KPL
ທຸລະກິດຮ້ານຂາຍເບ້ຍໄມ້ ເປັນອີກທຸລະກິດໜຶ່ງທີ່ມີການເຕີບໃຫຍ່ຂະຫຍາຍໂຕຢ່າງກວ້າງຂວາງ ເພື່ອຕອບໂຈດຄວາມຕ້ອງການຂອງຄົນໃນເມືອງທີ່ມັກຕົບແຕ່ງອາຄານບ້ານເຮືອນ, ສໍານັກງານຫ້ອງການໃຫ້ມີຄວາມສວຍງາມ.
*ທຸລະກິດຮ້ານຂາຍເບ້ຍໄມ້ ເປັນອີກທຸລະກິດໜຶ່ງທີ່ມີການເຕີບໃຫຍ່ຂະຫຍາຍໂຕຢ່າງກວ້າງຂວາງ ເພື່ອຕອບໂຈດຄວາມຕ້ອງການຂອງຄົນໃນເມືອງທີ່ມັກຕົບແຕ່ງອາຄານບ້ານເຮືອນ, ສໍານັກງານຫ້ອງການໃຫ້ມີຄວາມສວຍງາມ. ຂະນະດຽວກັນການປູກໄມ້ກິນໝາກດ້ວຍການສຽບຍອດ, ຕໍ່ກິ່ງກໍໄດ້ຮັບຄວາມນິຍົມຫລາຍເພາະປູກແລ້ວໄດ້ກິນໄວບໍ່ໃຊ້ເວລາດົນແຕ່ຜົນຜະລິດດີດ້ວຍເຫດນີ້ ປະຊາຊົນ ຈຶ່ງນິຍົມປູກເພື່ອເປັນສິນຄ້າໃນການສ້າງເສດຖະກິດຄອບຄົວດັ່ງນັ້ນ, ເມື່ອຄວາມຕ້ອງການຂອງສັງຄົມເພີ່ມຂຶ້ນກໍເປັນຜົນດີຕໍ່ຜູ້ປະກອບການທີ່ເຮັດອາຊີບຂາຍເບ້ຍໄມ້ ເໝືອນທ່ານ ນາງ ວຽງມະນີ ສີອໍານວຍ ເຈົ້າຂອງສວນກ້າເບ້ຍໄມ້ແມ່ຕິກ ທີ່ສ້າງລາຍຮັບໄດ້ຫລາຍລ້ານກີບຕໍ່ເດືອນຈາກການຂາຍເບ້ຍໄມ້ປະດັບ ແລະ ໄມ້ກິນໝາກ.

ທ່ານ ນາງ ວຽງມະນີ ສີອໍານວຍ ເຈົ້າຂອງສວນກ້າເບ້ຍໄມ້ແມ່ຕິກເວົ້າສູ່ຟັງວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາເຮັດອາຊີບນີ້ຍ້ອນຄວາມມັກ ແລະ ໄດ້ມີໂອກາດໄປຊ່ວຍວຽກໃນຮ້ານຂາຍເບ້ຍໄມ້ນໍາພີ່ນ້ອງຫລາຍປີກໍໄດ້ສຶກສາລາຍລະອຽດຕ່າງໆພໍສົມຄວນ ຫລັງຈາກມີປະສົບການແລ້ວຈຶ່ງມາກ້າເບ້ຍໄມ້ເອງເທື່ອລະເລັກລະໜ້ອຍເມື່ອມີຕົ້ນໄມ້ຈຳນວນຫລາຍແລ້ວກໍໄດ້ນໍາໄປຂາຍຢູ່ໄອເຕັກປະມານ 3 ປີ ແລະ ຕໍ່ມາກໍໄດ້ມາຂາຍຢູ່ຕໍ່ໜ້າປໍ້ານໍ້າມັນພຣັດ ບ້ານຈອມມະນີ ໃນປີ 2020 ເປັນຕົ້ນມາ. ສໍາລັບຕົ້ນໄມ້ພາຍໃນຮ້ານ ກໍມີຫລາກຫລາຍຊະນິດ ຈາກຫລາຍບ່ອນທັງຄົນລາວເຮົາຜະລິດເອງ ແລະ ນຳເຂົ້າມາຈາກປະເທດເພື່ອນບ້ານກໍມີ. ນອກຈາກນີ້, ກໍມີການຂະຫຍາຍພັນເບ້ຍໄມ້ທີ່ມີຢູ່ໃນຮ້ານ ແລະ ຕົ້ນໄມ້ຊະນິດໃດບໍ່ມີກໍ່ຊື້ເຂົ້າມາຕື່ມໃຫ້ສວນມີຄວາມຫລາກຫລາຍ. ສໍາລັບປະເພດເບ້ຍ ໄມ້ຫລັກໆ ກໍຈະມີໄມ້ປະດັບ ແລະ ໄມ້ກິນໝາກ ແບບກ້າແກ່ນ ແລະ ສຽບຍອດ, ຕໍ່ກິ່ງ ແລະ ອື່ນໆ ໂດຍ ລາຄາຂາຍ ຈະຂຶ້ນຢູ່ກັບພັນເບ້ຍໄມ້, ຄວາມສູງ ແລະ ຄວາມໃຫຍ່ອີກ ດ້ວຍ. ສ່ວນເບ້ຍໄມ້ທີ່ຄົນນິຍົມປູກ ໃນປັດຈຸບັນ ແມ່ນຕົ້ນໄມ້ກິນໝາກໄດ້ແກ່: ໝາກເງາະ,ຖົ່ວລຽນ, ອາໄວກາໂດ້ , ຕົ້ນອາບິວສາຍພັນໄຕ້ຫວັນ ແລະ ອ່ືນໆອີກຫລາຍຊະນິດ.

ທ່ານນາງ ວຽງມະນີ ເວົ້າຕື່ມວ່າ: ການເຮັດອາຊີບນີ້ບໍ່ແມ່ນເລື່ອງງ່າຍ ຕ້ອງມີຄວາມມັກຄວາມອົດທົນດຸໝັ້ນ ຈຶ່ງເຮັດໄດ້ເພາະການເບິ່ງແຍ່ງຕົ້ນໄມ້ຈໍານວນຫລາຍ ໃຫ້ມີຄວາມສວຍງາມເວລາລູກຄ້າເບິ່ງແລ້ວຢາກຊື້ມັນຕ້ອງໄດ້ເອົາໃຈໃສ່ແທ້ໆ ຄືຂ້າພະເຈົ້າເຮັດເອງຄົນດຽວໄລຍະນີ້ຫາຄົນຊ່ວຍວຽກບໍ່ໄດ້ ເພາະແຮງງານສ່ວນຫລາຍແມ່ນໄປເຮັດວຽກຢູ່ປະເທດເພື່ອນບ້ານ ເຊ່ິງໄລຍະຜ່ານມາກ່ໍມີຄົນມາເຮັດນໍາແຕ່ເຂົາເຈົ້າບໍ່ອົດທົນຄືເຮົາ ແລະ ການເບິ່ງແຍງກໍ່ເອົາໃຈໃສ່ກໍບ່ໍຄືເຮົາ ໂດຍສະເພາະແມ່ນການຫົດນໍ້າ ເພາະຖ້າຫົດບໍ່ພໍມັນກໍຈະຕາຍ.
ເຖິງແນວໃດກໍດີ, ຍ້ອນຄວາມມັກ ແລະ ຄວາມເອົາໃຈໃສ່ແທ້ໆ ຈຶ່ງເຮັດໃຫ້ຕົ້ນໄມ້ໃນສວນຂອງຂ້າພະເຈົ້າມີການຈະເລີນເຕີບໃຫຍ່ທີ່ສົມບູນ ເມ່ືອນໍາໄປປູກແລ້ວຮັບຮອງວ່າອັດຕາການລອດຕາຍສູງ. ສໍາລັບວັນປູກຕົ້ນໄມ້ປີນີ້ແມ່ນບໍ່ຄຶກຄື້ນປານໃດ ເນື່ອງຈາກວ່າປັດຈຸບັນ ມີຫລາຍຮ້ານທີ່ຂາຍເບ້ຍໄມ້ແບບນີ້.ເອົາເປັນວ່າທ່ານໃດທີ່ມີແຜນຕົບແຕ່ງອາຄານບ້ານເຮືອນ ຫລື ປູກໄມ້ກິນໝາກກໍໍສາມາດເຂົ້າມາເບິ່ງທີ່ສວນໄດ້ຕັ້ງຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຫລື ຕິດຕໍ່ໄດ້ທີ່ເບີ 02055901908.
ໂດຍ: ມາລີດາ
KPL