KPL
ສຳນັກງານສຳຫລວດ ທໍລະນີ ວິທະຍາ ສ.ອາເມລິກາ (ຢູເອສຈີເອສ) ໄດ້ຍົກລະດັບ ຄວາມຮຸນແຮງ ຂອງແຜ່ນດິນໄຫວ ຢູ່ແຫລມມະຫາສະໝຸດ ຄຳຊັດກາ ຂອງ ຣັດເຊຍ ຂະໜາດ 8,8 ລິກເຕີ ຈາກ ເດີມຄື 8,0 ລິກເຕີ.

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ ເມື່ອວັນທີ 30 ກໍລະກົດ ວ່າ ສຳນັກງານສຳຫລວດ ທໍລະນີ ວິທະຍາ ສ.ອາເມລິກາ (ຢູເອສຈີເອສ) ໄດ້ຍົກລະດັບ ຄວາມຮຸນແຮງ ຂອງແຜ່ນດິນໄຫວ ຢູ່ແຫລມມະຫາສະໝຸດ ຄຳຊັດກາ ຂອງ ຣັດເຊຍ ຂະໜາດ 8,8 ລິກເຕີ ຈາກ ເດີມຄື 8,0 ລິກເຕີ.
ແຜ່ນດິນໄຫວດັ່ງກ່າວ ຖືວ່າ ມີຄວາມຮຸນແຮງ ທີ່ສຸດ ໃນຮອບ 73 ປີ ຂອງ ຣັດເຊຍ ນັບແຕ່ປີ 1952 ແລະ ເປັນແຜ່ນດິນໄຫວຮຸນແຮງ ທີ່ສຸດ ຂອງ ໂລກ, ນັບແຕ່ແຜ່ນດິນໄຫວ 9,0 ລິກເຕີ ຢູ່ນອກແຄມຝັ່ງ ທາງຕາເວັນອອກສຽງເໜືອ ຂອງ ຍີ່ປຸ່ນ ເມື່ອປີ 2011. ໃນຂະນະທີ່ ຫລາຍປະເທດ ໄດ້ເຕືອນໄພ ແລະ ເຝົ້າລະວັງການເກີດ ສຶນາມິ ຊຶ່ງອາດຈະມີຄວາມສ່ງຽສູງເຖິງ 3 ແມັດ ເຊັ່ນ: ຍີ່ປຸ່ນ, ຟີລິບປິນ, ສ.ອາເມລິກາ ແລະ ອີກຫລາຍປະເທດ ໃນອາເມລິກາລາໃຕ້./
KPL