ້ນມາ.

ຂະນະດຽວກັນ, ໂຮງໝໍສູນກາງທັງ 4 ແຫ່ງ ຍັງໄດ້ຈັດທີມແພດສຸກເສີນ ປະຈຳການຢູ່ພາຍໃນໂຮງໝໍ ຕະຫຼອດ 24 ຊົ່ວໂມງ. ພ້ອມນີ້, ສະຖາບັນເລືອດແຫ່ງຊາດ ກໍໄດ້ຈັດທີມແພດປະຈຳການຕະຫຼອດ 24 ຊົ່ວໂມງ ແລະ ກະກຽມເລືອດທຸກໝວດ ເພື່ອຮອງຮັບຫາກເກີດເຫດສຸກເສີນ.

ສຳລັບໂຮງໝໍມິດຕະພາບ ໄດ້ຈັດທີມແພດຕິດຕາມການນຳ ເປັນຕົ້ນ ຊ່ຽວຊານດ້ານຫົວໃຈ ແລະ ເສັ້ນເລືອດ, ຊ່ຽວຊານລະບົບປະສາດ ແລະ ຊ່ຽວຊານສຸກເສີນ, ພ້ອມນີ້ ຍັງໄດ້ກະກຽມຢາສະເພາະທາງ, ຢາສຸກເສີນ ແລະ ເຄື່ອງມື-ອຸປະກອນການແພດສຸກເສີນທີ່ຈຳເປັນ. ນອກຈາກນັ້ນ, ໂຮງໝໍມິດຕະພາບ ຍັງຈັດທີມແພດປະຈຳຢູ່ຫໍປະຊຸມແຫ່ງຊາດ ໂດຍມີຊ່ຽວຊານຫົວໃຈ ແລະ ເສັ້ນເລືອດ, ຊ່ຽວຊານລະບົບປະສາດ ແລະ ຊ່ຽວຊານສຸກເສີນ, ພ້ອມດ້ວຍຢາ ແລະ ອຸປະກອນການແພດທີ່ຈຳເປັນ.

ທ່ານ ສອນໄຊ ລາດຊະວົງ ຍັງໃຫ້ຮູ້ອີກວ່າ: ໃນວັນທີ 13 ກັນຍາ 2026 ຜ່ານມາ, ຂະແໜງສາທາລະນະສຸກ ຍັງໄດ້ຈັດທີມແພດຕິດຕາມຄະນະຜູ້ແທນເດີນທາງໄປຢ້ຽມຢາມສະໜາມກວດກູ້ ແລະ ທຳລາຍລະເບີດ ຢູ່ແຂວງຫຼວງພະບາງ ຕື່ມອີກ.

ການກະກຽມທີມແພດ, ຢາ, ເລືອດ ແລະ ອຸປະກອນການແພດດັ່ງກ່າວ ເປັນການກະກຽມຄວາມພ້ອມຂອງຂະແໜງສາທາລະນະສຸກ ໃນການຮອງຮັບໃຫ້ບໍລິການແກ່ຄະນະຜູ້ແທນ ເພື່ອສາມາດຕອບໂຕ້ຕໍ່ກໍລະນີສຸກເສີນໄດ້ຢ່າງວ່ອງໄວ ແລະ ທັນການ.

ຂ່າວ: ທະນູທອງ; ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ຫາລືການກະກຽມບົດລາຍງານສະພາບລວມອ່າງນໍ້າສາທາລະນະສຸກ

      ຫາລືການກະກຽມບົດລາຍງານສະພາບລວມອ່າງນໍ້າ

      9/21/2026 9:29:45 AM

      ເມື່ອບໍ່ດົນມານີ້, ກົມຊັບພະຍາກອນນ້ຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງບົດລາຍງານສະພາບລວມອ່າງຮັບນ້ຳ (State of the Basin Report) ໂດຍການເປັນປະທານຮ່ວມຂອງ ທ່ານ ອຸດົມສັກ ພິລາວົງ ຫົວໜ້າກົມຊັບພະຍາກອນນ້ຳ, ມີຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ປະຈຳລາວ, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ, ບັນດາຄະນະກົມ, ຄະນະພະແນກຈາກກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທີ່ເປັນຄູ່ຮ່ວມງານສາກົນຂອງກົມຊັບພະຍາກອນນ້ຳ, ຊ່ຽວຊານຈາກສູນສາກົນ ເພື່ອການຄຸ້ມຄອງສິ່ງແວດລ້ອມ (ICEM) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ເຊື່ອມສານສຸຂະພາບຈະເລີນພັນແມ່-ເດັກ-ເດັກເກີດໃໝ່-ເດັກນ້ອຍ ແລະ ໄວໜຸ່ມສາທາລະນະສຸກ

