KPL
ນະໂຍບາຍ ພາສີ ຂອງ ລັດຖະບານ ສ.ອາເມລິກາ ໄດ້ເຮັດໃຫ້ ເສດຖະກິດ ຂອງ ປະເທດນີ້ ມີການເຕີບໂຕຂຶ້ນ ໃນຫລາຍເດືອນ ຕິດຕໍ່ກັນ. ໂດຍ ສື່ ສ.ອາເມລິກາ ໄດ້ຍົກເອົາຂໍ້ມູນ ຈາກ ຜົນການ ຄົ້ນຄວ້າໜຶ່ງ ເຊິ່ງສະແດງ ໃຫ້ເຫັນວ່າ, ນະໂຍບາຍພາສີ ຂອງ ປະເທດນີ້ ຈະເຮັດໃຫ້ ລາຄາ ສິນຄ້າ ເພີ່ມຂຶ້ນ 1,8% ໃນໄລຍະສັ້ນ
ຂປລ. ຕາມແຫລ່ງຂ່າວ ຊີເອັມຈີ: ວັນທີ 29 ກໍລະກົດ, ນະໂຍບາຍ ພາສີ ຂອງ ລັດຖະບານ ສ.ອາເມລິກາ ໄດ້ເຮັດໃຫ້ ເສດຖະກິດ ຂອງ ປະເທດນີ້ ມີການເຕີບໂຕຂຶ້ນ ໃນຫລາຍເດືອນ ຕິດຕໍ່ກັນ. ໂດຍ ສື່ ສ.ອາເມລິກາ ໄດ້ຍົກເອົາຂໍ້ມູນ ຈາກ ຜົນການ ຄົ້ນຄວ້າໜຶ່ງ ເຊິ່ງສະແດງ ໃຫ້ເຫັນວ່າ, ນະໂຍບາຍພາສີ ຂອງ ປະເທດນີ້ ຈະເຮັດໃຫ້ ລາຄາ ສິນຄ້າ ເພີ່ມຂຶ້ນ 1,8% ໃນໄລຍະສັ້ນ, ສິ່ງດັ່ງກ່າວນີ້ ໄດ້ມຸ່ງໄປສູ່ ເປົ້າໝາຍ ການຄວບຄຸມ ອັດຕາເງິນເຟີ້ 2% ທີ່ ທະນາຄານກາງ ສ.ອາເມລິກາ ໄດ້ກຳນົດໄວ້. ໂດຍສະເລ່ຍແລ້ວ ທຸກຄອບຄົວ ໃນ ສ.ອາເມລິກາ ຕ້ອງສູນເສຍເງິນ 2400 ໂດລາສະຫະລັດ ໃນປີ 2025./
KPL