ສສ ຫວຽດນາມ ພ້ອມຈະໜູນຊ່ວຍ ໄທ-ກຳປູເຈຍ ປະຕິບັດຂໍ້ຕົກລົງຢຸດຍິງ

30/07/2025 18:56
Email Print 236
KPL ສສ ຫວຽດນາມ ພ້ອມແລ້ວ ທີ່ຈະໜູນຊ່ວຍ ໄທ ແລະ ກຳປູເຈຍ ປະຕິບັດ ຂໍ້ຕົກລົງ ຢຸດຍິງ. ນີ້ແມ່ນ ຄຳຢືນຢັນ ຂອງທ່ານ ບຸຍແທັງເຊີນ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ທີ່ການພົບປະກັບ ທ່ານ ມາຣິດ ສະງຽມພອງ, ລັດຖະມົນຕີ ການຕ່າງປະເທດໄທ ໃນວັນທີ 29 ກໍລະກົດ, ຢູ່ນະຄອນຫລວງ ບາງກອກ ປະເທດ ໄທ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ພ້ອມແລ້ວ ທີ່ຈະໜູນຊ່ວຍ ໄທ ແລະ ກຳປູເຈຍ ປະຕິບັດ ຂໍ້ຕົກລົງ ຢຸດຍິງ. ນີ້ແມ່ນ ຄຳຢືນຢັນ ຂອງທ່ານ ບຸຍແທັງເຊີນ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ທີ່ການພົບປະກັບ ທ່ານ ມາຣິດ ສະງຽມພອງ, ລັດຖະມົນຕີ ການຕ່າງປະເທດໄທ ໃນວັນທີ 29 ກໍລະກົດ, ຢູ່ນະຄອນຫລວງ ບາງກອກ ປະເທດ ໄທ.ໃນໂອກາດນີ້ ທ່ານ ບຸຍແທັງເຊີນ ໄດ້ຊົມເຊີຍເລື່ອງ ໄທ ແລະ ກຳປູເຈຍ ບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ປາດຖະໜາວ່າ ທັງ2 ຝ່າຍ ຈົ່ງລະງັບໃຈ, ບໍ່ນຳໃຊ້ອາວຸດ, ແກ້ໄຂຄວາມບໍ່ລົງລອຍກັນ ໂດຍສັນຕິວິທີ ແລະ ສົມເຫດສົມຜົນ ໂດຍອີງໃສ່ ບັນດາຫລັກການພື້ນຖານ ຂອງກົດໝາຍສາກົນ, ກົດບັດສະຫະ ປະຊາຊາດ ແລະ ກົດບັດ ອາຊຽນ. ການພົບປະກັນຄັ້ງນີ້ ທັງສອງຝ່າຍ ໄດ້ເຫັນດີ ສົມທົບກັນ ຜັນຂະຫຍາຍວິທີການໃໝ່ ເພື່ອຊຸກຍູ້ ການຮ່ວມມື ດ້ານການທ່ອງທ່ຽວ, ໃນນັ້ນ ມີບັນດາຂໍລິເລີມ ເຊື່ອມຕໍ່ ການທ່ອງທ່ຽວ ຢູ່ພາກພື້ນ ອາຊຽນ; ເນັ້ນໜັກເຖິງ ຄວາມສຳຄັນຂອງເລື່ອງ ເພີ່ມທະວີ ການແຮກສ່ຽວ ທ້ອງຖິ່ນ 2 ປະເທດ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ; ສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 25 ຕື້ໂດລາສະຫະລັດ ຕາມທິດສ້າງຄວາມດຸ່ນດ່ຽງ ແລະ ຍືນຍົງຫລາຍກວ່າເກົ່າ ໂດຍໄວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top