      ເຜີຍແຜ່ເຊື່ອມສານສຸຂະພາບຈະເລີນພັນແມ່-ເດັກ-ເດັກເກີດໃໝ່-ເດັກນ້ອຍ ແລະ ໄວໜຸ່ມ

      9/21/2026 9:29:42 AM

      ກອງປະຊຸມເຜີຍແຜ່ ແລະ ວາງແຜນສຳລັບຍຸດທະສາດ ແລະ ແຜນປະຕິບັດງານການບໍລິການເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (ສມດວ) ໂດຍຖືເອົາຜູ້ຮັບບໍລິການເປັນໃຈກາງ ປີ 2026-2030 ຈັດຂຶ້ນໃນວັນທີ 16-17 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າໂຮງໝໍສູນກາງ, ພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ, ພ້ອມດ້ວຍຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ສສ ຫວຽດນາມ ໄດ້ຍົກລະດັບຕະຫລາດຫລັກຊັບ ດຶງດູດແຫລ່ງທຶນສາກົນສາທາລະນະສຸກ

      ສສ ຫວຽດນາມ ໄດ້ຍົກລະດັບຕະຫລາດຫລັກຊັບ ດຶງດູດແຫລ່ງທຶນສາກົນ

      9/21/2026 8:38:38 AM

      ນັບແຕ່ ການທຸລະກຳ ຕົ້ນອາທິດ ​ໃນວັນທີ 21 ກັນຍາ, ຫລັກ​ຊັບ ຫວຽດນາມ ໂດຍອົ​ງ​ການ​ຈັດ​ອັນ​ດັບ​​ດັດຊະນີ ຫລັກ​ຊັບ​ສາ​ກົນ (FTSE Russell) ໄດ້ຫັນ​ຈາກ​ກຸ່ມຕະຫລາດຊາຍຂອບໄປສູ່ຕະຫລາດ ທີ່​ຫາກໍ່ພົ້ນເດັ່ນຂຶ້ນ​ຂັ້ນສອງ​ ​ຢ່າງ​ເປັນ​ທາງ​ການ, ໂດຍເປັນທີ່ຕັ້ງ​ເຊິ່ງຕະຫລາດຫລັກຊັບ ຫວຽດນາມ ໄດ້​ເດີນ​ຕາມເປັນເວລາ ເກືອບ 1 ທົດສະວັດຜ່ານ​ມາ.

    • ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງມາເຖິງ ນວສາທາລະນະສຸກ

      ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງມາເຖິງ ນວ

      9/8/2026 12:00:42 PM

      ວັນທີ 6 ກັນຍາ 2026 ນີ້, ຄະນະຊ່ຽວຊານການແພດເສນາຮັກ ກອງທັບປົດປ່ອຍປະຊາຊົນຈີນ ຂະບວນລົດໄຟສັນຕິພາບ 2026 ໄດ້ເດີນທາງຮອດສະຖານີລົດໄຟນະຄອນຫລວງວຽງຈັນ (ນວ).

    • ການປິ່ນປົວ ແລະ ຟື້ນຟູໜ້າທີ່ ສັ່ງໂຈະການບໍລິການປິ່ນປົວຢູ່ໂຮງໝໍ ບີແອວແອວ BLL ຊົ່ວຄາວສາທາລະນະສຸກ

      ການປິ່ນປົວ ແລະ ຟື້ນຟູໜ້າທີ່ ສັ່ງໂຈະການບໍລິການປິ່ນປົວຢູ່ໂຮງໝໍ ບີແອວແອວ BLL ຊົ່ວຄາວ

      7/24/2026 9:54:45 AM

      ກົມປິ່ນປົວ ແລະ ຟື້ນຟູໜ້າທິ່ການ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການໃຫ້ໂຮງໝໍ ບີ ແອວ ແອວ (BLL) ໂຈະການໃຫ້ບໍລິການ ປິ່ນປົວຊົ່ວຄາວ ເນື່ອງຈາກມີຫາງ ສຽງຈາກສັງຄົມວ່າມີການປ່ຽນ ຖ່າຍອະໄວຍະວະ ແບບຜິດກົດໝາຍ.


Top